
ໃນຕອນເຊົ້າວັນທີ 05 ມີນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນປະກອບສວນໃນການພັດທະນາໂຄງການເຂື່ອນໄຟຟ້າ ນໍ້າອູ 1,3,4,7; ນໍ້າງຽບ 1 ແລະ ນໍ້າຂອງດອນສະໂຮງ ໃຫ້ກຽດເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ JIA PENG (ເຈຍ ເຜິ່ງ) ຜູ້ອໍານວຍການ ບໍລິສັດໄຟຟ້ານໍ້າອູ, ທ່ານ TAKAYUKI DOI (ທາກາຍູກິ ໂດອິ) ຜູ້ອໍານວຍການ ບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ, ທ່ານ ຫຸມພອນ ບູລີຍະຜົນ ຕາງໜ້າ ບໍລິສັດ ໄຟຟ້າດອນສະໂຮງ ຈໍາກັດ, ພ້ອມດ້ວຍບັນດາຄະນະພັກ, ຄະນະນໍາ, ອາດີດການນໍາແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ແຂວງຫຼວງພະບາງ, ແຂວງຈໍາປາສັກ, ແຂວງຜົ້ງສາລີ, ແຂວງບໍລິຄໍາໄຊ, ແຂວງໄຊສົມບູນ ແລະ ບັນດາແຂກພາຍໃນ ແລະ ບໍລິສັດໂຄງການເຂື່ອນໄຟຟ້າ ນໍ້າອູ 1,3,4,7; ນໍ້າງຽບ 1 ແລະ ນໍ້າຂອງດອນສະໂຮງ.

ທ່ານ ມ້ອນ ເພັດພູໄທ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດຳລັດລັດຖະບານ ມະຕິຕົກລົງມອບຫຼຽນໄຊແຮງງານແລະໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຕໍ່ການພັດທະນາໂຄງການເຂື່ອນໄຟຟ້ານໍ້າອູ 1,3,4,7; ນໍ້າງຽບ1 ແລະ ດອນສະໂຮງ ໃນນັ້ນມີ ຫຼຽນໄຊແຮງງານ ຊັ້ນ2 ໃຫ້ກົມກອງ ຈຳນວນ 3 ຫຼຽນ, ຫຼຽນໄຊແຮງງານຊັ້ນ2 ບຸກຄົນຈຳນວນ 27ຫຼຽນ, ຫຼຽນໄຊແຮງງານຊັ້ນ3 ບຸກຄົນຈໍານວນ 47ຫຼຽນ; ຫຼຽນກາແຮງງານ ຈໍນວນ 41ຫຼຽນ; ໃບຍ້ອງຍໍລັດຖະບານຈຳນວນ 23ໃບ ແລະ ໃບຍ້ອງຍໍກະຊວງພະລັງງານ ແລະບໍ່ແຮ່ ຈຳນວນ 10ໃບ ໃຫ້ກຽດຂຶ້ນປະດັບຫຼຽນ ແລະມອບໃບຍ້ອງຍໍໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານ ລັດຖະມົນຕີ ກະຊວງພະລັງງານແລະ ບໍ່ແຮ່ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດ ແລະ ການປະກອບສ່ວນອັນລໍ້າຄ່າຂອງບັນດາບໍລິສັດຜູ້ພັດທະນາໂຄງການ ທີ່ໄດ້ເອົາໃຈໃສ່ຕໍ່ການກໍ່ສ້າງໂຄງການດ້ວຍຜົນສໍາເລັດ. ເຊິ່ງການພັດທະນາໂຄງການໄຟຟ້າທີ່ກ່າວມານີ້ ບໍ່ພຽງແຕ່ສ້າງຜົນປະໂຫຍດອັນລວມໃຫ້ແກ່ຜູ້ພັດທະນາໂຄງການ ແລະ ຝ່າຍລັດຖະບານ ແຫ່ງ ສປປ ລາວ, ໂຄງການຍັງສ້າງຜົນປະໂຫຍດທາງກົງ ແລະ ທາງອ້ອມ ໃຫ້ແກ່ທ້ອງຖິ່ນ ເຂດໂຄງການຕັ້ງຢູ່ ໂດຍເຫັນໄດ້ຈາກການພັດທະນາໂຄງການ, ການພັດທະນາບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການ ໂດຍການໂຮມບ້ານນ້ອຍເຂົ້າເປັນບ້ານໃຫ່ຍ, ສ້າງຖະໜົນຫົນເສັ້ນທາງ, ລະບົບນໍ້າລິນ, ລະບົບໄຟຟ້າ, ໂຮງຮຽນ, ໂຮງໝໍ-ສຸກສາ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ຊຸມຊົນ ຢູ່ເຂດບ້ານຈັດສັນ-ຍົກຍ້າຍ ແລະ ບັນດາບ້ານເຈົ້າພາບເຂດໄກ້ຄຽງໂຄງການ ລ້ວນແລ້ວແຕ່ມີຜົນສໍາເລັດ. ເຊິ່ງບັນດາໜ້າວຽກທີ່ກ່າວມາຂ້າງເທິງນີ້ ມີຜົນສໍາເລັດກໍ່ລ້ວນແລ້ວແຕ່ບົ່ງບອກ ແລະ ສະແດງເຖິງຜົນງານ, ຄວາມເອົາໃຈໃສ່, ການທຸມເທເຮື່ອແຮງ, ສະຕິປັນຍາ ແລະ ຍົກສູງຄວາມຮັບຜິດຊອບ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຜ່ານຜ່າອຸປະສັກ ຈົນເຮັດໃຫ້ໂຄງການໄດ້ຮັບຜົນສໍາເລັດ ແລະ ໄດ້ດໍາເນີນການຜະລິດໄຟຟ້າໃນທີ່ຜ່ານມາ.

ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ໂຄງການພັດທະນາໄຟຟ້າຢູ່ໃນ ສປປ ລາວ ເປັນໂຄງການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ທີ່ມີລັກສະນະຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍສະເພາະໂຄງການໄຟຟ້າຢູ່ຕາມລໍາແມ່ນນໍ້າຂອງ ແລະ ໂຄງການທີ່ເປັນສາຂາຂອງແມ່ນໍ້າຂອງກໍ່ຕາມ ລ້ວນແລ້ວແຕ່ເປັນໂຄງການທີ່ມີຜົນປະໂຫຍດ ໃນການພັດທະນາພື້ນຖານໂຄງລ່າງ ແລະ ສ້າງເສດຖະກິດ-ສັງຄົມ ໃຫ້ແກ່ລັດຖະບານ ແລະ ທ້ອງຖິ່ນ ໂດຍທາງກົງ ແລະ ທາງອ້ອມ ທັງໄລຍະການກໍ່ສ້າງ, ການດໍາເນີນງານ ແລະ ພາຍຫຼັງສິ້ນສຸດສັນຍາສໍາປະທານ ຜູ້ພັດທະນາໂຄງການ ກໍ່ຈະມອບໃຫ້ເປັນຂອງລັດຖະບານ ແຫ່ງ ສປປ ລາວ ໃນໄລຍະເວລານັ້ນ. ໃນໄລຍະສັນຍາສຳປະທານໃຫ້ 3 ບໍລິສັດຜູ້ພັດທະນາໂຄງການໄຟຟ້າ ນໍ້າອູ, ນໍ້າງຽບ 1 ແລະ ນໍ້າຂອງດອນສະໂຮງ ສືບຕໍ່ຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການໃຫ້ນັບມືໄດ້ຮັບການພັດທະນາ ແລະ ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂື້ນຕາມເງື່ອນໄຂຂອງສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍ ວ່າດ້ວຍພັນທະທາງດ້ານສິ່ງແວດລ້ອມ ແລະ ສັງຄົມ, ພ້ອມນີ້ ຂໍສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນໍາ, ອາດີດການນໍາແຕ່ລະຂັ້ນ ທັງສູນກາງ ແລະ ອົງການປົກຄອງແຂວງ, ເມືອງ, ບ້ານ ແລະ ຕະຫຼອດຮອດພໍ່ແມ່ພີ່ນ້ອງປະຊາຊົນ ເຂດໂຄງການຕັ້ງຢູ່ ຈົ່ງສືບຕໍ່ຊີ້ນໍາ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອໂຄງການໄດ້ ດໍາເນີນການຜະລິດໄຟຟ້າ ແລະ ມີລາຍຮັບໃຫ້ແກ່ຜູ້ພັດທະນາໂຄງການ, ລວມທັງລັດຖະບານ ແລະ ທ້ອງຖິ່ນ ກໍ່ໃຫ້ມີສວນຮ່ວມ ຕາມສັນ ຍາສໍາປະທານໄດ້ກໍານົດໄວ້ຢ່າງຈະແຈ້ງ.





