ສາທາລະນະລັດ ອິນໂດເນເຊຍ ມີຄວາມສົນໃຈພະລັງງານສະອາດຈາກ ສປປລາວ

           ໃນໂອກາດທີ່ໄດ້ເຂົ້າມາພົບປະ ແລະ ຢ້ຽມຢາມ ກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 22 ທັນວາ 2023 ທີ່ຜ່ານມາ ທ່ານ ນາງ Grata Endah Werdaningtyas, ເອກອັກຄະລັກຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປລາວ ພ້ອມດ້ວຍຄະນະ ໄດ້ພົບປະ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ພົບປະກັບກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ທ່ານ ທູດໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ສະພາບທີ່ພົ້ນເດັ່ນຂອງການພັດທະນາວຽກງານພະລັງງານແລະ ບໍ່ແຮ່ ຢູ່ ສປປລາວ ໃນໄລຍະຜ່ານ ແລະ ທິດທາງແຜນການໃນຕໍ່ໜ້າ.

          ທ່ານ ທູດ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອຍຮັບຢ່າງອົບອຸ່ນຂອງ ທ່ານ ລັດຖະມົນຕີ ໂດຍສະເພາະແມ່ນການນຳພາຈັດຕັ້ງປະຕິບັດແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ກາຍເປັນທ່າແຮງທີ່ສຳຄັນໃນການຊຸກຍູ້ການຈະເລີນເຕີບໂຕເສດຖະກິດຂອງປະເທດ ໃນນີ້ການພັດທະນາພະລັງງານສະອາດຂອງ ສປປລາວ ຖືເປັນຂະແໜງເສດຖະກິດທີ່ ອິນໂດເນເຊຍ ມີຄວາມສົນໃຈທີ່ຈະຖອດຖອນບົດຮຽນນໍາ ສ ປ ປ ລາວ ເນື່ອງຈາກ ອິນໂດເນເຊຍ ສ່ວນໃຫຍ່ແມ່ນໄດ້ພະລັງງານມາຈາກ ພະລັງງານຄວາມຮ້ອນຈາກຖ່ານຫີນເປັນຫຼັກ ເຊິ່ງ ສ ປ ປ ລາວ ເອງກໍໄດ້ສຶກສານໍາໃຊ້ຖ່ານຫີນແບບວິທະຍາສາດເພື່ອຊ່ວຍຫຼີກລ້ຽງການທໍາລາຍສິ່ງແວດລ້ອມ ເພື່ອສອດຄ່ອງນະໂຍບາຍພະລັງງານສີຂຽວ ແລະ ທາງອິນໂດເນເຊຍເອງກໍຢາກສຶກສາຖອດຖອນບົດຮຽນ ແລະ ຂໍຄໍາປຶກສາກັບທ່ານລັດຖະມົນຕີໃນແນວທາງແຜນພັດທະນາພະລັງງານສະອາດໃນຕໍ່ໜ້າ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ