ທ່ານ ລັດຖະມົນຕີ ກ່າວປາໄສ ຢູ່ກອງປະຊຸມການຮ່ວມມືດ້ານບໍ່ແຮ່ ຈີນ-ອາຊຽນ ຄັ້ງທີ 12

          ໃນໂອາກດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທີ່ຈັດຂຶ້ນລະຫວ່າງວັນທີ 17- 21 ພຶດສະພາ 2023 ຜ່ານມານີ້ ທີ່ເມືອງໜານນິງ, ເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ຂອງ ສປ.ຈີນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ປະກອບຄຳເຫັນ ກ່ຽວກັບແນວທາງນະໂຍບາຍການພັດທະນາບໍ່ແຮ່ ຂອງ ສປປ ລາວ ຕາມແນວທາງປ່ຽນແປງໃໝ່ຂອງພັກ ໂດຍສະເພາະແມ່ນ ແນວທາງຫັນເປັນອຸດສາຫະກຳ ທີ່ທັນສະໄໝ ຕິດແໜ້ນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ບົນພື້ນຖານການປະຕິບັດຕາມກົດໝາຍວ່າດ້ວຍແຮ່ທາດ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ, ພ້ອມທັງໄດ້ ຊີ້ໃຫ້ເຫັນວ່າ ວຽກງານການພັດທະນາບໍ່ແຮ່ ຢູ່ ສປປ ລາວ ຕ້ອງຕິດພັນກັບການຄົ້ນຄວ້າເຕັກໂນໂລຊີວິທະຍາສາດ ແລະ ຫັນໄປສູ່ທັນສະໄໝ, ຍືນຍົງ ແລະ ສີຂຽວ ເພື່ອດູດດຶງການລົງທຶນຂອງພາຍໃນ ແລະ ຕ່າງປະເທດເຂົ້າໃສ່ການພັດທະນາຂົງເຂດນີ້ນັບມື້ນັບເພີ່ມຂຶ້ນ, ອັນຈະສ້າງເງື່ອນໄຂເຮັດໃຫ້ການພັດທະນາແຮ່ທາດ ໃຫ້ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຕີບໃຫ່ຍຂະຫຍາຍຕົວດີຂຶ້ນເປັນກ້າວໆ.

          ບາງຕອນ ທ່ານ ລັດຖະມົນຕີ ໄດ້ກ່າວວ່າ: ການພັດທະນາດ້ານແຮ່ທາດ ຂອງ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ, ມາຮອດປະຈຸບັນ ສປປ ລາວ ສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 750 ຈຸດ ໃນຂອບເຂດທົ່ວປະເທດ ເຊິ່ງເປັນທ່າແຮງສຳຄັນໃນການພັດທະນາອຸດສາຫະກຳບໍ່ແຮ່ ຂະໜາດກາງເຖິງຂະໜາດໃຫຍ່. ໃນໄລຍະທົດສະວັດທີ່ຜ່ານມາໄດ້ມີການລົງທືນດ້ານບໍ່ແຮ່ຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງ ໂດຍສະເພາະຈາກ ສປ ຈີນ ເຊິ່ງມັນໄດ້ເປັນຕົວຂັບເຄື່ອນໃຫ້ເສດຖະກິດ ຂອງ ສປປ ລາວ ຂະຫຍາຍຕົວຢ່າງແຂງແຮງ ແລະ ມີບົດບາດສຳຄັນໃນການພັດທະນາເສດຖະກິດຂອງປະເທດ ເຊິ່ງສະແດງໃຫ້ເຫັນເຖິງການຈະເລີນເຕີບໂຕຂອງຂະແໜງບໍ່ແຮ່ ຕໍ່ຜະລິດຕະພັນພາຍໃນຂອງລາວທີ່ປະກອບສ່ວນເຂົ້າໃນ GDP ໃນອັດຕາ 4% ໃນປີ 2022. ນອກຈາກແຮ່ທາດທີ່ສຳຄັນເຊັ່ນ: ຄໍາ, ເງິນ ແລະ ທອງແດງ ແລ້ວ, ສປປ ລາວ ຍັງເປັນປະເທດຜູ້ຜະລິດແຮ່ໂປຕາສ ລາຍໃຫຍ່ພຽງແຫ່ງດຽວໃນອາຊຽນ ແລະ ຍັງມີທ່າແຮງໃນການພັດທະນາແຮ່ໂປຕາສ, ຖ້າອີງໃສ່ປະລິມານສະສົມທີ່ຜ່ານມາ, ແຮ່ໂປຕາສ ຖືວ່າເປັນແຮ່ທາດທີ່ສຳຄັນສຳລັບຫຼາຍປະເທດໃນໂລກ ເນື່ອງຈາກມັນໄດ້ຖືກນຳໃຊ້ໃນຂະແໜງກະສິກຳທົ່ວໂລກ. ເຊິ່ງອະນາຄົດ, ສປປ ລາວ ເຫັນໄດ້ກາລະໂອກາດໃນຕະຫຼາດແຮ່ໂປຕາສ ໃນອາຊຽນ, ເນື່ອງຈາກລາວເຮົາຍັງມີແຫຼ່ງຊັບພະຍາກອນ ແລະ ປະລິມານສະສົມຂອງແຮ່ໂປຕາສທີ່ອຸດົມສົມບູນໃນປະຈຸບັນ. ການພັດທະນາແຮ່ໂປຕາສ ບໍ່ພຽງແຕ່ຈະໃຫ້ຜົນປະໂຫຍດແກ່ ສປປ ລາວ ຜ່ານລາຍຮັບທາງກົງ ແລະ ທາງອ້ອມໃຫ້ແກ່ລັດຖະບານເທົ່ານັ້ນ, ແຕ່ຍັງສ້າງຜົນປະໂຫຍດທີ່ສຳຄັນ ເພື່ອຮັບປະກັນການສະໜອງແຮ່ໂປຕາສໃຫ້ພຽງພໍກັບຄວາມຕ້ອງການທີ່ເພີ່ມຂຶ້ນໃນທົ່ວໂລກ, ກໍ່ຄື ສປ ຈີນ. ນອກຈາກແຮ່ໂປຕາສ ແລ້ວ, ສປປ ລາວ ກໍ່ໄດ້ກຳລັງພິຈາລະນາໃນການພັດທະນາແຮ່ຫາຍາກຕື່ມອີກ.
          ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ການພັດທະນາວຽກງານບໍ່ແຮ່ ຕ້ອງຕິດພັນກັບການເພີ່ມທະວີວຽກງານຄົ້ນຄວ້າວິທະຍາສາດ ແລະ ຫັນໄປສູ່ທັນສະໄໝ. ບັນຫານີ້ເປັນບັນຫາສຳຄັນ, ເປັນຂໍກຸນແຈທີ່ສຳຄັນ ເພື່ອໄຂໂອກາດໃຫ້ແກ່ການພັດທະນາໃນຂົງເຂດນີ້ ແລະ ຕ້ອງຕິດພັນຢ່າງແໜ້ນແຟ້ນລະຫວ່າງການຂຸດຄົ້ນກັບການປຸງແຕ່ງ ແລະ ສູ້ຊົນ ສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ. ອັນສຳຄັນແມ່ນຈະສາມາດດູດດຶງການລົງທຶນຂອງພາຍໃນ ແລະ ຕ່າງປະເທດເຂົ້າໃສ່ການພັດທະນາຂົງເຂດນີ້ນັບມື້ນັບເພີ່ມຂຶ້ນ, ອັນຈະສ້າງເງື່ອນໄຂເຮັດໃຫ້ການພັດທະນາແຮ່ທາດ ໃຫ້ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາ ສປປ ລາວ ໃຫ້ຂະຫຍາຍຕົວດີຂຶ້ນເປັນກ້າວໆ.

          ກອງປະຊຸມການຮ່ວມມືດ້ານບໍ່ແຮ່ ຈີນ-ອາຊຽນ ຄັ້ງທີ່ 12 ປະຈຳປີ 2023 ນີ້ຈັດຂຶ້ນພາຍໃຕ້ຫົວຂໍ້:  “ຮ່ວມມືເຊື່ອມສານເຂົ້າໃນການກໍ່ສ້າງໜຶ່ງແລວທາງ ໜຶ່ງເສັ້ນທາງ ເຂົ້າໃນການພັດທະນາແບບຍືນຍົງໃນອຸດສາຫະກຳບໍ່ແຮ່ສີຂຽວ” ໂດຍການເປັນເຈົ້າພາບຂອງ ສປ.ຈີນ ເພື່ອຮັດແໜ້ນການພົວພັນການຮ່ວມມື ແລະ ການລົງທຶນດ້ານບໍ່ແຮ່, ປຶກສາຫາລືຖອດຖອນບົດຮຽນດ້ານການພັດທະນາວຽກງານບໍ່ແຮ່ ລະຫວ່າງຈີນ-ອາຊຽນ ຕິດພັນກັບນະໂຍບາຍການພັດທະນາບໍ່ແຮ່ແບບຍືນຍົງ.

ພາບ ແລະ ແຫຼ່ງຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ