ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ (ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດ ຄົບຮອບ 100 ປີ ວັນທີ 8 ກຸມພາ 1924 – 8 ກຸມພາ 2024)

          ປະທານ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ກໍາເນີດໃນຄອບຄົວຊາວນາທີ່ທຸກຍາກ ໂດຍໄດ້ຮັບການອົບຮົມ, ບົ່ມສອນ ແລະ ຮຽນຮູ້ຫຼາຍສິ່ງຫຼາຍຢ່າງທີ່ເປັນປະໂຫຍດຈາກພໍ່ເຖົ້າມະຫາແກ້ວ, ເປັນຕົ້ນໄດ້ປູກຝັງແນວຄິດຮັກຊາດ ກໍ່ຄືມູນເຊື້ອຕໍ່ສູ້ເດັດດ່ຽວ, ບໍ່ຍອມຈຳນົນຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກສັກດີນາລ່າເມືອງຂຶ້ນຜູ້ຮຸກຮານ ໂດຍສະເພາະຢ່າງຍິ່ງເມື່ອເຕີບໃຫຍ່ ປະທານ ຄຳໄຕ ສີພັນດອນ ໄດ້ເຫັນແຈ້ງເຖິງສະຖານະອັນຕໍ່າຕ້ອຍຂອງຄົນລາວໃນເວລານັ້ນ, ເຫັນແຈ້ງເຖິງການສູນເສຍອຳນາດອະທິປະໄຕຂອງຊາດ, ປະຊາຊົນລາວບັນດາເຜົ່າ ຕົກເປັນຂ້ອຍຂ້າຂອງພວກຈັກກະພັດລ່າເມືອງຂຶ້ນ, ສົມທົບກັບຜົນສະທ້ອນຈາກຂະບວນການຕໍ່ຕ້ານຂອງປະຊາຊົນລາວ ກໍ່ຄືປະຊາຊົນຫວຽດ ນາມ, ກຳປູເຈຍ ໃນການຕ້ານກັບພວກລ່າເມືອງຂຶ້ນຜູ້ຮຸກຮານ ໄດ້ເຮັດໃຫ້ປະທານ ຄຳໄຕ ສີພັນດອນ ມີສະຕິຕື່ນຕົວຮັກຊາດ, ຄຽດແຄ້ນສັດຕູ ແລະ ຕັດສິນໃຈເຂົ້າຮ່ວມໃນກຳລັງຕໍ່ຕ້ານລາວອິດສະຫຼະ ນັ້ນເປັນບາດລ້ຽວທີ່ສຳຄັນໃນຊີວິດ, ເປັນຈຸດເລີ່ມຕົ້ນແຫ່ງການເຄື່ອນໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນ.

          ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ, ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນ ການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວອິດສະຫຼະ ກໍຄືແນວລາວສ້າງຊາດ ນຳພາການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ລະອິດລະອ້ຽວ-ຍືດເຍື້ອຍາວນານ ກ້າວຂຶ້ນປົດປ່ອຍປະເທດຊາດ ແລະ ສະຖາປະ ນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຖືກຕ້ອງ ລວມທັງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ທັງໄດ້ສືບຕໍ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສຳເລັດອັນສຳຄັນຫຼາຍດ້ານ.

          ປະທານ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດ ທີ່ມີຄວາມປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ; ເພິ່ນທັງແມ່ນນັກຍຸດທະສາດ, ນັກຍຸດໂທບາຍ ທີ່ມອງກວ້າງເຫັນໄກ, ມີໄຫວພິບຄ່ອງແຄ້ວ, ນີ້ມນວນ ແລະ ມີຄວາມປະດິດສ້າງສູງ ໃນການໝູນໃຊ້ແນວທາງການເມືອງ ແລະ ແນວທາງການທະຫານຂອງພັກເຮົາ ເຂົ້າກັບເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະຂົງເຂດ, ແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ ຂອງການປະຕິວັດຢູ່ປະເທດເຮົາ. ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນຊາ ແທດເຖິງກັບຕົວຈິງ, ທັງກຳແໜ້ນທິດສະດີ, ແນວທາງ, ທັງກຳແໜ້ນບົດຮຽນ, ພຶດຕິກຳ ແລະ ສະພາບຄວາມເປັນຈິງຂອງປະເທດ, ບໍ່ຄຳພີຕາຍຕົວ ແລະ ບໍ່ຢຸດຈຶ້ງຢູ່ກັບຜົນງານອັນເກົ່າ, ເວລາໃດເພິ່ນ ກໍມີອາລົມຈິດມຸ່ງໝັ້ນ, ສະແຫວງຫາຄວາມກ້າວໜ້າ ແລະ ຜົນສຳເລັດອັນໃໝ່; ຍາມໃດກໍຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ ແລະ ທັງຢາກໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ ສາມັກຄີປອງດອງ ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

            ປີ 1946 ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວເປັນຄັ້ງທີ 2 ດ້ວຍການຍູ້ໜູນຂອງອັງກິດ, ພວກລ່າເມືອງຂຶ້ນຝຣັ່ງໄດ້ຍຶດເອົາຕົວເມືອງຕ່າງໆທົ່ວທຸກພາກຂອງອິນດູຈີນ ລວມທັງປະເທດລາວຂອງພວກເຮົາ, ກອງທະຫານຝຣັ່ງໄປຮອດໃສກໍ່ໄດ້ປາບຂະບວນການຮັກຊາດ ແລະ ປະຊາຊົນລາວຢ່າງໂຫດຮ້າຍປ່າເຖື່ອນ, ຈາກນັ້ນ ຈິ່ງເກີດມີການເຄື່ອນໄຫວຂອງຄະນະພັກແຄວ້ນລາວ ເພື່ອຕໍ່ສູ້ຂັບໄລ່ຝຣັ່ງເທື່ອທີສອງ ເຊິ່ງໄດ້ລະເບີດຂຶ້ນຢ່າງແຂງແຮງ, ກວ້າງຂວາງຢູ່ທົ່ວປະເທດເຮົາ. ເດືອນມີນາ ປີ 1947 ປະທານ ຄໍາໄຕ ສີພັນດອນ ໄດ້ອອກຈາກເມືອງປາກເຊ ແບບປິດລັບ ເພື່ອເຂົ້າຮ່ວມໃນກໍາລັງ ລັດຖະບານລາວ ຕໍ່ຕ້ານຢູ່ບາງກອກ ປະເທດໄທ ໂດຍແມ່ນສະເດັດເຈົ້າ ສຸພານຸວົງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຜູ້ບັນຊາການທະຫານສູງສຸດ ກຳລັງລາວອິດສະຫຼະ ໃນເວລາຕໍ່ມາ, ສະເດັດເຈົ້າ ສຸພານຸວົງ ໄດ້ມອບໝາຍໃຫ້ປະທານ ຄຳໄຕ ສີພັນດອນ ເປັນຜູ້ຊ່ວຍໃນການປັບປຸງກອງທະຫານລາວອິດສະຫຼະ ຢູ່ເຂດໃຕ້ ນັ້ນເປັນບາດລ້ຽວໃນຊີວິດ ທັງເປັນຈຸດເລີ່ມຕົ້ນບົນເສັ້ນທາງປະຕິວັດຂອງປະທານ ຄຳໄຕ ສີພັນດອນ.
ຕໍ່ມາ ບໍ່ພໍເທົ່າໃດ ປະທານ ຄຳໄຕ ສີພັນດອນ ກໍ່ໄດ້ຮັບໜ້າທີ່ສຳຄັນໃນການນຳພາສູ້ຮົບ ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ປະຊາຊົນ, ເຊື່ອໝັ້ນໃນກໍາລັງແຮງອັນມະຫາສານຂອງປະຊາຊົນ, ຮູ້ອີງໃສ່ປະຊາຊົນ ແລະ ປຸກລະດົມປະຊາຊົນເຂົ້າຮ່ວມການຕໍ່ຕ້ານ ເຮັດໃຫ້ເຂດຕໍ່ສູ້ຢູ່ເຂດພາກກາງຫຼຸດພົ້ນອອກຈາກສະພາວະຫຍຸ້ງຍາກ ແລະ ສືບຕໍ່ຂະຫຍາຍຕົວ, ຜົນສໍາເລັດດັ່ງກ່າວໄດ້ມີຄວາມໝາຍຄວາມສຳຄັນຕໍ່ການປະຕິວັດລາວ ແລະ ການປະຕິວັດຂອງ 3 ປະເທດອິນດູ ຈີນໃນເວລານັ້ນ.

          ກໍາລັງຕໍ່ຕ້ານທີ່ ປະທານ ຄໍາໄຕ ສີພັນດອນ ໄດ້ອົບຮົມເຝິກຝົນຫຼໍ່ຫຼອມກໍ່ສ້າງໂດຍຜ່ານການທົດສອບໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນຢູ່ເຂດໃຕ້ ແລະ ເຂດກາງລາວໄດ້ເປັນກຳລັງສຳຄັນໃນການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມ. ພາຍຫຼັງປະເທດຊາດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ ເມື່ອວັນທີ 02 ທັນວາ ປີ 1975 ບັນດາສະຫາຍ ພະນັກງານນັກຮົບ ຈໍານວນຫຼາຍໄດ້ກາຍເປັນພະນັກງານຫຼັກແຫຼ່ງຂອງທ້ອງຖິ່ນ ແລະ ເປັນການນຳຂອງສູນກາງພັກປະຊາຊົນປະຕິວັດລາວ; ປະທານ ຄໍາໄຕ ສີພັນດອນ ກໍ່ໄດ້ຮັບຄວາມນັບຖື, ຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍ່ຄືພະນັກງານ-ນັບຮົບ ແລະ ປະຊາຊົນລາວບັນດາເຜົ່າ ຈິ່ງໄດ້ຮັບມອບໝາຍໜ້າທີ່ສຳຄັນເປັນລຳດັບມາ ຈາກເປັນຜູ້ແທນ ລັດຖະບານລາວອິດສະຫຼະ ປະຈຳເຂດໃຕ້ລາວ, ກໍ່ໄດ້ຮັບມອບໝາຍໃຫ້ເປັນປະທານຄະນະກຳມະການຕໍ່ຕ້ານເຂດກາງ, ຕໍ່ມາເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ, ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວ; ເປັນກຳມະການກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ເປັນນາຍົກລັດຖະມົນຕີ, ເປັນປະທານຄະນະບໍລິຫານງານສູນກາງພັກ, ເປັນປະທານປະເທດ ແຫ່ງ ສປປ ລາວ ຈົນມາຮອດປີ 2006 ຍ້ອນອາຍຸກະສ່ຽນຂອງເພິ່ນ ປະທານ ຄໍາໄຕ ສີພັນດອນ ຈຶ່ງໄດ້ລາໜ້າທີ່ອັນມີກຽດສະຫງ່າຂອງຕົນ ເພື່ອອອກພັກຜ່ອນຮັບບຳນານ.

ເຖິງວ່າເພິ່ນຈະພັກຜ່ອນແລ້ວກໍ່ຕາມ, ແຕ່ເວລາໃດເພິ່ນກໍມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະເທດຊາດ, ບ້ານເມືອງ ກໍຄືການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ, ຂອງລັດ ແລະ ການຈັດຕັ້ງຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຢ່າງບໍ່ລົດລະ, ເພິ່ນໄດ້ພະຍາຍາມສືບຕໍ່ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນໃນການປັບປຸງ-ກໍ່ສ້າງພັກເຮົາ ໃຫ້ເຂັ້ມແຂງ, ສ້າງລັດ ໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໂປ່ງໃສ; ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ຢາກໃຫ້ແນວທາງທີ່ພັກວາງອອກກາຍເປັນຈິງ, ເພິ່ນ ໄດ້ໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດ ກັບຊີ ວິດຕົວຈິງຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ຈາກນັ້ນ, ຈຶ່ງຄົ້ນຄວ້າຫາວິທີຊ່ວຍເຫຼືອເຂົາເຈົ້າ, ແນະນໍາ ແລະ ພາປະຊາຊົນເຮັດຕົວຈິງ; ເພິ່ນໃຊ້ເວລາພັກຜ່ອນ ລົງຕິດແທດກັບປະຊາຊົນ, ປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວ ເປັນເຈົ້າການທໍາມາຫາກິນ ແລະ ສ້າງສາບ້ານຊ່ອງ; ເພິ່ນທັງເຄື່ອນໄຫວເປັນແບບຢ່າງ ໃນການອອກແຮງງານ ນຳພາປະຊາຊົນພັດທະນາຕົວຈິງ, ເຮັດໃຫ້ປະຊາຊົນເຫັນ ທັງຊຸກຍູ້ປຸກລະດົມ ໃຫ້ປະຊາຊົນເຮັດນໍາ ແລະ ເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ, ເຮັດຄືແນວນັ້ນ “ບໍ່ແມ່ນເພື່ອຜົນປະໂຫຍດສ່ວນຕົວ ແລະ ຄອບຄົວຂອງເພິ່ນແຕ່ຢ່າງໃດ, ການກະທໍາດັ່ງກ່າວ ແມ່ນເພື່ອຢາກໃຫ້ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດ ສໍາລັບການສຶກສາຮຽນຮູ້ ຫຼື ສົ່ງບົດຮຽນໃຫ້ປະຊາຊົນເສີມຂະຫຍາຍຕໍ່ໆໄປ”.

Website: www.mem.gov.la
ສາຍດ່ວນ: 1506