ຊົມເຊີຍຜົນສຳເລັດ ການເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ຢູ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

            ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີພິເສດການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃນປີ 2022, ລະຫວ່າງວັນທີ 23-25 ທັນວາ 2022 ນີ້, ຄະນະການໍາ ກະຊວງ ພະລັງງານ ແລະ ບໍ່ແຮ່ ນໍາໂດຍ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ, ພິທີຕ້ອນຮັບ ແລະ ພົບປະຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2022 ຢູ່ເມືຶອງ ຮ່າລອງ, ແຂວງກວາງນິ້ງ, ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂດຍແມ່ນ ສະຫາຍ ຫງຽນ ຮົງ ຢຽນ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນະຍົມ ຫວຽດນາມ ພ້ອມດ້ວຍຄະນະ.

            ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ທ່ານ ຫງຽນ ຮົງ ຢຽນ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະການນຳກະຊວງ ພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະການພົບປະ, ປຶກສາຫາລື ແລະ ການຮ່ວມມືຂອງສອງກະຊວງ ທີ່ມີມາແຕ່ດົນນານແລ້ວນັ້ນ ໄດ້ຮັບການເພີ່ມທະວີ ແລະ ຫັດແໜ້ນຄວາມສາມັກຄີ ແລະ ທັງເປັນການເພີ່ມພູນຄູນສ້າງໃຫ້ງອກງາມ ແລະ ໝັ້ນຄົງຕະຫຼອດໄປ.

Lorem ipsum dolor sit amet, consectetur adipiscing elit. Ut elit tellus, luctus nec ullamcorper mattis, pulvinar dapibus leo.

           ທ່ານ ປອ ດາວວົງ ພອນແກ້ວ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມຂອງ ທ່ານ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມພ້ອມຄະນະໃນຄັ້ງນີ້. ພ້ອມນນີ້, ທ່ານ ລັດຖະມົນຕີ ຍັງໄດ້ກ່າວວ່າ: ໃນປີ 2022 ນີ້ ແມ່ນປີທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ທາງດ້ານປະຫວັດສາດ ຂອງສອງຊາດ ລາວ ຫວຽດນາມ ນັ້ນຄື ການຈັດຕັ້ງການສະເຫຼີມສະຫຼອງປີມິດຕະພາບ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງ ສາຍພົວພັນການທູດລາວ ຫວຽດນາມ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຮອບດ້ານ ຄົບຮອບ 45 ປີ ເຊິ່ງທັງສອງປະເທດ ເວົ້າລວມ ກໍ່ຄື ສອງກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໄດ້ ພ້ອມກັນສະເຫຼີມສະຫຼອງ 2 ວັນປະຫວັດສາດດັ່ງກ່າວ ໂດຍການຈັດຫຼາຍກິດຈະກຳ ທີ່ເຕັມໄປດ້ວຍຄວາມຫມາຍຄວາມສໍາຄັນ.
           ທ່ານ ລັດຖະມົນຕີ ທັງສອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ກັນ ແລະ ກັນ ໄດ້ຮັບຊາບ. ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນບົນພື້ນຖານໄມຕີຈິດມິດຕະພາບ ແລະ ການຮ່ວມມືພິເສດ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ທັງສອງຝາຍ ໄດ້ເຫັນດີຮ່ວມກັນຈະສືບຕໍ່ການຈັດຕັ້ງປະຕິບັດຕາມບົດບັນທຶກຊ່ວຍຈຳ ກ່ຽວກັບການສ້າງຕັ້ງສາຍພົວພັນມິດຕະພາບ ແລະ ການຮ່ວມມື ໂດຍສະເພາະ ຈະສືບຕໍ່ຜັດປ່ຽນກັນຈັດຕັ້ງຄະນະຜູ້ແທນ ຂອງແຕ່ລະຝ່າຍ ໄປຢ້ຽມຢາມ, ພົບປະ, ແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ ກ່ຽວກັບວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນ ການທົບທວນຄືນວຽກງານການຮ່ວມມືດ້ານການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ພາຍໃຕ້ຂອບ MOU ວ່າດ້ວຍການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ ສປປ ລາວ ສະບັບປີ 2016 ແລະ ສັນຍາວ່າດ້ວຍການຮ່ວມມືພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ສະບັບປີ 2019 ໂດຍມີເປົ້າໝາຍໃຫ້ບັນລຸຕົວເລກການສົ່ງອອກໄຟຟ້າຈາກ ສປປ ລາວ ໄປ ສສ ຫວຽດນາມ ປີ 2020 ຈໍານວນ 1.000 MW; ປີ 2021-2025 ຈຳນວນ 3.000 MW ແລະ ຮອດປີ 2030 ໃຫ້ໄດ້ປະມານ 5.000 MW.
           ມາຮອດປັດຈຸບັນ ໂຄງການທີ່ໄດ້ເຊັນສັນຍາ ຊື້-ຂາຍໄຟ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 25 ໂຄງການ ລວມກໍາລັງຕິດຕັ້ງ 2.180 MW ກວມເອົາ 72.67% ຂອງ 3.000 MW ໂດຍແຍກເປັນໂຄງການທີ່ດໍາເນີນການຜະລິດສົ່ງກະແສໄຟຟ້າມີ 2 ໂຄງການ (ເຊຂະໝານ 1, ເຊຂະໝານຊານໄຊ ແລະ ເຊຂະໝານ 3) ລວມກຳລັງຕິດຕັ້ງ 572 MW ແລະ ໂຄງການທີ່ມີ PPA ແຕ່ກຳລັງກໍ່ສ້າງ ລວມກຳລັງຕິດຕັ້ງ 1.608 MW.
             ນອກຈາກນີ້, ຍັງມີບົດບັນທຶກຄວາມເຂົ້າໃຈບັນດາໂຄງການທີ່ມີນິຕິກຳພາຍໃຕ້ ການເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟ້ (Tariff MOU); ມີຂໍ້ຕົກລົງເຫັນດີດ້ານຫຼັກການຮັບໄຟ ແລະ ບັນດາໂຄງການຈຳນວນໜື່ງ ທີ່ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ ຮ່ວມກັບ EVN ລວມທັງໃນໄລຍະຜ່ານມາໄດ້ມີໂຄງການພັດທະນາພະລັງງານລົມ ທີ່ໄດ້ເຊັນ MOU ການສຶກສາຄວາມເປັນໄປໄດ້ກັບລັດຖະບານລາວປະມານ 3 ໂຄງການ ທີ່ມີແຜນຈະສົ່ງໄຟໄປ ສສ ຫວຽດນາມໃນອະນາຄົດອີກດ້ວຍ.
          ສໍາລັບວຽກງານການພັດທະນາວຽກງານແຮ່ທາດໃນໄລຍະທີ່ຜ່ານມາ ກໍເຫັນວ່າບັນດາບໍລິສັດທີ່ລົງທຶນດ້ານການຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ຈາກ ສສ ຫວຽດນາມ ປະຈຸບັນລວມມີທັງໝົດ 10 ບໍລິສັດ. ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີທັງໝົດ 18 ບໍລິສັດ, (ຫີນກາວ 4 ບໍລິສັດ; ແຮ່ຄຳ ມີ 4 ບໍລິສັດ; ກົ່ວ, ຊືນ-ສັງກະສີ 2 ບໍລິສັດ; ແຮ່ເຫຼັກ 3 ບໍລິສັດ; ແຮ່ທອງ 1 ບໍລິສັດ; ແຮ່ໂປຕາສ 1 ບໍລິສັດ; ແຮ່ບາຣິດ 2 ບໍລິສັດ; ແຮ່ບົກຊິດ 1 ບໍລິສັດ) ອັນທີ່ເປັນພື້ນຖານສໍາຄັນເພື່ອເຮັດໃຫ້ດຳເນີນກິດຈະການແຮ່ທາດ, ການຂຸດຄົ້ນ ແລະ ນຳໃຊ້ແຮ່ທາດຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດນັ້ນ, ກໍຈະຕ້ອງໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດຢ່າງຄົບຖ້ວນຕາມເນື້ອໃນ, ຂັ້ນຕອນຂອງກິດຈະກຳກ່ຽວກັບແຮ່ທາດ ຊຶ່ງໄດ້ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍແຮ່ທາດຄື: ການຊອກຄົ້ນ, ການສຳຫຼວດ ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ການຂຸດຄົ້ນ, ການປຸງແຕ່ງ, ການຊື້-ຂາຍແຮ່, ການເຄື່ອນຍ້າຍແຮ່ ແລະ ແຮ່ທາດ, ການຟື້ນຟູເນື້ອທີ່ຂຸດຄົ້ນ ແລະ ປິດບໍ່ແຮ່ ແລະ ການມອບກິດຈະການຂຸດຄົ້ນ.
          ພາຍຫຼັງການຮ່ວມເຮັດວຽກ ແລະ ພົບປະປຶກສາຫາລື ແລກປ່ຽນບົດຮຽນນຳກັນໃນເທື່ອນີ້ ຈະເປັນການສ້າງພື້ນຖານ, ເງື່ອນໄຂທີ່ສຳຄັນ ໃຫ້ແກ່ການສືບຕໍ່ການເປີດກວ້າງການພົວພັນ, ການຮ່ວມມື ແລະ ແລກປ່ຽນ ດ້ານພະລັງງານ-ບໍ່ແຮ່, ລະຫວ່າງ ລາວ-ຫວຽດນາມ ໃຫ້ຂະຫຍາຍຕົວໄປສູ່ຄຸນນະພາບໃໝ່, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ 2 ປະເທດ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ 2 ຊາດລາວ-ຫວຽດນາມ, ກາຍເປັນສ່ວນປະກອບທີ່ສຳຄັນໃນການເພີ້ມພູນຄູນສ້າງ ສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດລາວ-ຫວຽດນາມ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ຈະເລີນງອກງາມຍິ່ງຍິ່ງຂຶ້ນ

          ໃນໂອກາດພົບປະ ແລະ ເຮັດວຽກຮ່ວມກັນຄັ້ງນີ້, ທັງສອງຝ່າຍ ຍັງໄດ້ຈັດພິທີຍ້ອງຍໍ ໃຫ້ກົມກອງລວມໝູ່ ແລະ ບຸກຄົນດີດເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງກະຊວງ ໃນນີ້: ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ແລະ ຫຼຽນໄຊມິດຕະພາບ ແລະ ຫຼຽນກາມິດຕະພາບ ຂອງ ສປປ ລາວ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ຂອງກະຊວງອຸດສະຫະກຳ ແລະ ການຄ້າ ສສ ຫວຽດນາມ ໂດຍແມ່ນ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນຜູ້ປະດັ

          ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ກໍ່ໄດ້ປະດັບ ຫຼຽນອິດສະຫຼະ ຊັ້ນ III, ຫຼຽນໄຊມິດຕະພາບ ແລະ ຫຼຽນກາມິດຕະພາບ ໃຫ້ແກ່ການນຳກະຊວງ, ຄະນະກົມ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍໃຫ້ກຽດປະດັບຂອງ ທ່ານ ຫງຽນ ຮົງ ຢຽນ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ.

ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ
ກວດແກ້: ຄຳແສງ ແກ້ວປະເສີດ