ສປປລາວ ແລະ ມາເລເຊຍ ເພີ່ມທະວີການພົວພັນຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່

          ຕອນເຊົ້າວັນທີ 9 ພຶດສະພາ 2023 ທີ່ຫ້ອງຮັບແຂກ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ທ່ານ Edi Irwan Bin Mahmud ໄດ້ເຂົ້າຢ້ຽມຢາມ, ພົບປະກັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເນື່ອງໃນໂອກາດທີ່ ທ່ານ ເຂົ້າຮັບໜ້າທີ່ໃໝ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ.
          ໃນໂອກາດດັ່ງກ່າວ, ທ່ານ ທູດໄດ້ສະເໜີຈຸດປະສົງຂອງການມາພົບປະ ແລະ ຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ຄັ້ງນີ້, ກໍ່ເພື່ອທົບທວນຄືນ ການຈັດຕັ້ງປະຕິບັດວຽກງານການຮ່ວມມື ລະຫວ່າງ ລາວ ແລະ ມາເລເຊຍ ໃນຂະແໜງພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າ ດອນສະໂຮງ ທີ່ບໍລິສັດ Mega First Corporation Berhad Consortium ເຊິ່ງເປັນນັກລົງທຶນຈາກປະເທດມາເລເຊຍ ເປັນຜູ້ຖືຮຸ້ນ 80% ຮ່ວມກັບ ລັດວິສາຫະກິດໄຟຟ້າລາວ 20%, ອາຍຸສໍາປະທານ 25ປີ ໂຄງການມີກໍາລັງຕິດຕັ້ງ 260 ເມກາວັດ; ສາມາດຜະລິດພະລັງງານສະເລ່ຍ 2.000 ກິກກາວັດໂມງ/ປີ ຕັ້ງຢູ່ຫ້ວຍສະໂຮງ ລະຫວ່າງດອກສະດໍາ ແລະ ດອນສະໂຮງ ແຂວງ ຈໍາປາສັກ. ປັດຈຸບັນໂຄງການເຂື່ອນໄຟຟ້ານໍ້າຕົກດອນສະໂຮງ ໄດ້ຄົ້ນຄວ້າປຶກສາຫາລື ຄວາມເປັນໄປໄດ້ໃນການຂະຫຍາຍໂຄງການອອກໄປຕື່ມ ຈາກທີ່ມີປັດຈຸບັນ 4 ໜ່ວຍຈັກ ເປັນ 5 ໜ່ວຍ (ພາກຂະຫຍາຍຈັກເບີ5).

          ທ່ານ ລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ທ່ານ ທູດ ທີ່ໄດ້ມາພົບປະ, ຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ລາຍງານຫຍໍ້ຜົນສຳເລັດ ແລະ ທິດທາງແຜນການພັດທະນາພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນນີ້, ທ່ານ ລັດຖະມົນຕີ ໄດ້ເນັນໃສ່ຂໍ້ມູນໂຄງການພາກຂະຫຍາຍຈັກເບີ5 ຂອງໂຄງການເຂື່ອນໄຟຟ້າດອນສະໂຮງ ເປັນໜ່ວຍຈັກສໍາຮອງໃນກໍລະນີເກີດຂໍ້ຜິດພາດທາງເຕັກນິກ ຫຼື ມີການສ້ອມແປງໃຫຍ່ກໍສາມາດມາທົດແທນໜ່ວຍຈັກອື່ນໄດ້. ນອກຈາກນີ້ຍັງມີໂຄງການຊື້-ຂາຍພະລັງງານລາວ-ໄທ-ມາເລເຊຍ (LTM-PII): ເປັນການລົງນາມ MOU ລະ ຫວ່າງ ລັດຖະມົນຕີ 3 ປະເທດ (ສປປ ລາວ, ໄທ ແລະ ມາເລເຊຍ) ໂດຍມີເປົ້າໝາຍຂາຍໄຟຟ້າຈາກລະບົບລາວໄປຍັງມາເລເຊຍ ຜ່ານລະບົບສາຍສົ່ງຂອງໄທໃນ ປະລິມານບໍ່ເກີນ 100 ເມກາວັດ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດໃນປີ 2018 ເປັນຕົ້ນມາ. ອີງຕາມຂໍ້ມູນຈາກ ລັດວິສາຫະກິດໄຟຟ້າລາວ ໃນວັນທີ 12 ກັນຍາ 2022 ສປປລາວ ໄດ້ສົ່ງພະລັງງານອອກທັງໝົດມີປະມານ 32.863.055,00 kwh

ທ່ານ ທູດ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ລັດຖະມົນຕີພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານ ແລະ ສະເໜີຂໍ້ມູນຕ່າງໆເພື່ອເປັນຂໍ້ມູນ ໃນການສ້າງແຜນການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສອງປະເທດ ໃຫ້ກາຍເປັນສາຍພົວພັນທາງດ້ານການຄ້າລະຫວ່າງ ມາເລເຊຍ ແລະ ກະຊວງພະລັງງານ ແລະບໍ່ແຮ່ ກໍຄືລັດຖະບານລາວ ໃນອະນາຄົດ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ