ກອງປະຊຸມທາບທາມຄໍາຄິດເຫັນຕໍ່ຮ່າງຍຸດທະສາດ ແລະ ດໍາລັດວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ

          ກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 14-15 ພະຈິກ 2022 ຜ່ານມານີ້, ຢູ່ມືອງປາກຊັນ ແຂວງບໍລິຄໍາໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່; ຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ບັນດາພະແນກພະລັງງານ ແລະ ບໍ່ແຮ່ ຈາກ 13 ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍສືບຕໍ່ກອງປະຊຸມຄັ້ງທຳອິດ ທີ່ຈັດຂຶ້ນຢູ່ເມືອງ ວັງວຽງ ແຂວງວຽງຈັນ ລະຫວ່າງວັນທີ 20-21 ຕຸລາ 2022 ທີ່ຜ່ານມາ. ຕະຫຼອດໄລຍະຜ່ານມາ ຄະນະຮັບຜິດຊອບສ້າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ດໍາລັດວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ກໍ່ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າຢ່າງເລິກເຊິ່ງ ໂດຍຖອດຖອນບົດຮຽນການຈັດຕັ້ງປະຕິບັດການພັດທະນາແຮ່ທາດຢູ່ປະເທດພວກເຮົາໃນໄລຍະຜ່ານມາ ບວກກັບບົດຮຽນຂອງສາກົນ.

          ທ່ານ ຮອງລັດຖະມົນຕີ ກ່າວຕື່ມວ່າ: ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ດໍາລັດວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ແມ່ນເປັນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ ມາເປັນນິຕິກຳລຸ່ມກົດໝາຍໃນການຈັດຕັ້ງປະຕິບັດຂອງຂະແໜງການ ບົນພື້ນຖານການສຶກສາຕີລາຄາ ແລະ ຖອດຖອນບົດຮຽນ ຈາກຜົນສຳເລັດ ແລະ ຈຸດຄົງຄ້າງ ໃນໄລຍະ 10 ປີ ຜ່ານມາ ແລະ 5 ປີ ຄັ້ງທີ່ VIII ( 2016-2020) ບວກກັບການປະເມີນບັນດາທ່າແຮງບົ່ມຊ້ອນ, ຂີດຄວາມສາມາດ, ກາລະໂອກາດ ແລະ ສະພາວະຄວາມເປັນຈິງ ຢູ່ພາຍໃນ, ພາກພື້ນ ແລະ ສາກົນ; ຊຶ່ງການຄົ້ນຄວ້າ ແລະ ປຶກສາຫາລື ຕໍ່(ຮ່າງ)ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ຮ່ວມກັນ ຜ່ານມາຈໍານວນ 18 ຄັ້ງ.

          ໃນການຄົ້ນຄວ້າ (ຮ່າງ) ຍຸດທະສາດດັ່ງກ່າວ ແມ່ນໄດ້ຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍແຮ່ທາດ ຕາມ 5 ຫຼັກການການສ້າງຍຸດທະສາດການພັດທະນາແຮ່ທາດ ຄື:  ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ;  ຮັບປະກັນຄວາມສົມດູນ ລະຫວ່າງ ການສະຫງວນ ແລະ ການຂຸດຄົ້ນ, ການນໍາໃຊ້ຢ່າງປະຢັດ ແລະ ມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ;  ຮັບປະກັນການສະໜອງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງອອກຕ່າງປະເທດ;  ນໍາໃຊ້ຜົນການສໍາຫຼວດທໍລະນີສາດ ແລະ ແຮ່ທາດ ຂັ້ນພື້ນຖານ ແລະ  ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

          ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ເອກະສານທັງສອງສະບັບທີ່ຕິດພັນກັບການພັດທະນາແຮ່ທາດຢູ່ ສປປລາວ ມີເນື້ອໃນສົມບູນ, ສອດຄ່ອງກັບນະໂຍບາຍຂອງພັກ, ລັດຖະບານ ແລະ ທັງຮັບກັນສ້າງຜົນສູງສຸດໃຫ້ແກ່ປະເທດຊາດ.

ພາບ ແລະ ຂ່າວ: ມີລູ່ ຄຳປະເສີດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ