ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານທູດມາເລເຊຍ ປະຈຳ ສປປ ລາວ

          ວັນທີ 12 ກັນຍາ 2022 ຜ່ານມານີ້, ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂມດ ໄອນີ ບິນ ອາຕັນ (Mr. Mohd Aini Bin Atan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ເນື່ອງໃນໂອກາດທີ່ ທ່ານ ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເປັນເວລາ 5 ປີ.
          ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານ ໂມດ ໄອນີ ບິນ ອາຕັນ ຕະຫຼອດໄລຍະ5ປີ ຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫວງຕໍ່ການພົວພັນຮ່ວມມື ລະຫວ່າງ 2 ປະເທດເວົ້າລວມ, ເວົ້າສະເພາະການຮ່ວມມືໃນຂົງເຂດພະລັງງານ ເຫັນໄດ້ວ່າມີການເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ອັນພົ້ນເດັ່ນແມ່ນຜົນສຳເລັດການເຊື່ອມໂຍງດ້ານພະລັງງານລະຫວ່າງ 4 ປະເທດ ລາວ-ໄທ-ມາເລເຊຍ-ສິງກະໂປ ເຊິ່ງເປັນຂີດໝາຍສຳຄັນແຫ່ງການເຊື່ອມໂຍງດ້ານພະລັງງານຢູ່ໃນພາກພື້ນ ແລະ ຢູ່ໃນໂລກ. ພ້ອມກັນນີ້, ທ່ານ ລັດຖະມົນຕີຍັງໄດ້ລາຍງານຫຍໍ້ ກ່ຽວກັບຜົນສຳເລັດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ແຫຼ່ງຜະລິດພະລັງງານ, ການສະໜອງພະລັງງານໄຟຟ້າໃຫ້ຜູ້ຊົມໃຊ້ພາຍໃນປະເທດເປັນຕົ້ນແມ່ນການຂະຫຍາຍຕາໜ່າງໄຟຟ້າໄປສູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ; ການແລກປ່ຽນ-ຊື້ຂາຍພະລັງງານໄຟຟ້າກັບບັນດາປະເທດເພື່ອນບ້ານໃກ້ຄຽງເຊັ່ນ: ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ຣາຊະອານາຈັກ ກຳປູເຈຍ ແລະ ສາທາລະນະລັດ ສະຫະພາບມຽນມາ; ນະໂຍບາຍການຊຸກຍູ້, ສົ່ງເສີມການນຳໃຊ້ພາຫະນະ (ລົດໄຟຟ້າ) ທີ່ຂັບເຄື່ອນດ້ວຍໄຟຟ້າ ຢູ່ ສປປ ລາວ ໃນຕໍ່ໜ້າ ໃຫ້ ທ່ານ ທູດໄດ້ຮັບຊາບ.

           ຂະນະດຽວກັນນີ້, ທ່ານທູດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມທັງລາຍງານສະພາບທີ່ພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ໂດຍສະເພາະແມ່ນຜົນສຳເລັດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນວຽກງານທີ່ສຳຄັນໃນການຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດແຫ່ງຊາດ ທັງເປັນສິນຄ້າສົ່ງອອກຕົ້ນຕໍ່ຂອງ ສປປ ລາວ ເຊິ່ງນຳເອົາເງິນຕາຕ່າງປະເທດເຂົ້າມາພັດທະນາເສດຖະກິດຂອງ ສປປ ລາວ. ພ້ອມກັນນີ້, ທ່ານ ທູດ ຍັງໄດ້ຕີລາຄາສູງຕໍ່ການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມື ໃນການປະຕິບັດໜ້າທີ່ ການທູດຂອງ ທ່ານ ຕະຫຼອດໄລຍະ 5 ປີທີ່ຜ່ານມາຂອງ ລັດຖະບານ ກໍ່ຄືປະຊາຊົນລາວເວົ້າລວມ, ເວົ້າສະເພາະຂອງ ທ່ານ ລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ.
          ຕອນທ້າຍ ທ່ານ ລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານ ທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມໂຊກດີ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່ ທີ່ລັດຖະບານ ແລະ ປະຊາຊົນ ມາເລເຊຍ ມອບໝາຍໃຫ້.

ພາບ ແລະ ຂ່າວ: ລູງຟ້າ ອົບພະຈັນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ