ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງ ໄດ້ຮັບການຍົກລະດັບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ

          ຕອນເຊົ້າຂອງວັນທີ 13 ພະຈິກ 2023 ນີ້, ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຄະນະຈັດຕັ້ງສູນກາງພັກ ໄດ້ຈັດຊຸດຝຶກອົບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ຊຸດທີ່ II ໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີ ບັນດາ ສະຫາຍ ຄະນະປະຈໍາພັກ, ຄະນະພັກກະຊວງ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງພາຍໃນອົງຄະນະພັກກະຊວງທີ່ມາຈາກໜ່ວຍພັກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ.

          ສະຫາຍ ເລຂາຄະນະພັກກະຊວງ ໄດ້ມີຄຳເຫັນຊີ້ນຳຕໍ່ຜູ້ເຂົ້າຮ່ວມກອງປະຊຸມວ່າ: ຊຸດຝຶກອົບຮົມວຽກງານກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານມີຄວາມສຳຄັນເປັນຢ່າງຍິ່ງ, ແນໃສ່ເພື່ອຍົກລະດັບການກຳແໜ້ນແນວທາງ, ທັດສະນາ, ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍຂອງລັດ ກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານໃນໄລຍະໃໝ່ໃຫ້ແກ່ ຄະນະພັກ, ຄະນະນໍາ ແລະ ພະນັກງານ ທີ່ເປັນຫົວຈັກຫຼັກແຫຼ່ງ. ພ້ອມກັນນີ, ກໍ່ເພື່ອສືບຕໍ່ຜັນຫຍາຍ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີຄັ້ງທີ XI ຊຶ່ງໄດ້ດໍາເນີນໃນລະຫວ່າງວັນທີ 25-26 ຕຸລາ 2021 ເພື່ອສືບຕໍ່ເຮັດໃຫ້ພະນັກງານນໍາພາຫຼັກແຫຼ່ງແຕ່ລະຂັ້ນໄດ້ປະກອບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ ແລະ ແນວຄິດປະທານ ໄກສອນ ພົມວິຫານ, ຍົກລະດັບການກຳແໜ້ນແນວທາງ, ທັດສະນາ, ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍຂອງລັດກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະໃໝ່. ສືບຕໍ່ ກໍ່ສ້າງ, ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ຕິດພັນກັບການຍົກສູງຄຸນ ນະພາບ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວພະນັກງານ, ສະມາຊິກພັກ, ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ ທີ່ຖືກຕ້ອງ, ມີຄຸນນະພາບ; ຮັບປະກັນຫຼັກການລວມສູນປະຊາທິປະໄຕ, ເພີ້ມທະວີການ ເຮັດວຽກງານກໍ່ສ້າງພະນັກງານຢ່າງຮອບດ້ານ ແລະ ຕັ້ງໜ້າ, ຕັ້ງໜ້າປະຕິບັດລະບອບຄຸ້ມຄອງພະນັກງານຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນລະບົບຄົບຊຸດ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ການເລັ່ງທວງຂອງສະພາບການໃນໄລຍະໃໝ່.

          ຊຸດຝຶກອົບຮົມຄັ້ງນີ້ຈະດຳເນີນເປັນເວລາ 9 ວັນຄື: ແຕ່ວັນທີ 13 ຫາ ວັນທີ 23 ພະຈິກ 2023 ຊຶ່ງໃນຕະຫຼອດໄລຍະເວລາ 9 ວັນນີ້, ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນສຸມໃສ່ຮັບຟັງການເຜີຍແຜ່ ແລະ ຄົ້ນຄວ້າ-ເຊື່ອມຊຶມເພື່ອກຳແໜ້ນ ເນື້ອໃນເອກະສານທີ່ສຳຄັນຊຶ່ງມີ 15 ຫົວຂໍ້ດັ່ງນີ້ : ທັດສະນະຂອງພັກເຮົາ ກ່ຽວກັບວຽກງານກໍ່ສ້າງພັກ, ລະບົບການເມືອງຂອງ ສປປ ລາວ ໃນເງື່ອນໄຂໃໝ່, ແບບແຜນນໍາພາ ແລະ ຫຼັກການລວມສູນປະຊາທິປະໄຕຂອງພັກ, ກ່ຽວກັບການດໍາເນີນຊີວິດຂອງໜ່ວຍພັກ, ຍົກສູງຄຸນນະພາບຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບວຽກງານຄຸ້ມຄອງສະມາຊິກພັກ, ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ, ກ່ຽວກັບວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກ, ທິດສະດີກ່ຽວກັບວຽກງານຈັດຕັ້ງ ແລະ ການສ້າງໂຄງຮ່າງການຈັດຕັ້ງ, ທັດສະນະຂອງພັກຕໍ່ພະນັກງານ ແລະ ຕໍ່ວຽກງານພະນັກງານ, ກ່ຽວກັບວຽກງານຄຸ້ມຄອງພະນັກງານ, ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ການສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ ແລະ ການສ້າງມາດຕະຖານພະນັກງານ.
ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ຫ້ອງການຄະນະພັກກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ