ບໍລິສັດ ພູເບ້ຍ ມາຍນິງ ໄດ້ຈັດການຝຶກອົບຮົມດ້ານຄວາມປອດໄພໃຫ້ພະນັກງານໄຟຟ້າລາວ

          ໃນເດືອນຜ່ານມານີ້, ບໍລິສັດ ພູເບ້ຍ ມາຍນິງ ໄດ້ແບ່ງປັນວິທີການປະຕິບັດດ້ານຄວາມປອດໄພທີ່ປາດສະຈາກການບາດເຈັບ (ເປັນສູນ) ກັບພະນັກງານຊ່າງໄຟຟ້າຈາກລັດວິສາຫະກິດໄຟຟ້າລາວ (EDL) ຂອງລັດຖະບານ ຈໍານວນ 04 ທ່ານ.
          ຄວາມມຸ້ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ຕໍ່ສຸຂະພາບ ແລະ ຄວາມປອດໄພ ແມ່ນເປັນຮາກຖານສໍາຄັນຕໍ່ວິທີການດໍາເນີນທຸລະກິດຂອງບໍລິສັດ. ບໍລິສັດ ເຮັດໃຫ້ຄວາມປອດໄພ ແລະ ສະຫວັດດິພາບຂອງພະນັກງານ, ບໍລິສັດຜູ້ຮັບເໝົາ ແລະ ບັນດາຊຸມຊົນ ເປັນເປົ້າໝາຍອັນດັບໜຶ່ງຂອງບໍລິສັດ. ເປັນສະຖານທີ່ເຮັດວຽກທີ່ທຸກຄົນກັບບ້ານດ້ວຍຄວາມປອດໄພ ແລະ ມີສຸຂະພາບແຂງແຮງທຸກໆມື້.
          ການຝຶກອົບຮົມເປັນເວລາໜຶ່ງມື້ ຊຶ່ງສູມໃສ່ເລື້ອງສຸຂະພາບ, ຄວາມປອດໄພ ແລະ ສະຫວັດດີພາບ ໄດ້ຈັດຂຶ້ນຢູ່ທີ່ສູນຝຶກອົບຮົມ ແລະ ພັດທະນາຢູ່ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ຂອງບໍລິສັດ ໃນແຂວງໄຊສົມບູນ. ໃນລະຫວ່າງການຝຶກອົບຮົມ, ຕົວແທນຂອງບໍລິສັດ ໄດ້ອະທິບາຍລັກສະນະການດໍາເນີນງານຂອງບໍລິສັດ, ຊຶ່ງເປັນການເຮັດວຽກຢູ່ໃນສະພາບແວດລ້ອມການຂຸດຄົ້ນ, ສາມາດເຮັດໃຫ້ພະນັກງານໄດ້ຮັບອັນຕະລາຍ ແລະ ຄວາມສ່ຽງຫຼາຍຢ່າງ. ເພື່ອຫຼຸດຜ່ອນສິ່ງເຫຼົ່ານີ້, ບໍລິສັດໄດ້ມີມາດຕະຖານ ແລະ ຂັ້ນຕອນດ້ານຄວາມປອດໄພທີ່ເຂັ້ມງວດ ທີ່ພະນັກງານ ແລະ ບໍລິສັດຜູ້ຮັບເໝົາຕ້ອງປະຕິບັດຕາມ ເພື່ອຮັບປະກັນຄວາມປອດໄພຂອງໝົດທຸກຄົນໃນຂະນະປະຕິບັດໜ້າທີ່ວຽກງານ. 

          ກ່ອນເລີ້ມປະຕິບັດໜ້າວຽກໃດໜຶ່ງນັ້ນ, ພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ຕ້ອງປະຕິບັດຕາມລະບຽບຂັ້ນຕອນການເຮັດວຽກທີ່ປອດໄພ ຊຶ່ງຖືກກໍານົດໄວ້ເພື່ອລະບຸຄວາມອັນຕະລາຍຕໍ່ສຸຂະພາບ ແລະ ຄວາມປອດໄພ. ໃນນີ້ລວມມີ ການເຮັດ ‘ເທກ 5’ ແລະ ກົດລະບຽບດ້ານຄວາມປອດໄພ ຂອງບໍລິສັດ – ແມ່ນການກວດກາດ້ານຄວາມປອດໄພເປັນຂັ້ນຕອນຊຶ່ງໃຊ້ເວລາ 5 ນາທີ ແລະ ເປັນກົດລະບຽບ 8 ຂໍ້ ທີ່ຊ່ວຍໃຫ້ພະນັກງານບາງຄົນສາມາດລະບຸຄວາມອັນຕະລາຍທີ່ອາດພາໃຫ້ເກີດການບາດເຈັບທີ່ຮ້າຍແຮງ ຫຼື ເຖິງຂັ້ນເສຍຊີວິດໄດ້.
          ນອກຈາກນັ້ນ, ພະນັກງານຂອງໄຟຟ້າລາວ ຍັງໄດ້ຮັບການແນະນໍາໂດຍຜ່ານລະບຽບຂັ້ນຕອນການເຮັດວຽກທີ່ປອດໄພອື່ນໆ ກ່ຽວກັບວິທີການຄຸ້ມຄອງຄວາມສ່ຽງໃນສະຖານທີ່ເຮັດວຽກ, ການຕັດແຍກວົງຈອນໄຟຟ້າ, ແລະ ການເຮັດວຽກຢູ່ບ່ອນສູງ. ພະນັກງານຈາກພະແນກບໍາລຸງຮັກສາພື້ນຖານໂຄງລ່າງ ແລະ ເສັ້ນທາງຂອງບໍລິສັດ ໄດ້ສາທິດວິທີບໍາລຸງຮັກສາ ແລະ ເຮັດໃຫ້ລະບົບໄຟຟ້າມີຄວາມປອດໄພ ຊຶ່ງຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບປະສົບການຕົວຈິງ.
          ປະທານບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຈັນເພັງ ບຸນນະຜົນ ໄດ້ກ່າວເຖິງຄວາມສໍາຄັນຂອງຄວາມປອດໄພຢູ່ສະຖານທີ່ເຮັດວຽກ ແລະ ການສະໜັບສະໜູນຂອງບໍລິສັດ ເພື່ອຝຶກອົບຮົມພະນັກງານລັດວິສາຫະກິດຂອງລັດຖະບານ ດ້ວຍມາດຕະຖານຄວາມປອດໄພລະດັບໂລກ.

ທ່ານຈັນເພັງກ່າວວ່າ:
“ຢູ່ບໍລິສັດ ພູເບ້ຍ ມາຍນິງ, ການຈັດຝຶກອົບຮົມດ້ານຄວາມປອດໄພໃຫ້ພະນັກງານຂອງພວກເຮົາ ແລະ ບໍລິສັດຜູ້ຮັບເໝົາໝົດທຸກຄົນ ເພື່ອຮັບປະກັນວ່າທຸກຄົນໄດ້ກັບບ້ານຢ່າງປອດໄພ ແມ່ນເປັນບູລິມະສິດທີ່ສໍາຄັນ.”  
          “ໃນຖານະທີ່ເປັນບໍລິສັດໃຫຍ່ຢູ່ໃນລາວ, ພວກເຮົາມຸ້ງໝັ້ນໃນການແບ່ງປັນແນວຄວາມຄິດຫຼັກດ້ານຄວາມປອດໄພນອກເໜືອການດໍາເນີນງານຂອງພວກເຮົາ. ພວກເຮົາ ມີຄວາມຍິນດີທີ່ຈະແບ່ງປັນວິທີການປະຕິບັດດ້ານຄວາມປອດໄພກັບພະນັກງານໄຟຟ້າລາວ. ປັດຈຸບັນ ພວກເຂົາໄດ້ຮັບຄວາມຮູ້ດ້ານຄວາມປອດໄພທີ່ສໍາຄັນ ເພື່ອແບ່ງປັນກັບເພື່ອນຮ່ວມງານ ແລະ ຊ່ວຍສືບຕໍ່ຮັກສາວິທີການປະຕິບັດທີ່ປອດໄພໃນສະຖານທີ່ເຮັດວຽກຂອງພວກເຂົາ.”

ພາບ ແລະ ແຫຼ່ງຂໍ້ມູນ: ບໍລິສັດພູເບ້ຍມາຍນິງ ຈຳກັດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ