
ເນື່ອງໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ວັນທີ 20 ມັງກອນ 1949-20 ມັງກອນ 2025 ນີ້, ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ ພ້ອມເງິນສົດ ຈຳນວນ 50ລ້ານກີບ ມາອວຍພອນການນຳກະຊວງປ້ອງກັນປ້ອງປະເທດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົນໂທ ສາດສະດາຈານ ປະລິຍາເອກ ທອງລອຍ ສຸລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະຢູ່ ສຳນັກງານກະຊວງປ້ອງກັນປະເທດ ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າ ໃຫ້ຄະນະພັກ, ຄະນະນຳ, ພະນັກງານ, ລັດຖະກອນ ແລະ ກຳມະກອນ ທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ກ່າວຄຳອວຍພອນ ໃຫ້ທົ່ວກຳລັງປ້ອງກັນຊາດ ໃນຂອບທົ່ວປະເທດ ເວົ້າລວມ, ເວົ້າສະເພາະການນຳກະຊວງປ້ອງກັນປະເທດ ຈົ່ງມີແຕ່ຄວາມສຸກໂຊກດີ, ມີຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການນຳກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ຕໍ່ຊີວິດການເປັນຢູ່ຂອງພະນັກງານນັກຮົບທັງຢູ່ໃນກຳລັງຫຼວງ ກໍ່ຄືກຳລັງທ້ອງຖິ່ນ ໂດຍສະເພາະແມ່ນການປະກອບສ່ວນທາງດ້ານວັດຖຸ, ປັດໄຈ ແລະ ເງິນສົດ ມາຊຸກຍູ້, ສະໜັບສະໜູນກອງທັບເປັນປະຈຳ. ໃນມໍ່ໆນີ້, ອົງການຈັດຕັ້ງຊາວໜຸ່ມຂອງທັງສອງກະຊວງກໍ່ໄດ້ມີການພົບປະ, ແລກປ່ຽນບົດຮຽນຮ່ວມກັນ ໃນນີ້ຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ນຳເອົາອຸປະກອນເຄື່ອງໄຟຟ້າແສງຕາເວັນ ຈຳນວນ 20ຊຸດ ນຳມາມອບໃຫ້ຫ້ອງການຊາວໜຸ່ມກອງທັບ ເພື່ອນຳໄປມອບຕໍ່ໃຫ້ທະຫານຢູ່ເຂດຫ່າງໄກສອກຫຼີກ.

ຕະຫຼອດໄລຍະ 76 ປີ ທີ່ຜ່ານມາ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກເດັດຂາດ, ໂດຍກົງ ແລະ ຮອບດ້ານວາງແນວທາງປ້ອງກັນຊາດທົ່ວປວງຊົນຮອບດ້ານຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ, ກອງທັບປະຊາຊົນລາວພວກເຮົາສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ສ້າງວິລະກໍາອັນລໍ້າເລີດ ທີ່ເປັນຄວາມເອກອ້າງທະນົງໃຈໃຫ້ແກ່ກອງທັບປະຊາຊົນລາວ ກໍຄືປະເທດຊາດຂອງພວກເຮົາ ໂດຍຢຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ກອງທັບປະຊາຊົນລາວ ສາມາດປະກອບສ່ວນຮັບປະກັນ ເຮັດໃຫ້ປະເທດຊາດ ມີຄວາມສະ ຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ເດັດດ່ຽວປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ໃນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບປະຊາຊົນລາວ; ທັງເປັນການຝຶກຝົນຫຼໍ່ຫຼອມທັດສະນະຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ຮູ້ຈັກອີງໃສ່ກໍາລັງແຮງສັງລວມຂອງທົ່ວປວງຊົນ, ຫັນກໍາລັງລົງກໍ່ສ້າງຮາກຖານຢ່າງແຂງແຮງ, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ ແລະ ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ກອງທັບປະຊາຊົນລາວ ພ້ອມກັນເປັນກໍາລັງແຮງທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ການແຊກຊຶມ ແລະ ເຄື່ອນໄຫວເກາະຜິດ, ບຽດຢຶດຕາມຊາຍແດນຂອງອິດທິກໍາລັງປະຕິການໄດ້ຢ່າງທັນການ, ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮ້ອຍ ທາງສັງຄົມເປັນຢ່າງດີ. ໄປຄຽງຄູ່ກັບການເຄື່ອນໄຫວປະຕິບັດໜ້າທີ່ ແລະ ການກຽມພ້ອມສູ້ຮົບ, ກອງທັບພວກເຮົາຍັງໄດ້ສຸມກໍາລັງ, ພາຫະນະເຕັກນິກ ແລະ ງົບປະມານເພື່ອກອບກູ້ໄພພິບັດທໍາມະຊາດ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໄດ້ຢ່າງທັນການ. ປັດໄຈສໍາຄັນໜຶ່ງອີກທີ່ປະກອບສ່ວນສ້າງໃຫ້ກອງທັບປະຊາຊົນລາວພວກເຮົາເຕີບໃຫຍ່ເຂັ້ມແຂງ ແລະ ສາມາດເຮັດສໍາເລັດໜ້າທີ່ອັນສູງສົ່ງຂອງຕົນນັ້ນ ກໍແມ່ນການປະກອບສ່ວນອູ້ມຊູຊ່ວຍເຫຼືອອັນໃຫຍ່ຫຼວງຂອງບັນດາປະ ເທດເພື່ອນມິດຍຸດທະສາດສັງຄົມນິຍົມ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄື ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ.