ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

          ຕອນເຊົ້າວັນທີ 10 ມັງກອນ 2022 ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ປອ Pratito Soeharyo ເອກອັກຄະລັດຖະທູດຜູ້ມີອຳນາດເຕັ້ມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເຂົ້າຢ້ຽມຢາມຂໍ່ານັບ ເພື່ອອຳລາໜ້າທີ່ ພາຍຫຼັງໄດ້ສຳເລັດການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປລາວ.
          ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ທູດ ທີ່ໄດ້ປະຕິບັດໜ້າທີ່ການທູດຢູ່ ສປປລາວ ດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມກັນນີ້ ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ ທ່ານ ທູດໄດ້ຮັບຊາບ. ທ່ານ ລັດຖະມົນຕີ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ທູດ ກໍ່ຄືລັດຖະບານ ອິນໂດເນເຊຍ ທີ່ຍາມໃດກໍ່ໃຫ້ການຊຸກຍູ້, ຊ່ວຍເຫຼືອ ສປປລາວ ທັງຢູ່ໃນເວທີສາກົນ ກໍ່ຄືຢູ່ໃນພາກພື້ນ. ທ່ານ ລັດຖະມົນຕີ ສະເໜີ ທ່ານ ທູດສືບຕໍ່ປຸກລະດົມຄົ້ນຂວາຍນັກລົງທຶນຂອງ ອິນໂດເນເຊຍ ເຂົ້າມາລົງທຶນຢູ່ ສປປລາວ ໃຫ້ນັບມື້ນັບເພີ່ມຂຶ້ນ ໂດຍສະເພາະການລົງທຶນໃນຂະແໜງການພະລັງງານ ແລະ ບໍ່ແຮ່. ຕອນທ້າຍ ທ່ານ ລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານ ທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມໂຊກດີ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນໃໝ່ຂອງ ທ່ານ.

          ໃນຂະນະດຽວກັນ, ທ່ານ ທູດກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງລາຍງານສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການທີ່ສຳຄັນຂອງ ສປປລາວ. ທ່ານ ທູດຢືນຢັ້ນວ່າ ຈະສືບຕໍ່ຮ່ວມມື ແລະ ເຮັດວຽກກັບ ສປປລາວ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ເຂົ້າສູ່ລ່ວງເລິກ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ