ການນຳແຂວງ ອັດຕະປື ລົງຕິດຕາມການບໍລິຫານ-ຈັດການນໍ້າຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ

          ວັນທີ 17 ກັນຍານີ້ 2024 ຜ່ານມານີ້, ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງໆ ອັດຕະປື ຮ່ວມກັບ ທ່ານຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ວິຊາການຈຳນວນໜຶ່ງ ໄດ້ເຄື່ອນໄຫວລົງກວດກາຕິດຕາມການຈັດຕັ້ງປະຕິບັດ ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ກະກຽມຄວາມພ້ອມຮັບມືກັບສະພາບການຈັດການນໍ້າ ໃນລະດູຝົນ ເພື່ອປ້ອງກັນຢ້ານເກີດຜົນກະທົບຈາກສະພາບແວດລ້ອມ ຫື ສະພາບຂອງທຳມະຊາດທີ່ອາດຈະເກີດຂຶ້ນ ແລະ ຫຼີກລຽງບໍ່ໃຫ້ສ້າງຄວາມເສຍຫາຍກັບປະຊາຊົນຕອນລຸ່ມ.

          ການເຄື່ອນໄຫວລົງກວດກາຕິດຕາມຂອງທ່ານເຈົ້າແຂວງໃນຄັ້ງນີ້ ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໜ້າວຽກຕ່າງໆຕາມຫຼັກການເຕັກນິກຂອງບໍລິສັດໂດຍຫຍໍ້ ເຊິ່ງລວມມີໜ້າວຽກພັດທະນາໂຄງການຜ່ານມາ, ໜ້າວຽກປະຈຸບັນ ແລະ ແຜນວຽກຈຸດສຸມຈຳເປັນຢ່າງຮີບດ່ວນນັ້ນແມ່ນຕິດຕາມລະບົບການຄຸ້ມຄອງທຸກສະຖານະການຊ້ວງລະດູຝົນ ແລະ ຢູ່ສະພາບນ້ຳຖ້ວມທີ່ສົ່ງຄວາມເສຍຫາຍຢ່າງຮ້າຍແຮງໃນຂອບເຂດທົ່ວປະເທດ, ປັດຈຸບັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ລັດຖະບານໄດ້ອະນຸມັດໃຫ້ຜູ້ພັດທະນາສືບຕໍ່ໂຄງການພາຍຫລັງທີ່ໄດ້ມີການອອກແບບຄູກັນນ້ຳຄືນໃໝ່ ຊຶ່ງມີທັງແກນກາງ, ໄດ້ຕອກເສົາເຂັມ, ອອກແບບຕາມມາດຕະຖານສາກົນ ແລະ ໄດ້ຜ່ານການກວດກາຕາມມາດຕະຖານເຕັກນິກ ຈາກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ, ກໍລະນີນ້ຳກະທັນຫັນໃນເຂື່ອນມີຄວາມປ້ອງກັນມາດຕະຖານຄວບຄຸມສູງເຖິງ 4 ສະເຕັບຂອງລະບົບລົດນ້ຳ, ໃນເຂື່ອນລະດັບນ້ຳຍັງນ້ອຍຫຼາຍທີ່ຈະເຖິງຂິດຄວາມສ່ຽງ ແຕ່ການກະກຽມຄວາມພ້ອມໃນລະດູຝົນ ແມ່ນທາງບໍລິສັດໄດ້ຕິດຕາມກວດກາຢ່າງໃກ້ຊິດ, ກວດກາ ແລະ ດັດສົມແຜນການລະບາຍນ້ຳໃຫ້ເໝາະສົມລວມທັງການກວດກາຄວາມປອດໄພຂອງເຂື່ອນ, ປະຕູລະບາຍນ້ຳ ແລະ ການປ້ອງກັນອື່ນໆພ້ອມແລ້ວໃນການຄຸ້ມຄອງນ້ຳໃນລະດູຝົນປີນີ້ໃຫ້ມີປະສິດທິຜົນສູງສຸດ.

           ໃນໂອກາດລົງເຄື່ອນໄຫວຢ້ຽມຄັງນີ້, ທ່ານ ເຈົ້າແຂວງ ໄດ້ໂອ້ລົມໂດຍຊຸກຍູ້ ແລະ ຮຽກຮ້ອງພາກສ່ວນບໍລິສັດຈົ່ງຕິດຕາມໂດຍມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ລົງເລິກຊີ້ນໍາໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ – ກວດກາ ຢ່າງເປັນປົກກະຕິ, ເມື່ອພົບບັນຫາຍຸ້ງຍາກໃຫ້ມີການປຶກສາຫາລືກັນ ຫລື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ຈົ່ງມີສະຕິລະມັດລະວັງລະດັບນ້ຳຢ່າງໃກ້ຊິດເປັນແຕ່ລະໄລຍະ.

ພາບ ແລະ ຂ່າວ: ຂ່າວສານອອນລາຍອັດຕະປື
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506