ກອງປະຊຸມເຜີຍແຜ່ສັນຍາສຳປະທານໂຄງການເຂື່ອນໄຟຟ້າ

ໃນຕອນບ່າຍ ວັນທີ 06 ເມສາ 2022 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ຫົວພັນ ໄດ້ຈັດກອງປະຊຸມ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ພອນສຸກ ອິນທະວົງ, ຮອງເຈົ້າແຂວງ ແຂວງ ຫົວພັນ ເຊິ່ງຜູ້ເຂົ້າຮ່ວມ ມີບັນດາກົມພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່, ບັນດາກົມກ່ຽວຂ້ອງຂັ້ນສູນກາງ, ເຈົ້າເມືອງ ເມືອງ ຊຳໃຕ້, ບັນດາພະແນກ-ອົງການຈັດຕັ້ງມະຫາຊົນຂັ້ນທ້ອງຖິ່ນ ແລະ ບໍລິສັດໂຄງການ.

ຈຸດປະສົງໃນການປະຊຸມເພື່ອນຳສະເໜີຂໍ້ມູນໂຄງການເຂື່ອນໄຟຟ້ານ້ຳຊຳ 3 ໃຫ້ສາທາລະນະໄດ້ຮັບຊາບ ແລະ ອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ຄືກັບຫຼາຍໂຄງການຜ່ານມາ. ນອກນີ້, ຍັງເປັນການລາຍງານໃຫ້ແຂວງໄດ້ຊາບ ຜົນປະໂຫຍດທີ່ຕົນຈະໄດ້ຮັບຈາກການພັດທະນາໂຄງການ ແລະ ທັງເປັນການສຳມະນາວິຊາການ ແລກປ່ຽນບົດຮຽນ ເພື່ອສ້າງຄວາມເຂັ້ມແຂງໃນການເຮັດວຽກເຈລະຈາສັນຍາສຳປະທານໂຄງການໄຟຟ້າ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.

          ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນວ່າ: “ຂະບວນການສຶກສາຂອງໂຄງການເຂື່ອນໄຟຟ້ານ້ຳຊຳ 3 ໃນເບື້ອງຕົ້ນແມ່ນໄດ້ເລີ່ມມີການສຶກສາພ້ອມກັນກັບໂຄງການນ້ຳຊຳ 1A ໂດຍໂຄງການນ້ຳຊຳ 3 ແມ່ນໄດ້ມີການລາຍງານລັດຖະບານ ເພື່ອຂໍອະນຸມັດເຊັນສັນຍາສຳປະທານ ແຕ່ປີ 2015 ແຕ່ຍ້ອນ ປະສົບກັບບັນຫາສິ່ງທ້າທາຍໃນຫຼາຍໆດ້ານ ບໍລິສັດ ກໍໄດ້ຢືນຢັດເຮັດວຽກນຳພາກລັດ ຈົນສຸດທ້າຍ ແມ່ນສາມາດບັນລຸການເຊັນສັນຍາສຳປະທານ ກັບ ລັດຖະບານ ໃນວັນທີ 18/6/2021 ເຊິ່ງຈຸດເດັ່ນຂອງໂຄງການນໍ້ຳຊຳ 3 ແມ່ນເປັນໂຄງການທໍາອິດທີ່ເປັນຂອງນັກທຸລະກິດລາວ ທີ່ປະສົບຜົນສໍາເລັດໃນການເຈລະຈາຂາຍໄຟໃຫ້ຫວຽດນາມ ແລະ ກໍຍັງເປັນການບຸກເບີກໃຫ້ຫຼາຍໆໂຄງການໄຟຟ້າຂອງນັກທຸລະກິດລາວ ສາມາດສືບຕໍ່ເຮັດວຽກກັບທາງຝ່າຍຫວຽດນາມໃນການຂາຍໄຟໄດ້ງ່າຍຂຶ້ນກວ່າເກົ່າ.

        ພາບລວມຂອງໂຄງການເຂື່ອນໄຟຟ້ານ້ຳຊຳ 3 ແມ່ນມີກຳລັງຕິດຕັ້ງ 156 MW (ຈັກ 2 ໜ່ວຍ), ສາມາດຜະລິດພະລັງງານສະເລ່ຍໄດ້ 626 GWh/ປີ. ເຖິງແມ່ນວ່າ, ການພັດທະນາໂຄງການເຂື່ອນໄຟຟ້ານ້ຳຊຳ 3 ຈະມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກວ້າງຂວາງກວ່າໂຄງການນ້ຳຊຳ 1A, ແຕ່ທາງ ບໍລິສັດ ກໍໄດ້ຮ່ວມເຮັດວຽກປະສານສົມທົບ ກັບ ພາກສ່ວນສູນກາງ ແລະ ທ້ອງຖິ່ນໃນການແກ້ໄຂບັນຫາດັ່ງກ່າວ. ສຳລັບຂະບວນການເຮັດວຽກ ກ່ອນການເຊັນສັນຍາສຳປະທານ ໂດຍລວມ ບໍລິສັດ ໄດ້ຈັດຕັ້ງປະຕິບັດພັນທະຂອງຕົນຢ່າງສຳເລັດ, ​ໄດ້ມີການຮັບຮອງເອກະສານທາງດ້ານເຕັກນິກ, ສິ່ງແວດລ້ອມສັງຄົມ, ການແກ້ໄຂຜົນກະທົບ ແລະ ອື່ນໆ ໂດຍຂະແໜງການລັດທີ່ກ່ຽວຂ້ອງ. ກົມວິຊາການ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ມີການສົມທົບກັບ ຂະແໜງການທີ່ກ່ຽວຂ້ອງເຮັດວຽກຮ່ວມກັນ ປຶກສາຫາລື ແລະ ຄົ້ນຄວ້າຕໍ່ກັບໂຄງການດັ່ງກ່າວ ຈົນສາມາດຜ່ານກອງປະຊຸມ ຄລທ.ສ ແລະ ຄະນະປະຈຳສະພາແຫ່ງຊາດ ໃນໄລຍະຜ່ານມາ”.

ຈາກນັ້ນ, ປະທານ ໄດ້ດຳເນີນກອງປະຊຸມຕາມວາລະ ໂດຍສະເໜີກົມແຜນການ ແລະ ການຮ່ວມມື, ກະຊວງ ພະລັງງານ ແລະ ບໍ່ແຮ່ ນຳສະເໜີພາບລວມຄວາມເປັນມາຂອງໂຄງການ ແລະ ຜົນການເຈລະຈາສັນຍາສຳປະທານ ລວມທັງຜົນປະໂຫຍດທີ່ແຂວງຈະໄດ້ຮັບຈາກໂຄງການໄຟຟ້າ ແລະ ບໍ່ແຮ່ ທີ່ມີຢູ່ໃນປັດຈຸບັນ; ບໍລິສັດໂຄງການ ນຳສະເໜີຄວາມຄືບໜ້າການກໍ່ສ້າງໂຄງການ, ແຜນການນຳເຂົ້າວັດຖຸປະກອນ, ຄວາມຕ້ອງການ ແລະ ການນຳເຂົ້າແຮງງານ; ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ນຳສະເໜີ ການຕິດຕາມວຽກເຕັກນິກໂຄງການ; ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ນຳສະເໜີ ກ່ຽວກັບພັນທະສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ແລະ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ນຳສະເໜີ ກ່ຽວກັບການຕິດຕາມວຽກສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ.

ຂ່າວ: ພະແນກ ປະໍຊາສຳພັນ ແລະ ໄອທີ