
ຕອນຄໍ່າວັນທີ 23 ກັນຍາ 2022 ທີ່ຜ່ານມານີ້, ຢູ່ເຮືອນພັກເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີປະດັບຫຼຽນກຽດຕິຄຸນແຫ່ງຊາດ ຈາກ ລັດຖະບານ ສາທາລະນະລັດຝຣັ່ງ ໃຫ້ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍໃຫ້ກຽດປະດັບຂອງ ທ່ານ ນາງ CHHUOR Siv-Leng ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີຜູ້ຕາງໜ້າຫ້ອງວ່າການສຳນັກງານປະທານປະເທດ, ສະມາຄົມມິດຕະພາບການຮ່ວມມື ລາວ-ຝຣັ່ງ, ບັນດາ ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານຂອງສະຖານທູດ ຝຣັ່ງ ປະຈຳ ສປປລາວ ເຂົ້າຮ່ວມ.

ທ່ານ ນາງ CHHUOR Siv-Leng ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວວ່າ: ທ່ານ ມີຄວາມຮູ້ສຶກດີໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ເປັນຜູ້ຕາງໜ້າ ລັດຖະບານຝຣັ່ງ ປະດັບຫຼຽນກຽດຕິຄຸນລະດັບຊາດ ຈາກລັດຖະບານຝຣັ່ງ ທີ່ມອບໃຫ້ການນຳຂັ້ນສູງຂອງ ສປປ ລາວ ເຊິ່ງເປັນບຸກຄົນທີ່ມີຜົນງານ, ຄຸນງາມຄວາມດີ, ອຸທິດເຫືອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນວຽກງານການປະສານງານ ແລະ ການພົວພັນຮ່ວມມືທີ່ດີ ເຮັດໃຫ້ບັນດາໂຄງການຮ່ວມມື ລະຫວ່າງ ລາວ-ຝຣັ່ງ ມີຜົນສຳເລັດເປັນຢ່າງດີໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືທາງດ້ານພະລັງງານ.

ທ່ານ ທູດກ່າວຕື່ມວ່າ: ທ່ານ ປອ ດາວວົງ ພອນແກ້ວ ໄດ້ໃຫ້ຄວາມເຊື່ອໝັ້ນການຮ່ວມມືໃນຂະແໜງພະລັງງານ ລະຫວ່າງ ສປປ ລາວ ແລະ ປະເທດຝຣັ່ງ ຈະບໍ່ເປັນພຽງແຕ່ບາດກ້າວທຳອິດຂອງການຮ່ວມມືທີ່ເເໜັ້ນແຟ້ນ ແຕ່ຈະເປັນຜົນປະໂຫຍດອັນດີຂອງທັງສອງປະເທດ ເພື່ອບັນລຸເປົ້າໝາຍການພັດທະນາພະລັງງານໄຟຟ້ານ້ຳຕົກແບບຍືນຍົງ ລວມທັງພະລັງງານສະອາດ ແລະ ພະລັງງານຊັບພະຍາກອນທົດແທນອື່ນໆ ເປັນຕົ້ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ, ເພື່ອເປັນການຫຼຸດຜ່ອນອາຍຜິດທີ່ເປັນຕົ້ນເຫດຂອງການປ່ຽນແປງດິນຟ້າອາກາດ.

ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງຕໍ່ ລັດຖະບານຟຣັ່ງ ໂດຍສະເພາະ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ມອບຫຼຽນກຽດຕິຄຸນ ເຊິ່ງເປັນຫຼຽນລະດັບຊາດຂອງ ລັດຖະບານຟຣັ່ງ ທີ່ມອບໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າຮ່ວມການພົວພັນຮ່ວມມືກັບ ລັດຖະບານຟຣັ່ງ. ພ້ອມກັນນີ້, ທ່ານ ຍັງອວຍພອນໃຫ້ ທ່ານ ທູດ ພ້ອມດ້ວຍພະນັກງານປະຈຳສະຖານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ສືບຕໍ່ໃຫ້ການຊຸກຍູ້, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ