ໄປພ້ອມໆກັບບັນຍາກາດຟົດຟື້ນ ແລະ ມີຄວາມໝາຍການເມືອງທີ່ໜັກແໜ້ນ ຂອງການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ ໃນວັນທີ 2 ທັນວາ 2023 ທີ່ຜ່ານມາ. ທົ່ວພັກ, ທົ່ວລັດ, ກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ພ້ອມກັນລະນຶກວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳທີ່ປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກ ແລະ ລັດ, ວີລະບຸລຸດຂອງຊາດລາວ ເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ແລະ ຈົດຈຳຄຸນງາມຄວາມດີ ອັນລໍ້າເລີດ ແລະໃຫຍ່ຫຼວງ ທີ່ເພິ່ນໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດ ແລະ ປະເທດຊາດ ຊຶ່ງໄດ້ວຽນມາບັນຈົບຄົບຮອບ 102 ປີ ( 13/12/1920-13/12/2023).ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ທີ່ ບ້ານ ນາເຊັງ, ເມືອງ ຄັນທະບຸລີ (ນະຄອນ ໄກສອນ ພົມວິຫານໃນປັດຈຸບັນ) ແຂວງ ສະຫວັນນະເຂດ ໃນຄອບຄົວປັນຍາຊົນຮັກຊາດ ຊຶ່ງ ທ່ານ ລວນ ພໍ່ຂອງເພິ່ນ ເປັນຂ້າລາຊະການທີ່ເຮັດວຽກເປັນນາຍພາສາຢູ່ຫ້ອງການຂອງທ່ານ ກອມມີແຊຝຼັ່ງ ຢູ່ສະຫວັນນະເຂດ ແລະ ແມ່ດົກ ແມ່ຂອງເພິ່ນທີ່ເປັນຊາວນາ ຊຶ່ງປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກ ແລະ ມີນ້ອງສາວ 2 ຄົນ.ໂດຍກຳເນີດຢູ່ໃນຄອບຄົວ ຊຶ່ງພຽບພ້ອມໄປດ້ວຍຄວາມຮັກທີ່ອົບອຸ່ນ, ປະທານ ໄກສອນ ພົມວິຫານ ໄດ້ຮັບການລ້ຽງດູ, ສຶກສາອົບຮົມບົ່ມສອນ ແລະ ເຕີບໃຫຍ່ຢູ່ໃນຄອບຄົວ ຊຶ່ງດຳເນີນຊີວິດທີ່ລຽບງ່າຍ, ແຕ່ຫາກມີລະບຽບເຄັ່ງຄັດ ແລະ ເຂັ້ມງວດ, ອັນໄດ້ສ້າງໃຫ້ ປະທານ ໄກສອນ ພົມວິຫານ ກາຍເປັນຜູ້ທີ່ມີຊີວິດທີ່ພຽບພ້ອມໄປດ້ວຍຄຸນນະທຳ ແລະ ຄຸນສົມບັດທີ່ສູງສົ່ງ, ໜັກແໜ້ນ, ມີຄວາມເຄົາລົບນັບຖື, ມີສຳມາຄາລະວະຕໍ່ຜູ້ເຖົ້າຜູ້ແກ່ ແລະ ມີຄວາມສະຫງວນຮັກສິລະປະວັນນະຄະດີ.ດ້ານໜຶ່ງ, ຍ້ອນໄດ້ເຕີບໃຫຍ່ ຢູ່ໃນທ່າມກາງ ສະພາວະທີ່ປະເທດຊາດ ໄດ້ສູນເສຍຄວາມເປັນເອກະລາດ, ຕົກເປັນເມືອງຂຶ້ນເມືອງສ່ວຍ ຂອງຈັກກະພັດຜູ້ຮຸກຮານ, ປະຊາຊົນລາວບັນດາເຜົ່າ ຕົກຢູ່ໃນສະພາບທີ່ບໍ່ມີອິດສະຫຼະພາບ, ໄດ້ຮັບຄວາມທຸກທໍລະມານຈາກການດຳລົງຊີວິດຢູ່ໃນຄວາມເປັນຂ້ອຍຂ້າ ແລະໄດ້ຮັບຄວາມເຈັບປວດ, ທຸກທໍລະມານ ຈາກການກົດຂີ່ຂົ່ມເຫັງ ຂອງພວກລ່າເມືອງຂຶ້ນ ອັນໄດ້ພາໃຫ້ ປະທານໄກສອນ ພົມວິຫານ ໄດ້ຊຶມຊັບ ແລະມີພື້ນຖານ ທາງດ້ານແນວຄິດ ແລະ ຄວາມຕື່ນຕົວຮັກຊາດມາຕັ້ງແຕ່ເຍົາໄວ.