ທ່ານ ຮອງລັດຖະມົນຕີ ຕ້ອນຮັບ ຮອງປະທານ, ຜູ້ປະຈຳການຄະນະກຳມະການຮ່ວມມືລາວ-ຈີນ

          ຕອນບ່າຍວັນທີ 2 ກໍລະກົດ 2024 ນີ້, ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ໄຊຊະນະ ສິດທິພອນ ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການຮ່ວມມືລາວ-ຈີນ, ກະຊວງແຜນການ ແລະ ການລົງທຶນ ທີ່ເຄື່ອນໄຫວເຮັດວຽກກັບກະຊວງພະລັງງານ ແລະ ບໍ່ແຮ່.
          ໃນໂອກາດພົບປະ, ປຶກສາຫາລືດັ່ງກ່າວ ທ່ານ ຮອງລັດຖະມົນຕີ ທັງສອງ ໄດ້ແລກປ່ຽນຫຼາຍບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ ໂດຍສະເພາະ ແມ່ນການແລກປ່ຽນຂໍ້ມູນການຮ່ວມມືລະຫວ່າງ ສປປລາວ ແລະ ສປ ຈີນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອນຳເປັນບ່ອນອີງໃນສ້າງແຜນ, ການຕິດຕາມ, ກວດກາ, ການຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນການເຄື່ອນໄຫວຈັດຕັ້ງປະຕິບັດໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຂອງນັກລົງທຶນຈາກ ສປ ຈີນ ຢູ່ ສປປລາວ ໃຫ້ມີບັນຍາກາດທີ່ດີ ທັງຮັບປະກັນສ້າງຜົນປະໂຫຍດໃຫ້ແກ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຕາມເນື້ອໃນຈິດໃຈ ການຮ່ວມມືຄູ່ຮ່ວມຊະຕາກໍາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ເກີດດອກອອກຜົນ.
          ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານສະພາບການຮ່ວມມືຊ່ວຍເຫຼືອ ແລະ ການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຂອງ ສປ ຈີນ ໃຫ້ ທ່ານ ຮອງລັດຖະມົນຕີ, ຮອງປະທານ, ຜູ້ຈຳການຄະນະກຳມະການຮ່ວມມືລາວ-ຈີນ ໄດ້ຮັບຊາບໂດຍຫຍໍ້ ໂດຍການຜັນຂະຫຍາຍ ໃນຂອບການຮ່ວມມື ດ້ານພະລັງງານທີຕິດພັນກັບໂຄງການຊ່ວຍເຫຼືອລ້າ 4 ຕື້ຢວນ ເຫັນວ່າ ການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ ມີ ໝາກຜົນ, ມີປະສິດຕິພາບ ແລະ ມີປະສິດຕິຜົນສູງ. ສປ ຈີນ ເປັນປະເທດອັນດັບໜຶ່ງ ທີ່ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ໃນ ສປປລາວ ແລະ ກໍ່ມີຫຼາຍໂຄງການໄດ້ກາຍເປັນໂຄງການຕົວແບບຂອງການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າຂອງ ສປປລາວ ເປັນຕົ້ນແມ່ນ: ໂຄງການເຂື່ອນໄຟຟ້າຕາມສາຍນໍ້າອູ່, ໂຄງການຮ່ວມມືສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ແລະ ໂຄງການອື່ນໆອີກຈຳນວນໜຶ່ງ. ນອກຈາກການຮ່ວມມືດ້ານການລົງທຶນແລ້ວ, ສປ ຈີນ ກໍ່ຍັງເປັນປະເທດທີ່ໃຫ້ການຊ່ວຍເຫຼືອ ສປປລາວ ດ້ານພະລັງງານຫຼາຍສົມຄວນ ເປັນຕົ້ນແມ່ນການຊ່ວຍເຫຼືອສ້າງບຸກຄະລາກອນ, ໂຄງການຊ່ວຍເຫຼືອກໍສ້າງຕາຂ່າຍໄຟຟ້າແຮງກາງ, ແຮງຕໍ່າ 22ກວ, 0,4 ກວ ແລະ ຕິດຕັ້ງໝໍ່້ແປງ ຢູ່ແຂວງຫຼວງພະບາງ, ວຽງຈັນ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ບໍ່ແກ້ວ ແລະ ແຂວງຊຽງຂວາງ. ຖືໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ລັດຖະບານແຫ່ງ ສປ ຈີນ ໃຫ້ການສະໜັບສະໜູນຊຸກຍູ້ຫາແນວທາງ ແລະ ຫາທາງອອກ ຮ່ວມກັນ ເພື່ອໃຫ້ໂຄງການໄຟຟ້າຄວາມຮ້ອນຖ່ານຫີນ ກະລືມ ແລະ ລະມາມ ຢູ່ພາກໃຕ້ຂອງລາວ ໄດ້ຮັບທຶນຮອນຈາກ ສປ ຈີນເພື່ອນຳມາຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນທີ່ກຳນົດໄວ້ ເນື່ອງຈາກວ່າ ທັງສອງໂຄງການເປັນໂຄງການທີ່ມີບົດບາດຄວາມສຳຄັນຫຼາຍ ຕໍ່ການຄໍ້າປະກັນຄວາມໝັ້ນຄົງດ້ານພະລັງງານຂອງ ສປປລາວ ໃນອະນາຄົດ.

          ຂະນະດຽວກັນ ທ່ານ ຮອງລັດຖະມົນຕີ, ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການຮ່ວມມືລາວ-ຈີນ, ກະຊວງແຜນການ ແລະ ການລົງທຶນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຮ່ວມເຮັດວຽກຂອງ ທ່ານ ຮອງລັດຖະມົນຕີ ຈັນສະແຫວງ ບຸນຍົງ. ພ້ອມກັນນີ້, ທ່ານ ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການຮ່ວມມືລາວ-ຈີນ ຍັງໄດ້ຍົກເຫັນເຖິງພາລະບົດບາດ, ຄວາມຮັບຜິດຊອບຂອງຄະນະກຳມະການຮ່ວມມືລາວ-ຈີນວ່າ: ຄະນະກຳມະກາຮ່ວມມືລາວ-ຈີນ ມີບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ, ປະສານງານ ແລະ ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ວຽກງານຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ໃນນີ ລວທັງການຮ່ວມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງທີ່ສຳຄັນ ທີ່ພັກ, ລັດຖະບານ ຂອງທັງສອງປະເທດໃຫ້ຄວາມສຳຄັນ ແລະ ໄດ້ມີການພົວພັນຮ່ວມມືກັນມາຢ່າງຍາວນານ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506