ທ່ານ ຮອງລັດຖະມົນຕີ ຕ້ອນຮັບ ທ່ານ Li Weimin ເຂົ້າຢ້ຽມຂໍ່ານັບ Post author:mem admin Post published:04/07/2023 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ໃນຕອນເຊົ້າວັນທີ 28 ມິຖຸນາ 2023 ທີ່ຜ່ານມາ ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ທ່ານ Li Weimin ຫົວໜ້າກົມທໍລະນີສາດອຸດສາຫະກຳນິວເຄຼຍ, ພະແນກ ຊັບພະຍາກອນທຳມະຊາດ ແຂວງຊິງໄຫ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ, ໄດ້ເຂົ້າຢ້ຽມຢາມ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ເພື່ອປຶກສາຫາລື ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງ ສປປລາວ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນການຮ່ວມມືດ້ານທໍລະນີສາດບໍ່ແຮ່ ເປັນຕົ້ນແມ່ນການຮ່ວມມືໃນການສ້າງແຜນທີ່ທໍລະນີສາດ ຂອງ ສປປ ລາວ ແລະ ຮ່ວມມືປະເມີນທ່າແຮງແຫຼ່ງແຮ່ເກືອໂປຕຼາສ ແລະ ແຮ່ຕິດພັນ ໃນຂອບເຂດ ສປປ ລາວ, ລວມທັງການແລກປ່ຽນການຮ່ວມມືທາງດ້ານວິຊາການ ແລະ ບຸກຄະລາກອນລະຫວ່າງສອງປະເທດ.ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດພາບ: ສົມສະນຸກຮຽງຮຽງ: ຄຳແສງ ແກ້ວປະເສີດ You Might Also Like ໂຮງງານຜະລິດອາລູມີນາ ຢູ່ເມືອງດາກຈິງ ແຂວງເຊກອງ ຈະກໍ່ສ້າງສຳເລັດໃນກາງປີ2027 13/08/2024 ທ່ານ ຮອງລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອາແຊັກໄບຊານ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ 28/03/2024 ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງຫຼາຍບັນຫາ ຕໍ່ຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ 01/07/2024
ທ່ານ ຮອງລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອາແຊັກໄບຊານ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ 28/03/2024
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງຫຼາຍບັນຫາ ຕໍ່ຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ 01/07/2024