ທ່ານ ລັດຖະມົນຕີ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ອົດສະຕຣາລີ ເຂົ້າພົບປະ

          ໃນຕອນບ່າຍວັນທີ 3 ພຶດສະພາ 2023 ນີ້, ທີ່ຫ້ອງຮັບແຂກ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ Paull Kelly ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເນື່ອງໃນໂອກາດຮັບຕໍາແໜ່ງໃໝ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.

         ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ທ່ານ ທູດ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ, ພົບປະ ແລະ ເຮັດວຽກກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງນີ້, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງປະເທດ ເວົ້າລວມ, ເວົ້າສະເພາະການຮ່ວມມື, ຊ່ວຍເຫຼືອໃນຂົງເຂດພະລັງງານ ແລະ ບໍ່ແຮ່ ທີ່ນັບມື້ນັບເພີ້ມຂຶ້ນເລື້ອຍໆ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປລາວ ໃນປັດຈຸບັນ ເຊິ່ງຢູ່ໃນໄລຍະທີ່ສະພາບການເສດຖະກິດ ຂອງ ສປປລາວ ກໍ່ຄືຢູ່ໃນພາກພື້ນ ແລະ ໃນໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ທ້າທາຍ ໂດຍສະເພາະ ການຈະເລີນເຕີບໂຕທາງດ້ານເສດຖະກິດມີທ່າອ່ຽງຫຼຸດລົງ, ອັດຕາໄພເງິນເຟີ້ຂະຫຍາຍຕົວສູງ. ເພື່ອແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວ ລັດຖະບານ ສປປລາວ ໄດ້ວາງຫຼາຍຄາດໝາຍສູ້ຊົນເພື່ອຊຸກຍູ້ໃຫ້ເສດຖະກິດຂອງປະເທດຟື້ນຕົວຂຶ້ນ ໜຶ່ງໃນນັ້ນກໍ່ແມ່ນວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການໜຶ່ງ ທີ່ມີທ່າແຮງໃນການຂັບເຄື່ອນໃຫ້ເສດຖະກິດຂອງປະເທດມີຄວາມໝັ້ນຄົງ ແລະ ຈະເລີນເຕີບໂຕຢ່າງໜັກແໜ້ນ. ທ່ານ ລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດັ່ງກ່າວ ຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງພວກຂ້າພະເຈົ້າ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງມີພະນັກງານວິຊາການທີ່ເກັ່ງ ແລະ ມີຊ່ຽວຊານສະເພາະດ້ານ (ວິຊາການດ້ານພະລັງງານ ແລະ ດ້ານບໍ່ແຮ່). ສະນັ້ນ, ຖືໂອກາດດັ່ງກ່າວນີ້, ສະເໜີ ລັດຖະບານ ອົດສະຕາລີ ໂດຍຜ່ານ ທ່ານ ທູດ ເພື່ອຊ່ວຍເຫຼືອສະໜັບສະໜູນຍົກລະດັບຄວາມຮູ້, ຄວາມສາມາດໃນການພັດທະນາໂຄງການຕ່າງໆ ແລະ ຊ່ວຍເປັນທີ່ປຶກສາໃນບັນດາໂຄງການຕ່າງໆໃຫ້ແກ່ ສປປ ລາວ.

           ທ່ານ ທູດ ໄດ້ຕີລາຄາສູງ ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ໂດຍສະເພາະບັນຍາກາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ. ພ້ອມກັນນີ້, ທ່ານ ທູດ ໄດ້ຢື້ນຢັ້ນວ່າ ລັດຖະບານອົດສະຕຣາລີ ໄດ້ຕິດຕາມຢ່າງໃກ້ຊິດກ່ຽວກັບການປ່ຽນແປງຂອງເສດຖະກິດຂອງໂລກ ໂດຍສະເພາະຢູ່ ສປປ ລາວ. ລັດຖະບານ ອົດສະຕາລີ ຍາມໃດກໍ່ພ້ອມໃຫ້ການຊຸກຍູ້ ແລະ ສະໜັບສະໜູນແຜນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ເຊິ່ງລວມເຖິງບັນດາໂຄງການທີ່ລັດຖະບານ ອົດສະຕຣາລີ ຮ່ວມມືກັບ ກະຊວງພະລັງງານ ແລະ ບໍ່ແຮ່. ໃນປີ2022-2023ໄດ້ຄົ້ນຄວ້າກ່ຽວກັບພະລັງງານສະອາດທີ່ໄດ້ມາຈາກພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ໄດ້ມີການສຶກສາສໍາຫຼວດນັບແຕ່ແຂວງ ໄຊສົມບູນ ໄປຮອດເຂດພາກໃຕ້ຂອງ ສປປ ລາວ. ທ່ານ ທູດກ່າວຕື່ມວ່າ: ພະລັງງານລົມ ແລະ ພະລັງງານແສງຕາເວັນຖືໄດ້ວ່າເປັນ 2 ແຫຼ່ງພະລັງງານທີ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ເນື່ອງຈາກເປັນພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ