ລັດຖະມົນຕີ ຕ້ອນຮັບການເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳ ສປປ ລາວ

          ໃນຕອນເຊົ້າວັນທີ 05 ກຸມພາ 2025 ທີ່ຜ່ານມາ ທີ່ຫ້ອງຮັບແຂກຊັ້ນ2 ທ່ານ ນາງ ແຊນນີ ແຄມແບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ຫຼື ADB ປະຈຳ ສປປ ລາວ, ພ້ອມດ້ວຍຄະນະ ເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນໂອກາດທີ່ຄະນະຜູ້ແທນທະນາຄານພັດທະນາອາຊີ ເຄື່ອນໄຫວເຮັດວຽກຢູ່ ສປປລາວ.
          ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ແຊນນີ ແຄມແບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ທີ່ໄດ້ນຳພາຄະນະຜູ້ແທນຂອງທະນາຄານພັດທະນາອາຊີມາເຮັດວຽກຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ລາຍງານສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຕ່ລະໄລຍະໃຫ້ ທ່ານ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ພ້ອມຄະນະໄດ້ຮັບຊາບ. ທ່ານ ລັດຖະມົນຕີ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ, ຊຸກຍູ້ ແລະ ສະໜັບສະໜູນທາງດ້ານງົບປະມານ, ເຕັກນິກວິຊາການ ໃຫ້ແກ່ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ.

          ທ່ານ ນາງ ແຊນນີ ແຄມແບວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຂອງ ທ່ານ ລັດຖະມົນຕີ ພ້ອມກັນນີ້, ທ່ານ ກໍ່ໄດ້ແຈ້ງຈຸດປະສົງໃນການເຂົ້າພົບປະໃນຄັ້ງນີ້ ແມ່ນເພື່ອງລົງເລິກໃນແຜນສະໜັບສະໜູນທີ່ອີງໃສ່ ແຜນແມ່ບົດການລົງທຶນສາຍສົ່ງອາຊຽນສະບັບທີ3 ເຊິ່ງ ທະນາຄານພັດທະນາອາຊີໄດ້ສະເໜີຊ່ວຍເຫຼືອດ້ານການເງິນພາຍໃຕ້ບ້ວງການສະໜັບສະໜູນວຽກງານ APG ທີ່ໃຫ້ຊື່ວ່າ )APGF: APG financing facility ແມ່ນ ມີ 4 ເປົ້າ ໝາຍ ຄື 1)ການສ້າງຄວາມເຂັ້ມແຂງຂອງກົນໄກການເຮັດວຽກກ່ຽວຂ້ອງ ;2) ການກະກຽມໂຄງການ; 3) ການ ຈັດການຄວາມສ່ຽງຂອງໂຄງການ ແລະ 4) ການສະໜອງທຶນໃນການກໍ່ສ້າງ . ໂດຍລັກສະນະຂອງການຊ່ວຍເຫຼືອ ທາງດ້ານການເງິນ ແມ່ນປະກອບດ້ວຍ ການສະໜອງທຶນແກ່ລັດຖະບານ ແລະ ເງິນຊ່ວຍເຫຼືອລ້າ, ເງິນກູ້ດອກເບ້ຍຕໍ່າໃຫ້ແກ່ ພາກສ່ວນເອກະຊົນ ໂດຍມີແຜນເວລາວ່າຈະໃຫ້ວຽກກະກຽມ ເພື່ອກຳນົດໂຄງການ ເພື່ອນໍາສະເ ໜີຈັດຕັ້ງປະຕິບັດ ໃນກອງປະຊຸມ AMEM ຄັ້ງທີ43 ໃນປີ 2025.

ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506