ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ຕ້ອນຮັບຄະນະຊ່ຽວຊານດ້ານເສດຖະກິດ-ການເງິນ ສປ ຈີນ

          ເພື່ອຊຸກຍູ້ຜັນຂະຫຍາຍ ຜົນການຢ້ຽມຢາມທາງລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອທ້າຍປີ 2022 ທີ່ຜ່ານມາ ທັງເປັນການຊຸກຍູ້ແລກປ່ຽນນະໂຍບາຍດ້ານການເງິນຂອງສອງປະເທດ ລາວ-ຈີນ. ຄະນະຊ່ຽວຊານດ້ານເສດຖະກິດ-ການເງິນ ສາທາລະນະລັດ ປະຊາຊົນຈີນ ເຊິ່ງນຳໂດຍ ທ່ານ ສຸ ຊານຕາ (Xu Shanda) ອາດີດຮອງຫົວໜ້າອົງກອນອາກອນແຫ່ງຊາດ ຈີນ (ຂັ້ນຮອງລັດຖະມົນຕີ) ພ້ອມດ້ວຍຄະນະຈຳນວນ 7 ທ່ານ ໄດ້ເຂົ້າພົບປະ, ເຮັດວຽກກັບກະຊວງພະລັງງານ ແລະ ບໍ່ແຮ່ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ.

          ໃນໂອກາດດັ່ງກ່າວ ທ່ານ ທ່ານ ສຸ ຊານຕາ ໄດ້ລາຍງານຈຸດປະສົງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 23 ພຶດສະພາ ຫາ 16 ມິຖຸນາ 2023 ຂອງ ຄະນະຊ່ຽວຊານດ້ານເສດຖະກິດ-ການເງິນ ຂອງ ສປ ຈີນ ນີ້ວ່າ: ເພື່ອປຶກສາຫາລື, ແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ສປປລາວ, ພ້ອມກັນນີ້ ກໍຈະຢ້ຽມຢາມເຂດເສດຖະກິດ ຫຼື ຫົວໜ່ວຍການຜະລິດ ຈຳນວນໜຶ່ງ. ເນື່ອງຈາກວ່າ ຄະນະຊ່ຽວຊານຊຸດດັ່ງກ່າວນີ້ ມີຄວາມຊຳນານງານດ້ານພາສີ, ອາກອນ ແລະ ເສດຖະກິດດິຈີຕອ໋ນ.

          ທ່ານ ຮອງລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ພັກ, ລັດຖະບານ ຈີນ ໂດຍສະເພາະ ທ່ານ ສຸ ຊານຕາ ພ້ອມດ້ວຍຄະນະ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ສປປລາວ ມາໂດຍຕະຫຼອດ. ເຊິ່ງການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ ສປປລາວ ນັ້ນມີຫຼາກຫຼາຍຮູບແບບ ທັງເປັນການຊ່ວຍເຫຼືອດ້ານເສດຖະກິດ-ການເງິນ, ດ້ານການຄ້າ, ດ້ານມະນຸດສະທຳ, ການພັດທະນາຊັບພະຍາກອນມະນຸດ ແລະ ລວມເຖິງການເຊື່ອມໂຍງສາກົນດ້ານການຂົນສົ່ງ, ການຮ່ວວມືລະຫວ່າງປະເທດ ແລະ ອື່ນໆ ການຊ່ວຍເຫຼືອທັງໝົດນັ້ນ, ລ້ວນແລ້ວແຕ່ມີຜົນໂຫຍດຢ່າງຫຼວງຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຫຍາກຂອງປະຊາຊາຊົນລາວບັນດາເຜົ່າ. ສຳລັບຂະແໜງການພະລັງງານ ແລະ ບໍ່ແຮ່ ກໍ່ເປັນຂະແໜງການໜຶ່ງ ທີ່ໄດ້ຮັບການສະໜັບສະໜູນ, ຊຸກຍູ້ ແລະ ຊ່ວຍເຫຼືອ ຈາກ ສປ ຈີນ ເພື່ອບັນລຸຜົນສຳເລັດ ການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳພະລັງງານໄຟຟ້າ ແລະ ອຸດສາຫະກຳບໍ່ແຮ່ ເຊິ່ງເປັນຂະແໜງເສດຖະກິດຕົ້ນຕໍ່ຂອງປະເທດ. ອັນທີ່ພົ້ນເດັ່ນແມ່ນການລົງທຶນຂອງນັກລົງທຶນຈາກ ສປ ຈີນ ຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເຊິ່ງອີງຕາມສະຖິຕິທາງການເຫັນວ່າ: ສປ ຈີນ ເປັນປະເທດອັນດັບໜຶ່ງ ທີ່ມີການລົງທຶນຫຼາຍທີ່ສຸດ ຂອງການລົງທຶນຈາກຕ່າງປະເທດ ຢູ່ ສປປລາວ ສຳລັບຂະແໜງການພະລັງງານ ແລະ ບໍ່ແຮ່.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ