
ໃນໂອກາດທີ່ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ລະຫວ່າງວັນທີ 14-15 ມັງກອນ 2025 ນີ້, ໃນຕອນເຊົ້າວັນທີ 15 ມັງກອນ 2025 ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ເຂົ້າພົບປະ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ໂດຍມີ ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມດ້ວຍຄະນະຂອງທັງສອງຝ່າຍເຂົ້າຮ່ວມຢູ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ.
ໃນໂອກາດດັ່ງກ່າວ ທ່ານ ເຈົ້າແຂວງໄດ້ຕາງໜ້າໃຫ້ອຳນາດການປົກຄອງແຂວງ ສະແດງຄວາມຕ້ອນຮັບ ທ່ານ ຮອງລັດຖະມົນຕີ ພ້ອມຄະນະດ້ວຍຄວາມອົບອຸ່ນ ແລະ ສະໜິດສະໜົມ. ຂະນະທີ່ ທ່ານ ຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຂອງ ທ່ານ ເຈົ້າແຂວງໃນຄັ້ງນີ້. ພ້ອມກັນນີ້, ທ່ານ ເຈົ້າແຂວງ ແລະ ທ່ານ ຮອງລັດຖະມົນຕີ ກໍ່ໄດ້ປຶກສາຫາລືໃນຫລາຍບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ ໂດຍສະເພາະວຽກງານການລົງທຶນພະລັງງານ ແລະ ບໍ່ແຮ່ ຢູ່ພາຍໃນແຂວງອຸດົມໄຊ ເປັນຕົ້ນແມ່ນ ກົນໄກການຕິດຕາມ, ກວດກາ ແລະ ຄຸ້ມຄອງ ເພື່ອຮັບປະກັນໃຫ້ການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ສ້າງຜົນປະໂຫຍດສູງສຸດຕໍ່ການພັດທະນາທ້ອງຖິ່ນ ແລະ ການປັບປຸງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໄປເລື້ອຍໆ.

ທ່ານ ເຈົ້າແຂວງສະເໜີໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ພິຈາລະນາຄົ້ນຄວ້າຊ່ວຍເຫລືອສ້າງຫໍພັກ ແລະ ອຸປະກອນການຮຽນໃຫ້ນັກຮຽນຊົນເຜົ່າຂອງແຂວງ ເຊິ່ງເປັນໂຮງຮຽນໄດ້ເຕົ້າໂຮມເອົາລູກຫຼານທີ່ກຳພ້າ, ກຳພອຍ ແລະ ທຸກຫຍາກຂາດເຂີນ, ຢູ່ເຂດທຸລະກັນດານ ໄດ້ເຂົ້າໂຮງຮຽນຕາມແນວທາງນະໂຍບາຍຂອງພັກ, ລັດຖະບານ ເຊິ່ງປັດຈຸບັນອຳນາດການປົກຄອງແຂວງກໍ່ມີຍັງມີຄວາມຫຍຸ້ງຍາກຫລາຍດ້ານ ເພື່ອສະໜອງຄວາມຮຽກຮ້ອງຕ້ອງການຂອງໂຮງຮຽນ; ຄົ້ນຄວ້າແກ້ໄຂຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ ຈາກໂຄງການເຂື່ອນໄຟຟ້ານໍ້າຂອງປາກແບ່ງ ແລະ ໂຄງການເຂື່ອນໄຟຟ້ານໍ້າຂອງຫລວງພະບາງ; ຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າແບ່ງ ໃຫ້ໄດ້ສືບຕໍ່ຈັດຕັ້ງປະບັດໂຄງການສຳເລັດໂດຍໄວ ເນື່ອງຈາກວ່າໂຄງການໄດ້ເລີ່ມກໍ່ສ້າງມາຫລາຍປີແລ້ວ ແລະ ປະຊາຊົນກໍ່ມີການລໍຄອຍມາດົນນານ.
ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີ ແລະ ພ້ອມທັງຮັບເອົານຳໄປຄົ້ນຄວ້າພິຈາລະນານຳໝູ່ຄະນະ ແລະ ລາຍງານຂັ້ນເທິງພິຈາລະນາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຕ່ລະໂຄງການຖືກຕ້ອງຕາມນະໂຍບາຍ, ກົດໝາຍ ແລະ ລະບຽບການວາງອອກຢ່າງເຂັ້ມງວດ, ສຳເລັດຕາມແຜນການວາງອອກ ໂດຍສະເພາະບັນຫາໃດທີ່ນອນຢູ່ໃນຄວາມຮັບຜິດຊອບຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂດຍກົງ. ສ່ວນບັນຫາໃດທີ່ພົວພັນກັບຄວາມຮັບຜິດຊອບຂອງຂະແໜງການອື່ນ ຈະສືບຕໍ່ປຶກສາຫາລື ແລະ ຊຸກຍູ້ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

ໂດຍ: ຄຳແສງ ແກ້ວປະເສີດ
ລາຍງານສົດຈາກ ແຂວງອຸດົມໄຊ
Website:www.mem.gov.la
ສາຍດ່ວນ: 1506