ສປປລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີສະມາຄົມການປ່ອຍອາຍພິດເປັນສູນແຫ່ງອາຊີ (Asia Zero Emission Community (AZEC) Ministerial Meeting)

            ລະຫວ່າງວັນທີ 3-4 ມີນາ 2023 ຜ່ານມານີ້, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ປອ. ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີສະມາຄົມການປ່ອຍອາຍພິດເປັນສູນແຫ່ງອາຊີ (Asia Zero Emission Community (AZEC) Ministerial Meeting) ໂດຍການເປັນເຈົ້າພາບຈັດຂຶ້ນຂອງ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຢີ່ປຸ່ນ (METI). ກອງປະຊຸມຄັ້ງນີ້, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກທີ່ປະກອບມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ,ສິງກະໂປ, ໄທ, ຫວຽດນາມ, ອົດສະຕາລີ, ລາວ, ກຳປູເຈຍ, ບລູໄນ ແລະ ຢີປຸ່ນເຈົ້າພາບ; ນອກຈາກນີ້, ຍັງມີອົງການທີ່ກ່ຽວຂ້ອງຄື IEA, ERIA, JBIC, JICA, NEXI, JPGMEC, IEEJ, NEDO, AOTS ແລະ ECCJ ເຂົ້າຮ່ວມ.

          ທີ່ປະຊຸມ ໄດ້ຮັບຟັງນຳສະເໜີວິໄສທັດຂອງແຕ່ລະປະເທດ ແລະ ພາກເອກະຊົນກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ. ຊຶ່ງຈຸດປະສົງໃນການຈັດກອງປະຊຸມ AZEC ຄັ້ງນີ້ ເພື່ອແລກປ່ຽນຄຳຄິດຄຳເຫັນສຳລັບການຫັນປ່ຽນພະລັງງານໂດຍການຫຼຸດຜ່ອນກາກບອນ ລວມທັງການແນ່ໃສ່ແນວຄິດ ແລະ ພາລະບົດບາດການຈັດຕັ້ງປະຕິບັດວຽກງານຂອງປະຊາຄົມ AZEC.

          ຊຶ່ງບັນດາປະເທດທີ່ເຂົ້າຮ່ວມສ່ວນຫຼາຍຕ່າງກໍມີຄວາມຄິດໄປໃນທິດທາງດຽວກັນຄື ແນວຄິດຂອງປະຊາຄົມ AZEC ເປັນແນວທາງທ່ີດີ, ແຕ່ຫາກວ່າຄວນມີໂຄງຮ່າງແບບແຜນການດໍາເນີນຢ່າງລະອຽດ ຊຶ່ງແຕ່ລະປະເທດກໍເຫັນດີເປັນເອກະພາບວ່າ ຈະພິຈາລະນາການເຂົ້າຮ່ວມປະຊາຄົມຄືນໃໝ່ ພາຍຫຼັງໄດ້ຮັບຂໍ້ມູນຢ່າງຄົບຖ້ວນກ່ຽວກັບປະຊາຄົມ AZEC.

       ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ນະກະຕະນິ ຊິນິຈິ ຮອງລັດຖະມົນຕິີ ເສດຖະກິດ, ການຄ້າ ແລະ ອຸດສາຫະກຳຢີ່ປຸ່ນ ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບທ່າແຮງໃນການສ້າງການກອບຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ລະຫວ່າງສອງຝ່າຍ ລາວ-ຢີ່ປຸ່ນ ໃນຕໍ່ໜ້າຕື່ມອີກ.

ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ