ປະທານ ໄກສອນ ພົມວິຫານ ຍືນຍົງຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດການ.

          ໄປພ້ອມໆກັບບັນຍາກາດຟົດຟື້ນ ແລະ ມີຄວາມໝາຍການເມືອງທີ່ໜັກແໜ້ນ ຂອງການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ໃນວັນທີ 2 ທັນວາ 2022 ທີ່ຜ່ານມາ. ທົ່ວພັກ, ທົ່ວລັດ, ກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ພ້ອມກັນລະນຶກວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳທີ່ປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກ ແລະ ລັດ, ວີລະບຸລຸດຂອງຊາດລາວ ເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ແລະ ຈົດຈຳຄຸນງາມຄວາມດີ ອັນລໍ້າເລີດ ແລະໃຫຍ່ຫຼວງ ທີ່ເພິ່ນໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດ ແລະ ປະເທດຊາດ ຊຶ່ງໄດ້ວຽນມາບັນຈົບຄົບຮອບ 102 ປີ ( 13/12/1920-13/12/2022).
          ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ທີ່ ບ້ານ ນາເຊັງ, ເມືອງ ຄັນທະບຸລີ (ນະຄອນ ໄກສອນ ພົມວິຫານໃນປັດຈຸບັນ) ແຂວງ ສະຫວັນນະເຂດ ໃນຄອບຄົວປັນຍາຊົນຮັກຊາດ ຊຶ່ງ ທ່ານ ລວນ ພໍ່ຂອງເພິ່ນ ເປັນຂ້າລາຊະການທີ່ເຮັດວຽກເປັນນາຍພາສາຢູ່ຫ້ອງການຂອງທ່ານ ກອມມີແຊຝຼັ່ງ ຢູ່ສະຫວັນນະເຂດ ແລະ ແມ່ດົກ ແມ່ຂອງເພິ່ນທີ່ເປັນຊາວນາ ຊຶ່ງປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກ ແລະ ມີນ້ອງສາວ 2 ຄົນ.
          ໂດຍກຳເນີດຢູ່ໃນຄອບຄົວ ຊຶ່ງພຽບພ້ອມໄປດ້ວຍຄວາມຮັກທີ່ອົບອຸ່ນ, ປະທານ ໄກສອນ ພົມວິຫານ ໄດ້ຮັບການລ້ຽງດູ, ສຶກສາອົບຮົມບົ່ມສອນ ແລະ ເຕີບໃຫຍ່ຢູ່ໃນຄອບຄົວ ຊຶ່ງດຳເນີນຊີວິດທີ່ລຽບງ່າຍ, ແຕ່ຫາກມີລະບຽບເຄັ່ງຄັດ ແລະ ເຂັ້ມງວດ, ອັນໄດ້ສ້າງໃຫ້ ປະທານ ໄກສອນ ພົມວິຫານ ກາຍເປັນຜູ້ທີ່ມີຊີວິດທີ່ພຽບພ້ອມໄປດ້ວຍຄຸນນະທຳ ແລະ ຄຸນສົມບັດທີ່ສູງສົ່ງ, ໜັກແໜ້ນ, ມີຄວາມເຄົາລົບນັບຖື, ມີສຳມາຄາລະວະຕໍ່ຜູ້ເຖົ້າຜູ້ແກ່ ແລະ ມີຄວາມສະຫງວນຮັກສິລະປະວັນນະຄະດີ.
          ດ້ານໜຶ່ງ, ຍ້ອນໄດ້ເຕີບໃຫຍ່ ຢູ່ໃນທ່າມກາງ ສະພາວະທີ່ປະເທດຊາດ ໄດ້ສູນເສຍຄວາມເປັນເອກະລາດ, ຕົກເປັນເມືອງຂຶ້ນເມືອງສ່ວຍ ຂອງຈັກກະພັດຜູ້ຮຸກຮານ, ປະຊາຊົນລາວບັນດາເຜົ່າ ຕົກຢູ່ໃນສະພາບທີ່ບໍ່ມີອິດສະຫຼະພາບ, ໄດ້ຮັບຄວາມທຸກທໍລະມານຈາກການດຳລົງຊີວິດຢູ່ໃນຄວາມເປັນຂ້ອຍຂ້າ ແລະໄດ້ຮັບຄວາມເຈັບປວດ, ທຸກທໍລະມານ ຈາກການກົດຂີ່ຂົ່ມເຫັງ ຂອງພວກລ່າເມືອງຂຶ້ນ ອັນໄດ້ພາໃຫ້ ປະທານໄກສອນ ພົມວິຫານ ໄດ້ຊຶມຊັບ ແລະມີພື້ນຖານ ທາງດ້ານແນວຄິດ ແລະ ຄວາມຕື່ນຕົວຮັກຊາດມາຕັ້ງແຕ່ເຍົາໄວ.
          ເມື່ອອາຍຸໄດ້ 7 ປີ, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຮຽນໜັງສືໃນຊັ້ນປະຖົມສຶກສາພາສາລາວຢູ່ໂຮງຮຽນບ້ານ ໄຊຍະພູມ ແລະ ສືບຕໍ່ຮຽນຊັ້ນປະຖົມພາສາຝຼັ່ງທີ່ໂຮງຮຽນ ບ້ານ ທ່ານ ແຮ່ , ເມືອງ ຄັນທະບຸລີ, ແຂວງ ສະຫວັນນະເຂດ ຊຶ່ງໃນຍາມຮຽນ, ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມດຸໝັ່ນ ແລະ ມີແວວແຫ່ງຄວາມສະຫາດຫຼັກແຫຼມ ຊຶ່ງໄດ້ກາຍເປັນພື້ນຖານເຮັດໃຫ້ຜົນການຮຽນຂອງເພິ່ນມີຜົນດີເລີດຕະຫຼອດມາ.
          ປີ 1934, ພາຍຫຼັງຮຽນຈົບຊັ້ນປະຖົມທີ່ສະຫວັນນະເຂດ, ປະທານ ໄກສອນ ພົມວິຫານ ໄດ້ໄປຮຽນຕໍ່ຊັ້ນມັດທະຍົມ ທີ່ ໂຮງຮຽນ ໂປຣເຕັກໂຕລາ ຢູ່ຮ່າໂນ້ຍ ສສ. ຫວຽດນາມ ຊຶ່ງແມ່ນສູນກາງທາງດ້ານການເມືອງ-ການປົກຄອງ, ວັດທະນະທຳ-ສັງຄົມ ຂອງບັນດາປະເທດອິນດູຈີນໃນເວລານັ້ນ.
          ໃນໄລຍະທີ່ເປັນນັກສຶກສາຢູ່ຮ່າໂນ້ຍ, ໂດຍໄດ້ຮັບຜົນກະທົບຈາກຂະບວນການຕໍ່ສູ້ປະຕິວັດຂອງແນວໂຮມປະຊາທິປະໄຕອິນດູຈີນ, ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ, ປະທານ ໄກສອນ ພົມວິຫານ ໄດ້ເລີ້ມຄົ້ນຄວ້າ, ຊຶມຊັບ ແລະ ເຂົ້າຮ່ວມເຄື່ອນໄຫວດ້ານການເມືອງ ໂດຍເລີ້ມຈາກການເຄື່ອນໄຫວຢູ່ໃນຂະບວນການຕໍ່ສູ້ຂອງນັກສຶກສາ ແລະ ສະມາຄົມຊາວໜຸ່ມຫວຽດນາມ ເພື່ອທວງເອົາສິດເສລີພາບ ແລະ ປະຊາທິປະໄຕ ຢ່າງຟົດຟື້ນ ແລະ ຕັ້ງໜ້າ.ພ້ອມດຽວກັນນີ້, ປະທານ ໄກສອນ ພົມວິຫານ ຍັງໄດ້ເອົາໃຈໃສ່ຄົ້ນຄວ້າຢ່າງເລິກເຊິ່ງເຖິງຈຸດພິເສດຂະບວນລຸກຮື້ຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຼັ່ງຂອງປະຊາຊົນລາວບັນດາເຜົ່າໃນເວລານັ້ນອີກດ້ວຍ.
          ພາຍຫຼັງທີ່ປະທານ ໂຮ່ຈິມິນ ໄດ້ນຳພາສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນໃນປີ 1930 ແລະ ນຳພາຂະບວນການຕໍ່ສູ້ຂອງປະຊາຊົນອິນດູຈີນເປັນຕົ້ນມາ ໄດ້ສ້າງເງື່ອນເຮັດໃຫ້ການຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດອິນດູຈີນຂະຫຍາຍຕົວກ້າວຂຶ້ນສູ່ຄຸນນະພາບໃໝ່ ແລະ ໄດ້ສົ່ງຜົນສະທ້ອນທີ່ເລິກເຊິ່ງຕໍ່ແນວຄິດ ແລະ ຄວາມຕື່ນຕົວຮັກຊາດຂອງປະທານ ໄກສອນ ພົມວິຫານ ຊຶ່ງມີຄວາມມຸ້ງມາດປາດຖະໜາ ທີ່ຢາກປົດປ່ອຍປະເທດຊາດໃຫ້ເປັນເອກະລາດ, ຍາດເອົາອິດສະຫຼະພາບມາໃຫ້ປະຊາຊົນລາວບັນດາເຜົ່າໄດ້ເກີດຂຶ້ນ ແລະ ຂະຫຍາຍຕົວຢ່າງໄວວາ;ຈາກນັ້ນ ປະທານ ໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມ ແລະ ນຳພາການຕໍ່ສູ້ກູ້ຊາດ ຕັ້ງແຕ່ຂະບວນການຂອງປະຊາຊົນລາວບັນດາເຜົ່າຫາກໍເລິ່ມເກີດຂຶ້ນຢູ່ປະເທດເຮົາເປັນຕົ້ນມາ.
          ໃນຊຸມປີ ທີ່ປະທານ ໄກສອນ ພົມວິຫານ ເປັນນັກສຶກສາຢູ່ມະຫາວິທະຍາໄລກົດໝາຍທີ່ຮ່າໂນ້ຍ, ສະພາບການຢູ່ໃນ 3 ປະເທດອິນດູຈີນໄດ້ມີການຜັນແປໄປຢ່າງສັບສົນ, ໂດຍສະເພາະແມ່ນການເກີດສົງຄາມໂລກຄັ້ງທີ II ແລະການລ່າເມືອງຂຶ້ນຂອງພວກຈັກກະພັດ, ໄດ້ເຮັດໃຫ້ປະຊາຊົນບັນດາປະເທດອິນດູຈີນ ກໍຄືບັນດາປະຊາຊາດໃນທົ່ວໂລກ ຊອກຊ່ອງທາງຕໍ່ສູ້ເພື່ອຫຼຸດພົ້ນອອກຈາກແອກກົດຂີ່ຂູດຮີດ ແລະ ການເປັນຫົວເມືອງຂຶ້ນຂອງພວກເຂົາ. ສະນັ້ນ, ມາຮອດປີ 1944 ປະທານ ໄກສອນ ພົມວິຫານ ໄດ້ຕັດສິນໃຈເຂົ້າເປັນສະມາຊິກສະມາຄົມຊາວໜຸ່ມກູ້ຊາດຂອງຫວຽດນາມ ແລະ ມາຮອດເດືອນ 4 ປີ 1945 ເພິ່ນກໍໄດ້ຕັດສິນໃຈເດີນທາງກັບມາລາວ ເພື່ອເລີ້ມຕົ້ນນຳພາຂະບວນການຕໍ່ສູ້ປະຕິວັດຂອງປະຊາຊົນລາວຕັ້ງແຕ່ມື້ນັ້ນມາ ຈົນມາຮອດມື້ສຸດທ້າຍໃນຊີວິດຂອງເພິ່ນ.
          ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ ທີ່ມີຄວາມປີຊາສາມາດສະຫຼາດສ່ອງໃສແມ່ນຜູ້ນຳ ທີ່ມີແນວຄິດປະຕິວັດອັນແນວແນ່, ມີອຸດົມການທີ່ເດັດດ່ຽວໜຽວແໜ້ນ ຊຶ່ງໄດ້ຮັບການທົດສອບຮ້ອຍແປດພັນປະການ ດ້ວຍຄວາມຮັບຜິດຊອບນຳພາໜ້າທີ່ຕ່າງໆ ທີ່ສຳຄັນແຕ່ນ້ອຍຫາໃຫຍ່ ແລະ ສາມາດນຳພາເຮັດສຳເລັດຢ່າງໜັກແໜ້ນ.
ປະທານ ໄກສອນ ພົມວິຫານ ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ແລະ ແມ່ນວີລະບຸລຸດຂອງຊາດລາວພວກເຮົາ. ຊີວິດ ແລະ ການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ແມ່ນຊີວິດປະຕິວັດທີ່ມີກຽດອັນສູງສົ່ງ ແລະ ສະຫງ່າງາມ ຊຶ່ງໄດ້ອຸທິດສະຕິປັນຍາກຳລັງວັງຊາໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນເຮົາໃນຕະຫຼອດໄລຍະເວລາເກືອບເຄິ່ງສະຕະະວັດ.
          ຊີວິດ ແລະ ການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ແມ່ນການເຄື່ອນໄຫວປະຕິວັດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ, ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໂດຍໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ຈົນກາຍ ມາເປັນນັກປະຕິວັດຜູ້ກ້າແກ່ນ, ເປັນຜູ້ນຳສູງສຸດຂອງພັກ ແລະ ລັດ ທີ່ມີຄວາມສະຫຼາດສ່ອງໃສ, ມີໄຫວພິບເປັນເລີດ,ເພິ່ນແມ່ນຜູ້ນຳທີ່ມີຜົນງານ ອັນໃຫຍ່ຫຼວງຊຶ່ງໄດ້ອຸທິດໃຫ້ແກ່ຂະບວນການຕໍ່ສູ້ ແລະ ການຂະຫຍາຍຕົວຂອງການປະຕິວັດລາວ.
          ພາລະກິດປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາພັດທະນາປະເທດຊາດເພື່ອກ້າວຂຶ້ນໃນປັດຈຸບັນ, ຍາມໃດກໍໄດ້ຕິດພັນຢ່າສະໜິດແໜ້ນກັບຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ຊຶ່ງແມ່ນຜູ້ນຳພາສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ນຳພາການສ້າງຕັ້ງກອງທັບປະຊາຊົນລາວ, ຜູ້ນຳພາການສ້າງຕັ້ງລັດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນຜູ້ລິເລີ້ມນຳພາການດຳເນີນພາລະກິດປ່ຽນແປງໃໝ່.
ພາລະກິດປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາພັດທະນາປະເທດຊາດເພື່ອກ້າວຂຶ້ນໃນປັດຈຸບັນ, ຍາມໃດກໍໄດ້ຕິດພັນຢ່າສະໜິດແໜ້ນກັບຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ຊຶ່ງແມ່ນຜູ້ນຳພາສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ນຳພາການສ້າງຕັ້ງກອງທັບປະຊາຊົນລາວ, ຜູ້ນຳພາການສ້າງຕັ້ງລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນຜູ້ລິເລີ້ມນຳພາການດຳເນີນພາລະກິດປ່ຽນແປງໃໝ່.
          ຊີວິດ ແລະ ພາລະກິດແຫ່ງການຕໍ່ສູ້ປະຕິວັດຂອງເພິ່ນ ຍາມໃດກໍຕິດພັນກັບການອຸທິດໝົດສະຕິປັນຍາ, ກຳ ລັງວັງຊາທີ່ບໍ່ມີຍາມບົກເແຫ້ງ ເພື່ອຄວາມມັ່ງຄັ່ງ, ເຂັ້ມແຂງຂອງປະເທດຊາດ, ເພື່ອຄວາມຍຸຕິທຳຢູ່ໃນສັງຄົມ ແລະ ເພື່ອຊີວິດທີ່ຢູ່ດີກິນດີອິມໜໍໍາລານຂອງປະຊາຊົນລາວບັນດາເຜົ່າ; ແມ່ນຊີວິດ ແລະ ການເຄື່ອນໄຫວທີ່ສູງສົ່ງ, ຈົບງາມ ແລະ ມີຄຸນຄ່າ ໃນທຸກໆສະພາວະ, ເພິ່ນແມ່ນນັກແນວຄິດ-ທິດສະດີປະຕິວັດທີ່ດີເດັ່ນ, ແມ່ນນັກການເມືອງ, ນັກການທະຫານທີ່ເກັ່ງກ້າ, ນັກຍຸດທະສາດທີ່ປີຊາສາມາດ, ສະຫຼາດສ່ອງໃສ, ຍາມໃດເພິນກໍຮູ້ເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນ, ຂອງໝູ່ຄະນະ ແລະ ຂອງມະຫາຊົນຢ່າງຖືກຕ້ອງ, ກົມກຽວ, ແມ່ນຜູ້ທີ່ມີໄຫວພິບ, ມີຄວາມສະດຸ້ງໄວ, ຮູ້ຄິດ, ຮູ້ປະດິດສ້າງ ແລະ ຊອກຫາບາດກ້າວເດີນ, ວິທີການ ແລະ ມາດຕາການທີ່ສອດຄ່ອງ, ເໝາະສົມ, ມີປະສິດທິຜົນໃນການນຳພາພາລະກິດປະຕິວັດຢູ່ສະເໝີ.
          ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ເປັນແບບຢ່າງອັນປະເສີດ ແລະ ພົ້ນເດັ່ນທາງດ້ານຄຸນທາດການເມືອງບົນພື້ນຖານຂອງນ້ຳໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ອາດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະຫຼະທີ່ບໍລິສຸດຜຸດຜ່ອງ, ສູງສົ່ງເພື່ອປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ປະທານ ໄກສອນ ພົມວິຫານ ແມ່ນແວ່ນແຍງອັນໃສແຈ້ງທາງດ້ານຄຸນສົມບັດປະຕິວັດ, ຍາມໃດເພິ່ນກໍເປັນແບບຢ່າງທີ່ດີເລີດ ກ່ຽວກັບນ້ຳໃຈອົດທົນ, ໜຽວແໜ້ນ, ກ່ຽວກັບນໍ້າໃຈດຸໝັ່ນ, ປະຢັດ, ສັດທ່ຽງ, ຮັກສາໄດ້ແບບ ແຜນດຳລົງຊີວິດທີ່ປົກກະຕິ, ງ່າຍດາຍ, ມີນ້ຳໃຈອາດຫານ, ຍາມໃດກໍບໍ່ຢ້ານກົວຕໍ່ຄວາມເສຍສະຫຼະ ເພື່ອການອຸທິດຕົນໃຫ້ແກ່ປະເທດຊາດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ແມ່ນຜູ້ນຳທີ່ເປັນແບບຢ່າງອັນປະເສີດກ່ຽວກັບນ້ຳໃຈອົດທົນ,ໜຽວແໜ້ນ, ດຸໝັ່ນປະຢັດສັດຊື່ບໍລິສຸດ, ຍາມໃດເພິ່ນກໍເປັນແບບຢ່າງຕໍ່ສູ້ກັບພະຍາດອາດຍາສິດ, ການໂລບມາໂລພາ, ສໍ້ລາດບັງຫຼວງ ແລະ ການກິນສິນບົນ ຊຶ່ງປາກົດການ ແລະ ພະຍາດເຫຼົ່ານີ້ ແມ່ນໄພອັນຕະລາຍຂອງປະເທດຊາດ.
          ປະທານ ໄກສອນ ພົມວິຫານ ສົມກຽດແມ່ນລູກຮັກຫຼານປະເສີດ ຂອງປະຊາຊົນລາວບັນດາເຜົ່າ, ວິລະບຸລຸດຂອງຊາດລາວ, ຜູ້ນຳພາທີ່ມີທາດແທ້ປະຕິວັດທີ່ໜຽວແໜ້ນ, ອາດຫານ, ຍາມໃດກໍມີຄວາມເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ປະຊາຊົນ, ຖືເອົາປະຊາຊົນເປັນກົກ, ເປັນກຳລັງແຮງ ຕັດສິນທຸກໄຊຊະນະຂອງພາລະກິດປະຕິວັດ, ຍາມໃດເພິ່ນກໍໄກ້ຊິດສະໜິດສະໜົມ, ເປັນຫ່ວງເປັນໄຍ ນຳຄວາມ ສຸກທຸກຂອງປະຊາຊົນຢູ່ສະເໝີ, ເພິ່ນແມ່ນຜູ້ທີ່ເປັນແບບຢ່າງອັນປະເສີດ ກ່ຽວກັບນ້ຳໃຈສາກົນກຳມະຊີບ ທີ່ໃສແຈ້ງ, ເລິກເຊິ່ງ ແລະ ກວ້າງຂວາງ ຈົນຫາສິ່ງໃດມາປຽບທຽບ ແລະ ພັນລະນາບໍ່ໄດ້; ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳສູງສຸດຂອງ ສປປລາວ, ແຕ່, ຫາກຍັງແມ່ນຜູ້ນຳ ທີ່ເພື່ອນມິດຢູ່ໃນທົ່ວໂລກ ມີຄວາມຮັກແພງ, ສະໜິດສະໜົມ ແລະ ເຊື່ອໝັ້ນສູງ.
          ໃນຕະຫຼອດຊີວິດຂອງເພິ່ນ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ ໂດຍບໍ່ມີວັດຖຸປະສົງອື່ນໃດທີ່ເໜືອກວ່າ. ຍາມໃດພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ຍາມໃດກໍຄິດຄະນິງເຖິງ, ຈາລຶກໄວ້ຢູ່ສະເໝີ ຊຶ່ງຄຸນງາມຄວາມດີ, ຜົນງານ ແລະ ແບບຢ່າງທີ່ໃສແຈ້ງ ທີ່ເພິນໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ພາລະກິດປະຕິວັດຂອງປະຊາຊົນເຮົາ.
ປະທານ ໄກສອນ ພົມວິຫານ ຍາມໃດ ກໍຍືນຍົງຢູ່ໃນພາລະກິດປະຕິວັດ ແລະ ດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫຼອດການ.
 
ຂຽນໂດຍ: ວິລັດ ຜິວອອນ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ