ຂະແໜງການພະລັງງານ ແລະ ບໍ່ແຮ່ ຖືສຳຄັນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂະແໜງການສາທາລະນະສຸກ

          ເນື່ອງໃນໂອກາດຕ້ອນຮັບວັນເດັກນ້ອຍສາກົນ ຄົບຮອບ 100 ປີ (01 ມິຖຸນາ 1924 ຫາ 01ມິຖຸນາ 2024) ທີ່ຈະມາເຖິງນີ້, ຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ປະກອບສ່ວນຊ່ວຍເຫຼືອອຸປະກອນການແພດໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໂດຍຜ່ານກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ໂດຍສະເພາະແມ່ນເຄື່ອງຊ່ວຍຫາຍໃຈທຽມ ຈຳນວນ 3 ເຄື່ອງ ລວມມູນຄ່າທັງໝົດ 902ລ້ານກວ່າກີບ. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2024 ນີ້ ຢູ່ຫ້ອງຮັບແຂກກະຊວງສາທາລະນະສຸກ.ໃຫ້ກຽດກ່າວມອບຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບໂດຍ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ; ມີ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງ ຈາກທັງສອງກະຊວງ ແລະ ບັນດາຜູ້ຕາງໜ້າບໍລິສັດ ທີ່ໃຫ້ການອຸປະຖຳເຂົ້າຮ່ວມ.

           ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ, ພະນັກງານ, ລັດຖະກອນ ແລະ ກຳມະກອນ ທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນການປົກປ້ອງເດັກນ້ອຍເກີດໃໝ່ ເພື່ອປະກອບສ່ວນຊ່ວຍເຫຼືອ ໃຫ້ອັດຕາການຕາຍຂອງເດັກເກີດໃໝ່ ໄດ້ຫຼຸດຕໍ່າລົງຕາມລຳດັບ ຊຶ່ງເປັນການປະກອບສ່ວນສຳຄັນໃຫ້ລັດຖະບານ ໄດ້ບັນລຸເປົ້າໝາຍຂອງຕົວຊີ້ບອກດັ່ງກ່າວ ໃນແຜນພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ລະດົມບັນດາບໍລິສັດ ທີ່ເປັນຜູ້ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ທີ່ມີເງື່ອນໄຂປະກອບສ່ວນຊ່ວຍເຫຼືອ ຊຶ່ງປະກອບມີກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ, ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ບໍລິສັດ ຄຳມ່ວນ ພັດທະນາ ອະສັງຫາລິມະຊັບ ຈຳກັດຜູ້ດຽວ, ມອບອຸປະກອນການແພດ ໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໄດ້ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ.

          ທ່ານ ລັດຖະມົນຕີ ໄດ້ກ່າວຕື່ມວ່າ: ຕະຫຼອດໄລຍະ 40ກວ່າປີມານີ້, ການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ແມ່ນໄດ້ຕິດພັນຢ່າງສະໜິດສະແໜ້ນກັບການແກ້ໄຂຄວາມທຸກຫຍາກຂອງປະຊາຊົນ, ໂດຍສະເພາະແມ່ນການສ້າງບ້ານນ້ອຍໃຫ້ກາຍເປັນບ້ານໃຫຍ່, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ. ມາຮອດປັດຈຸບັນນີ້, ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດຈັດຕັ້ງປະຕິບັດໂຄງການຍົກຍ້າຍຈັດສັນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໃນນີ້, ລວມມີໂຄງການກໍ່ສ້າງ ແລະ ປຸກເຮືອນໃໝ່ແບບຖາວອນ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆເຊັ່ນ: ຖະໜົນຫົນທາງ, ໄຟຟ້າ, ນໍ້າສະອາດ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ສະຖານີລົດໂດຍສານ, ຍົກລະດັບຄວາມຮູ້ການປູກຝັງ, ລ້ຽງສັດ, ການປະມົງ ແລະ ການສ້າງອາຊີບທີ່ໝັ້ນຄົງໄດ້ທັງໝົດ 30 ໂຄງການ, ທີ່ນອນຢູ່ໃນ 17 ແຂວງ, 37 ເມືອງ, 238 ບ້ານ, 12,526 ຫຼັງຄາເຮືອນ ໂດຍນໍາໃຊ້ງົບປະມານທັງໝົດ 929.635.430 (ເກົ້າຮ້ອຍຊາວເກົ້າລ້ານຫົກແສນສາມສິບຫ້າພັນສີ່ຮ້ອຍສາມສິບ) ໂດລາສະຫະລັດ ແລະ 70.415.830.804 (ເຈັດສິບຕື້ສີ່ຮ້ອຍສິບຫ້າລ້ານແປດແສນສາມສິບພັນແປດຮ້ອຍສີ່) ກີບ; ສະນັ້ນ, ການປະກອບສ່ວນຊ່ວຍເຫຼືອອຸປະກອນທາງການແພດໃນຄັ້ງນິີ້, ກໍ່ເປັນສ່ວນໜຶ່ງ ຂອງການພັດທະນາເສດຖະກິດຽສັງຄົມຂອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນການປະກອບສ່ວນຊ່ວຍເຫຼືອສັງຄົມ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງພວກເຮົາ ຕໍ່ຂະແໜງສາທາລະນະສູກ.

          ທ່ານ ດຣ ສະໜອງ ທອງຊະນະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫຼືອຂະແໜງການສາທາລະນະສຸກຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງຕໍ່ການພັດທະນາວຽກງານສາທາລະນະສຸກຢູ່ປະເທດຂອງພວກເຮົາ. ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຕື່ມວ່າ: ຂະແໜງສາທາລະນະສຸກ ແມ່ນນອນຢູ່ໃນຂົງເຂດວັດທະນາທຳ-ສັງຄົມ ຊຶ່ງຜ່ານມາວຽກງານການແພດເວົ້າລວມ, ເວົ້າສະເພາະກ່ຽວກັບວຽກງານແມ່ ແລະ ເດັກ, ລັດຖະບານ ກໍຄືກະຊວງ ສາທາລະນະສຸກ ໄດ້ເອົາໃຈໃສ່ຢ່າງຈິງຈັງ ພັດທະນາວຽກງານດັ່ງກ່າວ ເພື່ອເຮັດໃຫ້ໂຕເລກການຕາຍຂອງເດັກລຸ່ມ 5 ປີ, ແລະ ແມ່ເກີດລູກ ຫຼຸດລົງໃຫ້ຫຼາຍທີ່ສຸດ; ຊຶ່ງວຽກງານການແພດ ຕ້ອງໄດ້ລົງທຶນຢ່າງຫຼວງຫຼາຍ ທັງການພັດທະນາຊັບພະຍາກອນມະນຸດ ທີ່ຮູ້ນໍາໃຊ້ເຕັກໂນໂລຊີ, ອຸປະກອນການແພດທັນສະໄໝ ຊຶ່ງ ລັດຖະບານ ກໍໄດ້ມອບເຄື່ອງອຸປະກອນການແພດໃຫ້ ແຕ່ກໍຍັງຂາດເຂີນບໍ່ພຽງພໍ, ດ້ວຍເຫດຜົນດັ່ງກ່າວຈຶ່ງຍັງຕ້ອງການ, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ, ການຮ່ວມມືສາກົນ ແລະ ຈາກທຸກພາກສ່ວນໃນສັງຄົມ ທີ່ມີເງື່ອນໄຂ ເພື່ອມາປັບປຸງປະສິດທິພາບ, ຍົກສູງຄຸນນະພາບ ການບໍລິການສາທາລະນະສຸກໃຫ້ດີຂຶ້ນ. ເຄື່ອງຊ່ວຍເຫຼືອທີ່ໄດ້ຮັບຄັ້ງນີ້ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ເພາະການຊ່ວຍເຫຼືອຊີວິດເດັກເກີດໃໝ່ ເປັນສິ່ງສຳຄັນ ຂະນະທີ່ການຕາຍຂອງເດັກກໍຍັງເປັນສິ່ງທ້າທາຍ ຊຶ່ງການຕາຍຂອງເດັກສູງສຸດແມ່ນຢູ່ໃນໄລຍະ 0-7 ວັນ ເນື່ອງຈາກຫຼາຍສາເຫດ ສະນັ້ນເຄື່ອງຊ່ວຍຫາຍໃຈນີ້ຈະກອບກູ້ຊ່ວຍຊີວິດຂອງເດັກເກີດໃໝ່ໄດ້ ແລະ ຊ່ວຍ ຫຼຸດຜ່ອນການຕາຍຂອງເດັກເກີດໃໝ່ ໄດ້ເປັນຢ່າງດີ.