ກອງປະຊຸມຄະນະຊີ້ນໍາໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ (DSTIA)

          ກອງປະຊຸມຄະນະຊີ້ນໍາໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ (DSTIA) ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2024 ນີ້ ຢູ່ໂຮງແຮມແລນ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Bjorn Schranz, ຫົວໜ້າໜ່ວຍງານ ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ, ອົງການ SDC, ມີຜູ້ຕ່າງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ.

          ທ່ານ ຮອງລັດຖະມົນຕີ ໄດ້ກ່າວຄຳເຫັນເປີດກອງປະຊຸມວ່າ: ດັ່ງທີ່ພວກທ່ານຮູ້, ສປປ ລາວ ມີທ່າແຮງ ດ້ານພະລັງງານໄຟຟ້ານ້ຳຕົກ ຢ່າງຫຼວງຫຼາຍ ເນື່ອງຈາກທີ່ຕັ້ງຂອງປະເທດ ມີພູມສັນຖານເອື້ອອຳນວຍ, ມີປະລິມານຝົນຕົກຫຼາຍ, ເປັນເຂດພູສູງ ທີ່ມີຄວາມເໝາະສົມ ໃນການພັດທະນາເຂື່ອນໄຟຟ້ານໍ້າຕົກ, ການພັດທະນາເຂື່ອນໄຟຟ້ານໍ້າຕົກ ແມ່ນຂະແໜງການບຸລິມະສິດທີ່ສຳຄັນເພື່ອຊຸກຍູ້ເສດຖະກິດຂອງປະເທດ. ແຕ່ໃນປີ 2018, ເຫດການເຂື່ອນຄູກັນນ້ຳຂອງໂຄງການເຊປຽນ-ເຊນ້ຳນ້ອຍແຕກ ໄດ້ເປັນຕົວເຕືອນ ແລະ ບົດຮຽນກ່ຽວກັບຄວາມປອດໄພຂອງເຂື່ອນໃນ ສປປ ລາວ. ຫຼັງຈາກນັ້ນ, ລັດຖະບານໄດ້ດຳເນີນການກວດກາສຸກເສີນເຂື່ອນໄຟຟ້າທົ່ວປະເທດ ຊຶ່ງໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ບັນດາປະເທດເພື່ອນມິດ ແລະ ໃນນັ້ນ ອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມື (SDC) ກໍ່ໄດ້ມີສ່ວນຮ່ວມໃນການກວດກາ. ຜົນຂອງການກວດກາ ແມ່ນບໍ່ມີບັນຫາຮ້າຍແຮງກ່ຽວກັບຄວາມປອດໄພ ທີ່ຕ້ອງເຮັດໃຫ້ມີການຢຸດຕິການດຳເນີນງານຂອງເຂື່ອນ, ແຕ່ຜົນການກວດກາຊີ້ໃຫ້ເຫັນວ່າ ເພື່ອຮັບປະກັນຄວາມປອດໄພຂອງເຂື່ອນໃນໄລຍະຍາວ ລັດຖະບານລາວ ຕ້ອງໄດ້ເຂັ້ມງວດໃນການຄຸ້ມຄອງດ້ານເຕັກນິກຂອງການພັດທະນາເຂື່ອນ ຢ່າງເປັນລະບົບ, ໄດ້ເອົາໃຈໃສ່ໃນການຄຸ້ມຄອງການມາດຕະຖານການອອກແບບ, ການກໍ່ສ້າງ, ການດໍາເນີນງານ, ການສ້າງແຜນຄວາມພ້ອມຮັບມືສຸກເສີນ ແລະ ສືບຕໍ່ຕິດຕາມເຝົ້າລະວັງ ແລະ ວິເຄາະພຶດຕິກໍາເຂື່ອນ ຂອງບັນດາເຂື່ອນທີ່ມີຈຸດອ່ອນດ້ານເຕັກນິກ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ບາງບັນຫາດັ່ງນີ້:

1) ການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ໃນໄລຍະຜ່ານມາ ແລະ ແຜນກິດຈະກໍາໃນປີ 2024 ແມ່ນຂໍເປັນເອກະພາບນໍາ ຄະນະປະຕິບັດໂຄງການ ທີ່ໄດ້ສະຫຼຸບ ແລະ ກະກຽມແຜນການ ມານັ້ນ;
2) ໂຄງການນີ້ ແມ່ນມີຫຼາຍພາກສ່ວນ ເປັນຜູ້ຮ່ວມງານ ແລະ ປະຕິບັດໂຄງການ ຊຶ່ງມີການພົວພັນຫຼາຍຂະແໜງການ ຂອງ ລາວ. ສະນັ້ນ, ສະເໜີໃຫ້ທຸກພາກສ່ວນ ເພີ່ມທະວີຂອດປະສານງານ ແລະ ມີການວາງແຜນວຽກຮ່ວມກັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການ ຕາມແຜນການທີ່ວາງໄວ້;
3) ສໍາລັບແຜນກິດຈະກໍາ ປີ 2024 ແລະ ແຜນໃນຕໍ່ໜ້າ ສະເໜີໃຫ້ມີຫຼາຍພາກສ່ວນເຂົ້າຮ່ວມຕື່ມ ທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ແມ່ນກິດຈະກໍາຝຶກອົບຮົມຫົວຂໍ້ຕ່າງໆ ຂອງວຽກງານຄວາມປອດໄພຂອງເຂື່ອນ ແລະ ການກະກຽມແຜນຮັບມືສຸກເສີນ;
4) ຮຽກຮ້ອງມາຍັງຜູ້ໃຫ້ທຶນ ສືບຕໍ່ອຳນວຍຄວາມສະດວກດ້ານຕ່າງໆ ກ່ຽວກັບ ການບໍລິຫານໂຄງຫານ, ຮຽກຮ້ອງບັນດາຊ່ຽວຊານຂອງໂຄງການ ໃຫ້ສືບຕໍ່ຄົ້ນຄວ້າເອົາບົດຮຽນ, ຄໍາແນະນໍາດ້ານວິຊາການທີ່ດີເດັ່ນ ມາເຜີຍແຜ່, ເພື່ອເປັນບົດຮຽນໃຫ້ແກ່ຝ່າຍລາວ ໄດ້ນໍາໃຊ້ເຂົ້າໃນການຄຸ້ມຄອງຄວາມປອດໄພຂອງເຂື່ອນ ຂອງ ລາວ ໃຫ້ມີປະສິດທິຜົນສູງ.
5) ສະເໜີໃຫ້ທຸກພາກສ່ວນ ສືບຕໍ່ໃຫ້ການສະໜັບສະໜູນກະຊວງ ພບ ໃນຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ຕາມທີ່ລະບຸໄວ້ໃນກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ.

          ໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ ທີ່ SDC ໃຫ້ການຊ່ວຍເຫຼືອນີ້ ຈະເປັນການສະໜັບສະໜູນທີ່ສຳຄັນ ໃຫ້ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຊ່ວຍເຫຼືອໂດຍກົງໃນການຄຸ້ມຄອງຄວາມປອດໄພຂອງເຂື່ອນ, ດ້ານເຕັກນິກ, ລະບຽບການ ແລະ ພັດທະນາຄວາມສາມາດຂອງພະນັກງານລັດໃນລະດັບສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງວຽກດັ່ງກ່າວ. ໂຄງການນີ້ ຍັງຈະໄດ້ສ້າງພະນັກງານ, ວິສະວະກອນສືບທອດຮັບໃຊ້ວຽກງານໃນໄລຍະຍາວ ໂດຍຜ່ານການສ້າງພະນັກງານຄູອາຈານ ແລະ ນັກສຶກສາ ຂອງຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໃຫ້ໄດ້ຮັບການສົ່ງເສີມຄວາມຮູ້ ດ້ານຄວາມປອດໄພຂອງເຂື່ອນ ຈາກການຮ່ວມມືກັບມະຫາວິທະຍາໄລ ຂອງປະເທດສະວິດເຊີແລນ. ກະຊວງ ພບ ແລະ ພາກສ່ວນກ່ຽວຂ້ອງໃນການພັດທະນາເຂື່ອນ ຈະໄດ້ຮັບຄວາມຮູ້ບົດຮຽນທີ່ດີຈາກຊ່ຽວຊານໂຄງການ ແລະ ສາກົນ ກ່ຽວກັບຄວາມປອດໄພຂອງເຂື່ອນ ໂດຍການຊຸກຍູ້ໃຫ້ ສະມາຄົມເຂື່ອນລາວ ຊ່ວຍເຜີຍແຜ່, ແບ່ງປັນຄວາມຮູ້ ແລະ ປະສົບການຈາກສາກົນ. ລັດວິສະຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໃນນາມເປັນວິສາຫະກິດຂອງລັດ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າຮ່ວມການຈັດຝຶກອົບຮົມ ແລະ ການສິດສອນ ດ້ານເຕັກນິກ ແລະ ລະບຽບການ ກ່ຽວກັບຄວາມປອດໄພຂອງເຂື່ອນ ຊຶ່ງຈະເປັນຕົວແບບ ຂະຫຍາຍອອກສູ່ບັນດາເຂື່ອນໄຟຟ້າຂອງພາກເອກະຊົນໃນຕໍ່ໜ້າ. ໂຄງການດັ່ງກ່າວ ຈະເປັນການປະກອບສ່ວນໜຶ່ງອັນສຳຄັນເຂົ້າໃນການບັນລຸແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ 9 (2021 – 2025) ເຊິ່ງຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໄປຕາມທິດສີຂຽວ ແລະ ຍືນຍົງ.

ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506