ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ ລັດວິສາຫະກິດໄຟຟ້າເອົາໃຈໃສ່ 5 ວຽກຈຸດສຸ່ມໃນໄລຍະ 6 ເດືອນທ້າຍປີ 2022 ນີ້

          ຕອນເຊົ້າວັນທີ 5 ສິງຫາ 2022 ເຊິ່ງເປັນມື້ທີສອງຂອງການດຳເນີນກອງປະຊຸມສະຫລຸບ 6 ເດືອນຕົ້ນປີ ແລະ ຜ່ານແຜນການ 6 ເດືອນທ້າຍປີ 2022 ຂອງ ລັດວິສາຫະກິດໄຟຟ້າລາວ(ຟຟລ), ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານ-ຫຼັກແຫຼ່ງຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງກ່ອນອື່ນ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໃນໄລຍະ 6 ເດືອນຕົ້ນປີ 2022. ພ້ອມກັນນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ການນຳລັດວິສາຫະກິດໄຟຟ້າທຸກຂັ້ນເພີ່ມທະວີວຽກງານ ການສຶກສາອົບຮົມທາງດ້ານແນວຄິດ-ການເມືອງ ໃຫ້ພະນັກງານ-ກຳມະກອນຢ່າງເລິກເຊິ່ງ ແລະ ເຮັດຢ່າງຕໍ່ເນື່ອງ ໄປພ້ອມໆກັບການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຕິດພັນຢ່າງສະໜິດແໜ້ນກັບການເສີມຂະຫຍາຍຄວາມຮັບຜິດຊອບໜ້າທີ່ການເມືອງ ກໍ່ຄືວຽກງານວິຊາສະເພາະຂອງຕົນຕາມການມອບໝາຍຂອງຂັ້ນເທິງ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ຍັງເໜັ້ນໜັກໃຫ້ ລັດວິສາຫະກິດໄຟຟ້າລາວ ເອົາໃຈໃສ່ປະຕິບັດ 5 ວຽກຈຸດສຸ່ມດັ່ງນີ້:

          ກ່ອນອື່ນໝົດ, ຢາກຂໍໃຫ້ພວກສະຫາຍກຳແໜ້ນວ່າ: ທ້າຍປີ 2022 ແມ່ນໄລຍະທີ່ມີຄວາມສໍາຄັນຫຼາຍ, ເນື່ອງຈາກວ່າ ເປັນໄລຍະທ້າຍປີທີສອງຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີ(2021-2025). ອັນນີ້ແມ່ນບັນຫາສໍາຄັນ, ແມ່ນບັນຫາກົກ ແລະ ແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນ, ເວົ້າສະເພາະໄຟຟ້າລາວ ແມ່ນຫົວໜ່ວຍສຳຄັນຫົວໜ່ວຍໜຶ່ງໃນຂະບວນການຈັດຕັ້ງປະຕິບັດ.
          ບັນຫານີ້ມັນພົວພັນເຖິງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍລວມ ແລະ ຄາດໝາຍລະອຽດຂອງແຕ່ລະພາກສ່ວນ. ສະນັ້ນ, ສະເໜີໃຫ້ພວກສະຫາຍກວດກາຄືນຕື່ມວ່າ: ທິດທາງ, ໜ້າທີ່ລວມ, ການວາງຄາດ ໝາຍແຕ່ລະດ້ານທີ່ຈະປະຕິບັດໃນ 6 ເດືອນທ້າຍປີ 2022 ສອດຄ່ອງກັບແນວທາງ, ແຜນນະໂຍບາຍ, ມະຕິ, ແຜນລວມ ແລະພັດທະນາຂອງຂະແໜງການພວກເຮົາແລ້ວບໍ່ ? ອັນໃດທີ່ເຫັນວ່າຄວນປັບປຸງຕື່ມກໍອາດຈະປັບປຸງໄດ້ໃນເວລາຫັນໄປສູ່ການປະຕິບັດຕົວຈິງເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.
2. ແຕ່ນີ້ຮອດໝົດປີ 2022 ຍັງແມ່ນໄລຍະທີ່ພວກເຮົາຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ວິກິດການຫຼາຍດ້ານ ຊຶ່ງອັນທີ່ພົ້ນເດັ່ນແມ່ນ : ການລະບາດຂອງພະຍາດໂຄວິດ-19 ຍັງຄົງປະໄວ້ຊຶ່ງຜົນກະທົບທີ່ເກີດຂຶ້ນໃນໄລຍະທີ່ຜ່ານມາ ແລະ ມັນກໍຍັງມີຄວາມສາມາດທີ່ຈະກັບຄືນລະບາດອີກຮອບໃໝ່; ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຈະຍັງຢູ່ໃນສະພາບຊະລໍຕົວ, ມີບາງດ້ານຍັງຈະມີລັກສະນະຖົດຖອຍ ຫຼື ຟື້ນຟູບໍ່ທັນໄດ້ ແລະ ບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ລາຄາສິນຄ້າບາງປະເພດ, ບັນຫາເງິນຕາ, ຊີວິດວັດຖຸ, ຈິດໃຈ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຍັງຈະພົບຄວາມຫຍຸ້ງຍາກ ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆອີກ.
          ແຕ່ ພວກເຮົາກໍຕ້ອງກໍາແໜ້ນ ແລະ ເຫັນໄດ້ດ້ານທີ່ເປັນທ່ານແຮງ, ເປັນຂໍ້ສະດວກສໍາລັບໄລຍະແຕ່ນີ້ຮອດທ້າຍປີ 2022, ໃນນີ້ : ພາຍໃຕ້ການນໍາຂອງພັກ, ການຄຸ້ມຄອງຂອງລັດ ແລະ ດ້ວຍກໍາລັັງແຮງແຫ່ງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ, ພວກເຮົາກໍມີຄວາມເຊື່ອໝັ້ນວ່າ : ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ຈະສາມາດກ້າວຜ່ານຄວາມຫຍຸ້ງຍາກຕ່າງໆໄດ້ ຊຶ່ງອັນທີ່ເປັນພື້ນຖານແມ່ນ ປະເທດຊາດຂອງພວກເຮົາ ຍັງມີສະຖຽນລະພາບ, ມີຄວາມໝັ້ນຄົງ, ໜັກແໜ້ນທາງດ້ານການເມືອງ, ຢູ່ໃນສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມສາມັກຄີ, ເປັນເອກະພາບ, ຄວາມຕັດສິນໃຈ ບຸກບືນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ຂອງຖັນແຖວພະນັກງານ, ກຳລັງປະກອບອາວຸດ, ລັດຖະກອນ, ກຳມະກອນ ແລະ ປະຊາຊົນບັັນດາຊັ້ນຄົນ ແລະ ເຜົ່າຕ່າງໆຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ.

          3. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຄື : ກ່ຽວກັບການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.ອັນນີ້, ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບລວມຂອງທົ່ວສັງຄົມຊຶ່ງຂະແໜງພະລັງງານ ແລະ ບໍ່ແຮ່ກໍຄື ໄຟຟ້າລາວກໍແມ່ນຂະແໜງການ ແລະ ຫົວໜ່ວຍທີ່ຈະຕ້ອງເຂົ້າຮ່ວມດ້ວຍຄວາມຕັ້ງໜ້າ.
ທິດທາງ ແລະ ລະດັບຄາດໝາຍໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສໍາລັບຢູ່ໃນຂະແໜງການຂອງພວກເຮົາແມ່ນສຸມໃສ່ : ການປັບປຸງສະພາບແວດລ້ອມ ແລະ ແກ້ໄຂຄວາມຫຍຸ້ງຍາກ ໃນການດໍາເນີນທຸລະກິດ; ເຂົ້າຮ່ວມຊຸກຍູ້, ສົ່ງເສີມໂຄງການຜະລິດສິນຄ້າ ແລະ ການພັດທະນາວິສາຫະກິດ SME ຕິດພັນກັບການ ຊຸກຍູ້ ການຜະລິດອຸດສາຫະກໍາປຸງແຕ່ງໃນແຕ່ລະບໍລິເວນ; ຍົກສູງປະສິດທິພາບດ້ານແຮງງານ, ການສ້າງຄວາມເຂັ້ມແຂງດ້ານລາຍຮັບງົບປະມານ, ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ແລະ ຍົກສູງປະສິດທິ ຜົນໃນການລົງທຶນ.
ຕັ້ງໜ້າປຸກລະດົມເພື່ອຍົກສູງຄວາມເປັນເຈົ້າການຂອງພະນັກງານ, ກໍາມະກອນໄຟຟ້າລາວໃນການເຂົ້າຮ່ວມສຸມໃສ່ປະຕິບັດປະຕິບັດບັນດາມາດຕາການສະກັດກັ້ນ ແລະ ຕ້ານຢາເສບຕິດ, ໂດຍຖືວຽກນີ້ເປັນໜ້າທີ່, ພັນທະຂອງທຸກຄົນ, ໂດຍເລີ່ມຈາກ ສະຖາບັນຄອບຄົວ, ສະຖາບັນການສຶກສາ, ສໍານັກງານ-ອົງການ, ໂຮງຈັກ, ໂຮງງານ, ການຈັດຕັ້ງທາງສັງຄົມ ໃຫ້ມີຄວາມຕື່ນຕົວເຂົ້າຮ່ວມແກ້ໄຂ ຢ່າງເປັນຂະບວນ ກວ້າງຂວາງ ແລະ ເລິກເຊິ່ງ.

          ຕັ້ງໜ້າເຮັດການປະຕິຮູບ ແລະ ຍົກສູງປະສິດທິຜົນໃນການດຳເນີນທຸລະກິດຂອງໄຟຟ້າລາວໃນເງື່ອນໄຂໃໝ່. ບັນນີ້ແມ່ນບັນຫາສໍາຄັນ ແລະ ເປັນໃຈກາງຂອງການເຄື່ອນໄຫວຂອງໄຟຟ້າເຮົາເປັນຕົ້ນແມ່ນການສຸມໃສ່ ດ້ານທີ່ເປັນຕັບບີຂອງການດໍາເນີນທຸລະກິດຂອງໄຟຟ້າລາວເຊັ່ນ : ດ້ານການເງິນ, ບົນພື້ນຖານເພີ່ມທະວີຄຸ້ມຄອງ, ການຈັດຕັ້ງປະຕິບັດດ້ານລາຍຮັບ, ລາຍຈ່າຍ, ການແກ້ໄຂໜີ້ສິນທົ່ວໄປ, ໜີ້ສິນຄຸມເຄືອ, ການຄຸ້ມຄອງບັນດາໂຄງການ, ແຜນງານ ທີ່ພວມຈັດຕັ້ງປະຕິບັດ, ພວມສຶກສາຄົ້ນຄວ້າ ໃຫ້ເປັນໄປຕາມແຜນການ, ຖືກກັບເນື້ອໃນສັນຍາ, ມາດຖານດ້ານຕັກນິກ, ທັນຕາມກໍານົດເວລາ ແລະ ອື່ນໆ.
          ອັນທີ່ເຮົາຍັງເຮັດບໍ່ທັນໄດ້ດີ, ດ້ານທີ່ຍັງອ່ອນເຊັ່ນ : ຂອດການບໍລິການຜູ້ຊົມໃຊ້ໄຟຟ້າ, ບັນຫາການຄຸ້ມຄອງພະນັກງານ-ກຳມະກອນ ຫຼື ສະພາບພະນັກງານ-ກຳມະກອນເຫຼືອ-ບໍ່ພໍ ແລະ ອື່ນໆ.. ກໍຕ້ອງໄດ້ເອົາໃຈ ໃສ່ຄົ້ນຄວ້າ, ຊອກຫາສາເຫດທີ່ເຮົາເຮັດບໍ່ທັນໄດ້ດີແລ້ວຈຶ່ງກໍານົດເປັນແຜນລະອຽດເພື່ອສືບຕໍ່ປັບປຸງ. 

5. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄາດໝາຍຂອງແຜນການສໍາລັບທ້າຍປີ 2022 ທີ່ພວກສະຫາຍໄດ້ວາງອອກນັ້ນ, ບັນຫາທີ່ມີລັກສະນະຕັດສິນແມ່ນ : ບັນຫາຄົນ, ບັນຫາບຸກຄະລາກອນ.
ຍ້ອນວ່າ : ຄົນແມ່ນຜູ້ຈັດຕັ້ງປະຕິບັດ, ເປັນຜູ້ເຮັດຕົວຈິງ ; ສະນັ້ນ, ຕ້ອງເຮັດວຽກງານບຸກຄະລາກອນໃຫ້ມີຄຸນນະພາບສູງ ຊຶ່ງຄຸນນະພາບແມາ່ນຈະຕ້ອງປະກອບດ້ວຍ : ຈໍານວນທີ່ແທດເໝາະ ແລະ ຄຸນນະພາບທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ.
ການປັບປຸງຍກສູງຄຸນນະພາບ « ຕ້ອງເຮັດຢ່າງເປັນລະບົບ, ເຮັດແບບຄົບວົງຈອນ » ກ່ອນອື່ນໝົດແມ່ນຈະຕ້ອງເລິ່ມຈາກ : ຄຸນນະພາບຂອງການນໍາພາຂອງຄະນະພັກຮາກຖານ, ຂອງໜ່ວຍພັກ, ຄຸນນະພາບຂອງ ພະນັກງານ, ສະມາຊິກພັກ, ກໍາມະກອນແຕ່ລະຄົນ ຊຶ່ງຄຸນນະພາບຂອງແຕ່ລະຄົນຕ້ອງສະແດງອອກຢູ່ໃນ «ຄວາມຮັບຜິດຊອບ, ຄວາມເປັນເຈົ້າການ,ຄວາມຫ້າວຫັນ, ບຸກບືນສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ»ຂອງພະນັກງານ-ກໍາມະກອນເຮົາໃຫ້ທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.
ພວກເຮົາຕ້ອງກໍາແໜ້ນວ່າ : ພາລະບົດບາດ ແລະ ໜ້າທີ່ ຂອງໄຟຟ້າລາວ ແມ່ນດຳເນີນທຸລະກິດກ່ຽວກັບການບໍລິການສະໜອງກະແສໄຟຟ້າຢູ່ໃນສັງຄົມ. ແຕ່, ການດຳເນີນທຸລະກິດຂອງພວກເຮົາແມ່ນຕິດພັນກັບການຮັບໃຊ້ໜ້າທີ່ການເມືອງຂອງພັກ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ.
ສະນັ້ນ, ຄຽງຄູ່ກັບການຮັບປະກັນປະສິດທິຜົນຂອງການດຳເນີນທຸລະກິດແລ້ວ. ບັນຫາທີ່ເປັນພື້ນຖານອີກອັນໜຶ່ງແມ່ນ ພວກເຮົາຈະຕ້ອງໄດ້ເອົາໃຈໃສການເຮັດວຽກງານການເມືອງ ແລະ ການສຶກສາອົບຮົມທາງດ້ານແນວຄິດກັນໃຫ້ຫຼາຍ ແລະ ໜັກແໜ້ນກວ່າເກົ່າ.
          ຍ້ອນແນວນັ້ນ, ພວກເຮົາຈະຕ້ອງຕັ້ງໜ້າເຮັດວຽກງານການເມືອງ-ແນວຄິດໃຫ້ສະໝໍ່າສະເໝີ ແລະ ເລິກເຊິ່ງ,ວຽກງານການ ເມືອງ – ແນວຄິດ ຕ້ອງຕິດແໜ້ນກັບຂະບວນການລວມຂອງທົ່ວໄຟຟ້າລາວ, ຂອງຫົວໜ່ວຍວຽກງານ, ຜ່ານຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການຮັກຊາດ ແລະ ພັດທະນາ, ຂະບວນການ 3 ດີຂອງເອື້ອຍນ້ອງແມ່ຍິງ, ຂະບນການ 4 ບຸກຂອງຊາວໜຸ່ມ ແລະ ຂະບວນການ 5 ເປັນເຈົ້າຂອງກໍາມະບານ.
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນລະຫວ່າງວັນທີ 4-5 ສິງຫາ 2022 ນີ້ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ ຊຸດທີ IX, ຄະນະພັກກະຊວງ, ຜູ້ອໍານວຍການໃຫຍ່ ໄຟຟ້າລາວ ພ້ອມດ້ວຍຄະນະອຳນວຍການ, ຄະນະຝ່າຍ, ຄະນະຫ້ອງການ, ຄະນະພະແນກ, ໂຄງການ, ບັນດາສາຂາແຂວງທົ່ວປະເທດ, ພະແນກລະບົບສົ່ງທັງ 4 ພາກ ແລະ ພະນັກງານທີ່ເຂົ້າຮ່ວມ ຜ່ານທາງວິດີໂອທາງໄກໃນຂອບເຂດທົ່ວປະເທດ.
          ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ ການຈັດຕັ້ງ ປະຕິບັດ ແຜນສູ້ຊົນ ຂອງແຕ່ລະຝ່າຍ ແລະ ຫ້ອງການຜູ້ອຳນວຍການ ໃນການຈັດຕັ້ງປະຕິບັດ ໃນ 6 ເດືອນຕົ້ນປີ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງຈະໄດ້ຄົ້ນຄວ້າຮ່ວມກັນໃຫ້ເຫັນ ເຖີງຂໍ້ສະດວກ ແລະ ຂໍ້ຄົງຄ້າງທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດແຜນສູ້ຊົນດັ່ງກ່າວ ພ້ອມທັງຊອກຫາວິທີທາງແກ້ໄຂໃຫ້ສຳເລັດ ແລະ ຮ່າງແຜນສູ້ຊົນໃນ 6 ເດືອນທ້າຍປີ 2022.

ໂດຍ: ຄຳແສງ ແກ້ວປະເສີດ