ທ່ານ ລັດຖະມົນຕີ ຕ້ອນຮັບ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ຫຼື JICA ປະຈໍາ ສປປ ລາວ

           ໃນວັນທີ 14 ມິຖຸນາ 2023 ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ລັດຖະມົນຕີ ພ້ອມຄະນະຕ້ອນຮັບ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳ ສປປລາວ ເຊິ່ງນຳໂດຍ ທ່ານ ນາກາຊິ ໂຕຊິໂອ(NAGASE Toshio) ຫົວໜ້າຫ້ອງການ JICA ປະຈຳ ສປປລາວ ພ້ອມດ້ວຍຄະນະ.

          ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບໂຄງການຮ່ວມມືທີ່ໄດ້ຮັບການຊ່ວຍເຫຼືອຈາກປະເທດຍີ່ປຸ່ນ (JICA) ໃນການຊຸກຍູ້ ແລະ ຊຸກຍູ້ເສດຖະກິດຂອງລາວ ໂດຍສະເພາະແມ່ນການສົ່ງເສີມການພັດທະນາ ແລະ ລົງທຶນໃນຂະແໜງ ແລະ ບໍ່ແຮ່. ອົງການຮ່ວມມືຍີ່ປຸ່ນ (JICA) ເປັນອົງການຈັດຕັ້ງໜຶ່ງຂອງ ລັດຖະບານ ຢີ່ປຸ່ນ ທີ່ໄດ້ເຮັດວຽກ ແລະ ຮ່ວມມືກັບ ຂະແໜງການພະລັງງານ ແລະ ບໍ່ແຮ່ ມາເປັນເວລາດົນນານໃນການສະໜັບສະໜູນ, ຊ່ວຍເຫຼືອໃນການພັັດທະນາຂະແໜງໄຟຟ້າ, ການເສີມຂະຫຍາຍ ແລະ ປັບປຸງໃນດ້ານຕ່າງໆເຊັ່ນ: ໂຄງການດ້ານພະລັງງານ (ການຊ່ວຍເຫຼືອລ້າ), ດ້ານຄວາມສາມາດດ້ານວິຊາການ, ການຊ່ວຍເຫຼືອດ້ານດານເງິນ, ການໃຫ້ຄຳປືກສາ ແລະ ໂຄງການຝືກອົບຮົມຫວ່າງມໍ່ໆມານີ້, ມີໂຄງການຊ່ວຍເຫຼືອດ້ານເຕັກນິກສີ່ໂຄງການໄດ້ຮັບການຈັດຕັ້ງປະຕິບັດ ແລະ ສະໜັບສະໜູນໂດຍອົງການໄຈກາ ມີ: ໂຄງການທີ່ປືກສາດ້ານພະລັງງານ, ໂຄງການປັບປຸງຄຸນນະພາບພະລັງງານ (ການປັບປຸງລະຫັດຕາຂ່າຍໄຟຟ້າ), ການປັບປຸງການຄຸ້ມຄອງສາທາລະນະປະໂພກຂອງ ລັດວິສາຫະກິດໄຟຟ້າລາວ, ແຜນແມ່ບົດສືກສາກ່ຽວກັບສັງຄົມທີ່ດປັນກາງຄາບອນແບບຍືນຍົງສຳລັບ ສປປ ລາວ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ