
ກອງປະຊຸມດຳເນີນຊີວິດການເມືອງກາງສະໄໝຂອງຄະນະພັກຮາກຖານ ພະແນກພະລັງງານ ແລະບໍ່ແຮ່ ແຂວງສະຫວັນນະເຂດ ຈັດຂຶ້ນ ໃນລະຫວ່າງວັນທີ 20-21 ພະ ຈິກ 2024 ພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີການຈັດຕັ້ງກ່ຽວ ຂ້ອງ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະບັນດາສະຫາຍ ສະ ມາຊິກພັກພາຍໃນຮາກຖານ ເຂົ້າຮ່ວມ.

ໃນວາລະດັ່ງກ່າວ, ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຂຶ້ນແນະນຳການຂຽນຄຳຕຳ ນິສົ່ງຂ່າວຕໍ່ຄະນະພັກຮາກ ຖານ, ຄະນະພະແນກ ແລະຄະ ນະໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານ, ຈາກນັ້ນກໍ່ໄດ້ຜ່ານ ມາດຕະຖານ, ເງື່ອນໄຂຂອງພະ ນັກງານນຳພາ-ຄຸ້ມຄອງ ແລະ ມາດ ຕະຖານຂອງຄະນະພັກ ພ້ອມທັງມີການປ່ອນບັດທາບ ທາມຄວາມເຊື່ອໝັ້ນໄວ້ວາງ ໃຈຄະນະພັກຮາກຖານ, ຄະນະ ພະແນກ ແລະຄະນະໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ທັງໝົດ.

ຫຼັງຈາກນັ້ນ, ສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານພະແນກພະລັງງານ ແລະບໍ່ແຮ່ແຂວງ ກໍ່ໄດ້ຜ່ານບົດ ສະຫຼຸບການນຳພາຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານສະ ໄໝທີ VII ໃນໄລຍະຜ່ານມາ ແລະວາງທິດທາງແຜນການ, ຄາດໝາຍສູ້ຊົນຈົນຄົບວາລະ ສະໄໝຂອງກອງປະຊຸມໃຫຍ່ ຂັ້ນຕົນ ໂດຍໄດ້ຍົກໃຫ້ຮູ້ຜົນ ງານພົ້ນເດັ່ນ, ດ້ານດີ, ດ້ານ ອ່ອນຂໍ້ຄົງຄ້າງ ແລະບົດຮຽນ ທີ່ຖອດຖອນ ໄດ້ໃນການເຄື່ອນ ໄຫວວຽກງານຜ່ານມາພ້ອມນີ້, ບັນດາສະຫາຍທີ່ເຂົ້າຮ່ວມ ໃນກອງປະຊຸມຍັງໄດ້ມີການ ປະກອບຄຳເຫັນໃສ່ບົດ ສະຫຼຸບ ແລະທິດທາງແຜນການໃນຕໍ່ ໜ້ານຳອີກ. ຄະນະພັກຮາກ ຖານພະແນກພະລັງງານ-ບໍ່ ແຮ່ແຂວງປະກອບມີຄະນະພັກ ຮາກຖານ 5 ສະຫາຍ, ມີສະ ມາ ຊິກພັກທັງໝົດ 118 ສະຫາຍ, ຍິງ 20 ສະຫາຍ, ໃນນີ້ມີສະມາ ຊິກພັກສົມບູນ 109 ສະຫາຍ, ຍິງ 15 ສະຫາຍ, ປະກອບມີ 4 ໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານ.
