ລັດວິສາຫະກິດ ໄຟຟ້າລາວ ປ່ອຍປາ 15.100 ໂຕ ເນື່ອງໃນວັນປ່ອຍປາ ອະນຸລັກສັດນໍ້າ ແລະ ສັດປ່າ

ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ໄດ້ຈັດພິທີປ່ອຍປາ ເນື່ອງໃນວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າ ໃນວັນທີ 13 ກໍລະກົດນີ້ ທີ່ເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍມີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ, ທ່ານ ສີສະຫວາດ ແສງພະຈັນ ເຈົ້າເມືອງແກ້ວອຸດົມ, ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ພ້ອມດ້ວຍບັນດາພະນັກງານພາຍໃນທີ່ກ່ຽວຂ້ອງເຂົ້າຮ່ວມ.
          ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ນັບວ່າເປັນວິໄສທັດ ທີ່ເຫັນກວ້າງເບິ່ງໄກ ຂອງພັກ ແລະ ລັດຖະບານ ໃນການກໍານົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ ຊຶ່ງໄດ້ເລີ່ມຕົ້ນມາແຕ່ປີ 1997 ເປັນຕົ້ນມາ; ຮອດປີນີ້ ແມ່ນຄົບຮອບ 25 ປີ, ພວກເຮົາໄດ້ຖືເອົາວັນສໍາຄັນນີ້ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນ ຂອງສັດນໍ້າ ແລະ ສັດປ່າ ແລະ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ 2022 ນີ້ ຟຟລ ຈຶ່ງໄດ້ສົມທົບ ກັບ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ປະກອບສ່ວນປ່ອຍປາບຶກ, ປາຕອງ ປາປາກ, ປານວນຈັນ ແລະ ປາໄນ ຈໍານວນ 15.100 ໂຕ ຊຶ່ງນີ້ກໍເພື່ອເປັນການປູກຈິດສໍານຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ກໍຄືລູກຫຼານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກ ແລະ ຫວງແຫນ ສັດນ້ຳ ແລະ ສັດປ່າ ແລະ ທັງເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນ້ຳ ແລະ ສັດປ່າ ແນໃສ່ເຮັດໃຫ້ປະຊາກອນສັດນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່ານແຮງໃນການຄ້ຳປະກັນດ້ານສະບຽງອາຫານ, ໂພຊະນາການ ກໍຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ
ພາບ ແລະ ຂ່າວ: ລັດວິສາຫະກິດໄຟຟ້າລາວ