ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເຄື່ອນໄຫວ ຢູ່ແຂວງ ວຽງຈັນ

            ໃນຕອນເຊົ້າຂອງວັນທີ 10 ຕຸລາ 2023 ນີ້ ທີ່ຫ້ອງປະຊຸມສະຖານນີລົດໄຟລາວ-ຈີນ ສະຖານນີວັງວຽງ ແຂວງ ວຽງຈັນ, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ຕ່າງໜ້າຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຄື່ອນໄຫວຢ້ຽມຢາມ, ເຮັດວຽກກວດກາເບີ່ງການຄ່ຽນຖ່າຍ ແລະ ເຄື່ອນຍ້າຍແຮ່ທາດ ທີ່ ແຂວງ ວຽງຈັນ ໂດຍການຮັບຕ້ອນ ຂອງທ່ານ ຕູ່ ຈື່ກາງ ອຳນວຍການຄວບຄຸ້ມລົດໄຟ ໃນໂອກາດນີ້ ທ່ານ ທ່ານ ຕູ່ ຈື່ກາງ ອຳນວຍການຄວບອຄຸ້ມລົດໄຟ ໄດ້ຂຶ້ນລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົນສົ່ງ ໂດຍຫຍໍ້ ໂດຍສະເພາະ ການຂົນສົ່ງສິນຄ້າ ນັບແຕ່ມື້ເປີດບໍລີການຂົນສົ່ງສີນຄ້າ ຈົນຮອດປັດຈຸບັນ ແມ່ນມີການຂົ່ນສົ່ງສີນຄ້າ ແລ້ວ 500 ລ້ານກວ່າໂຕນໂດຍສະເລ່ຍແລ້ວ ມື້ໜື່ງສາມາດສົ່ງສິນຄ້າ ປະມານ 8 ພັນໂຕນ ແລະ ມື້ສາມາດສົ່ງສູງສຸດ ແມ່ນ ສາມາດສົ່ງໄດ້ 10 ພັນ ໂຕນ ໃນນີ້ ປະເພດສິນຄ້າທີ່ທາງລົດໄຟລາວຈີນສົ່ງອອກ ມີ ໝາກໄມ້, ແປ້ງມັນຕົ້ນ, ໝາກເດືອຍ, ຢ່າງພາລາ, ແຮ່ທາດ, ຫີນ ບາໂບ ແລະ ສີນຄ້ານໍາເຂົ້າຈາກຈີນ ມີ 8 ແສນໂຕນ ແລະ ຂົ່ນສົ່ງພາຍໃນ ສປປ ລາວ ມີ 50 ພັນໂຕນ ເຊິ່ງໃນນີ້ ການຂົ່ນສົ່ງແຮ່ທາດຕ່າງໆ (ແຮ່ຫຼັກ, ແຮ່ທອງ,ແຮ່ທາດຫາຍາກ, ແຮ່ຊືນ, ແຮ່ສັງກາສີ, ແຮ່ບາລິດ, ແຮ່ຝູອໍຣາຍ ແລະ ເກືອໂປຕາດ) ດ້ວຍລົດໄຟ ລາວ-ຈີນ ນັບແຕ່ເດືອນ ທັນວາ 2021 ຈົນຮອດ ເດືອນ ກັນຍາ 2023 ລວມທັງໝົດ 4 ລ້ານໂຕນ.

           ພາຍຫຼັງໄດ້ຮັບຟັງ ສະພາບການຂົ່ນສົ່ງສິນຄ້າສົ່ງອອກໄປ ສປ ຈີນ ໂດຍສະເພາະ ການຂົ່ນສົ່ງແຮ່ທາດ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ ສະແດງຄວາມຊົມເຊີຍມາຍັງ ລັດວິສາກິດ ລົດໄຟ ລາວ-ຈີນ ທີ່ເອົາໃຈໃສ່ວຽກງານ ຂົ່ນສົ່ງສິນຄ້າ ໂດຍສະເພາະ ການສົ່ງແຮ່ທາດ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາໄດ້ເປັນຢ່າງດີ ແລະ ລະອຽດ ພ້ອມນີ້ໄດ້ຊີ້ນໍາໃຫ້ສືບຕໍ່ປະສານສົມທົບ ນໍາຂະແໜງການທີ່່ກ່ຽວຂ້ອງກໍຄືອໍານາດການປົກຄອງທ້ອງຖິ່ນໃນການກວດກາ ຄຸ້ມຄອງປະເມີນ ການສົ່ງອອກ ແຮ່ທາດໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້.

            ສ່ວນບັນຫາອື່ນໆທີ່ຕິດພັນກັບການ ການຂົ່ນສົ່ງ, ຄ່ຽນຖ່າຍ ແລະ ເຄື່ອນຍ້າຍແຮ່ທາດ ພາຍໃນ ແຂວງ ວຽງຈັນ ນັ້ນ, ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊີ້ນໍາໃຫ້ສືບຕໍ່ປັບປຸງແກ້ໄຂ ໂດຍປະສານສົມທົບຢ່າງກົມກຽວກັບຂະແໜງການກ່ຽວ ຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຄ່ຽນຖ່າຍ ແລະ ເຄື່ອນຍ້າຍແຮ່ທາດ ສາມາດຈັດຕັ້ງປະຕິບັດດ້ວຍຄວາມໂລ່ງລ່ຽນ ແລະ ປະສົບຜົນ ສຳເລັດ. ນອກຈາກນີ້ຍັງໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກໃຫ້ ໂຄງການ ໃຫ້ເອົາໃຈໃສ່ໃນການປະຕິບັດມາດຕະຖານເຕັກນິກຂອງໂຄງການໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນດ້ານຄຸນນະພາບຂອງໂຄງການ ແລະ ປະສິດທິຜົນຂອງໂຄງການໃນໄລຍາວ, ທັງເປັນການປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

           ນອກຈາກນີ້ ທ່ານ ລົດຖະມົນຕີ ພ້ອມຄະນະ ຍັງໄດ້ເດີນທາງໄປກວດກາການຄ່ຽນຖ່າຍແຮ່ທາດ (ລານສະຕ໋ອກ) ຢູ່ເຂດບ້ານ ໂພນສີໃຕ້ ຂອງບໍລິສັດ ເອທີໂອໂຕ ສະຖານນີລົດໄຟ ລາວຈີນ ເມືອງ ໂພນໂຮງ ແລະ ເດີນທາງໄປເບີ່ງ ກອງແຮ່ (ລານສະຕ໋ອກ) ຂອງ ບໍລິສັດ ອຸດົມຊັບ, ບໍລິສັດ ລາວຢູຄູນ ບໍ່ແຮ່ ແລະ ຈຸດສະຖານນີຂົ່ນແຮ່ຂື້ນລົດໄປ ສະຖານນິວັງວຽງ.
ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ