ກະຊວງພະລັງງານ ແລະ ບໍ່ແຮ່ ປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

          ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ, ຜູ້ຕາງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ອອກພັກຜ່ອນຮັບອູດໜູນບຳນານ. ພ້ອມກັນນີ້, ກໍ່ໄດ້ຜ່ານຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄປປະຈຳການຢູ່ ລັດວິສາຫະກິດໄຟຟ້າລາວ. ຫຼັງຈາກນັ້ນ, ທ່ານ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດໃຫ້ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ພັກການຮັບອູດໜູນບຳເນັດ ພ້ອມທັງປະກາດແຕ່ງຕັ້ງ ທ່ານ ອາຄົມເດດ ວົງໄຊ ເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ແຕ່ງຕັ້ງ ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ເປັນຮັກສາການຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ປ່ຽນແທນ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ຜູ້ເກົ່າ. ຂະນະດຽວກັນ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ໂຄຕະມີ ຈັນທະມາລິນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ເປັນຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມື.

          ພາຍຫຼັງ ທ່ານ ປະທານໄດ້ມອບນິຕິກຳທີ່ກ່ຽວຂ້ອງໃຫ້ຜູ້ທີ່ພັກຜ່ອນຮັບອູດໜູນບຳນານ-ບຳເນັດ ແລະ ຜູ້ທີ່ຖືກແຕ່ງຕັ້ງໜ້າທີ່ໃໝ່ແລ້ວ. ທ່ານ ທອງພັດ ອິນທະວົງ ອາດີດຮອງເລຂາຄະນະບໍລິຫານງານພັກກະຊວງ, ອາດີດຮອງລັດຖະມົນຕີ ໄດ້ຂຶ້ນມີຄຳເຫັນກ່າວອຳລາໜ້າທີ່ ແລະ ລາຍງານຫຍໍ້ຜົນງານການເຄື່ອນໄຫວຂອງຕົນຕະຫຼອດໄລຍະ 41 ປີ ທີ່ໄດ້ປະຕິບັດໜ້າທີ່ການເມືອງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ການທຸ້ມເທເຫືອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ເຂົ້າໃນການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່.

          ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ລັດຖະມົນຕີ, ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຜູ້ທີ່ພັກຜ່ອນຮັບອູດໜູນບຳນານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄຸນງາມຄວາມດີປະກອບສ່ວນຕໍການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ເຮັດໃຫ້ຂະແໜງການພະລັງງານ ແລະ ບໍ່ແຮ່ ມີການຂະຫຍາຍຕົວຢ່າງແຂງແຮງ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງຫຼັກການ ແລະ ຄວາມຈຳເປັນ ໃນການປັບປຸງການຈັດຕັ້ງວ່າ: ການປັບປຸງ, ການສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສໍາຄັນຂອງແນວທາງການຈັດຕັ້ງຂອງພັກເຮົາ ຊຶ່ງເນື້ອແທ້ກໍແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄໍາສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາເລກທີ 01 ຂອງລັດຖະບານວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ : “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຕົວຈິງ” .

ການປັບປຸງ, ການສັບຊ້ອນຈັດວາງບຸກຄະລາກອນນໍາພາຂັ້ນຫົວໜ້າກົມ ແມ່ນແນໃສ່ເຮັດໃຫ້ຄຸນນະພາບຂອງກົງຈັກການຈັດຕັ້ງໄດ້ຮັບການປັບປຸງໄປຕາມທິດ “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ”, ເຮັດໃຫ້ການຈັດວາງພະນັກ ງານນໍາພາ-ຄຸ້ມຄອງເຂົ້າໃນຕໍາແໜ່ງງານຕ່າງໆໃຫ້ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະ ເຮັດໃຫ້ການເຄື່ອນໄຫວມີປະສິດທິຜົນສູງຂຶ້ນ ຊຶ່ງການແຕ່ງຕັ້ງໃນເທື່ອນີ້ ຈຸດປະສົງ ແລະ ລະດັບຄາດໝາຍເພື່ອກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍຄືກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກກະຊວງສະໄໝທີ IV ແລະເພື່ອ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຮັດໜ້າທີ່ການເມືອງຂອງຂະແໜງການພວກເຮົາ, ໂດຍສະເພາະແມ່ນເພື່ອຮອງຮັບການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນໄລຍະໃໝ່.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506