ທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອນຮັບຄະນະຜູ້ແທນອຸດສາຫະກຳ ແລະ ການຄ້າ ເຢຍລະມັນ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ

          ຕອນເຊົ້າວັນທີ 17 ສິງຫາ 2023 ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ Marko WALDE ຫົວໜ້າຄະນະຜູ້ແທນຂັ້ນສູງ ຂະແໜງອຸດສາຫະກຳ ແລະ ການຄ້າ ເຢຍລະມັນ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຂໍ່ານັບ ແລະ ພົບປະ ທ່ານ ນ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ວຽກງານການຮ່ວມມືຂອງຂະແໜງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສອງປະເທດ ເຊິ່ງມີການລົງທຶນດ້ານພະລັງງານໃນລາວ ໂດຍສະເພາະແມ່ນບໍລິສັດ BGRIMM Power ເປັນບໍລິສັດສັນຊາດເຢຍລະມັນ ທີ່ກໍ່ຕັ້ງຂຶ້ນໃນປະເທດໄທ ເຊິ່ງມີໂຄງການ ໄຟຟ້າຈຳນວນໜຶ່ງຄື: ໂຄງການນໍ້າແຈ I ກໍາລັງຕິດຕັ້ງ I5 MW ແລະ ໂຄງການເຊນໍ້ານ້ອຍ2-ເຊກະຕຳ 1 ກໍາລັງຕິດຕັ້ງ ປະມານ 20 MW.

          ສປປ ລາວ ແລະ ເຢຍລະມັນ ໄດ້ມີການພົວພັນຮ່ວມມືກັບມາຢ່າງຍາວນານ ໃນນີ້ລວມມີການຮ່ວມກັນດ້ານພະລັງງານ ໃນໄລຍະຜ່ານມາ ເຖີງປະຈຸບັນ ກໍ່ມີໂຄງການຈຳນວນໜຶ່ງທີ່ປະກອບມີຄື: 1) ການສົ່ງຊ່ຽວຊານດ້ານຄວາມປອດໄພຂອງເຂື່ອນຮ່ວມກັບຊ່ຽວຊານຂອງທະນາຄານໂລກ ແລະ ອີກ 7 ປະເທດຄູ່ຮ່ວມພັດທະນາ ເພື່ອດຳເນີນການທົບທວນ ແລະ ກວດກາຄວາມປອດໄພຂອງຕົວເຂື່ອນ. 2) ໂຄງການທີ່ເຮັດວຽກກ່ຽວກັບເຂື່ອນແມ່ນໍ້າຂອງປາກລາຍ ໃຫ້ການສະໜັບສະໜູນ MRC ເພື່ອທົບທວນ ດ້ານເຕັກນິກຂອງໂຄງການແມ່ນໍ້າຂອງປາກແບ່ງ ເຂົ້າຂະບວນການ PNPCA ພາຍໃຕ້ກອບສັນຍາຮ່ວມມື ຂອງປະເທດແມ່ນໍ້າຂອງ 1995. 3) ໂຄງການກວດກາຕິດຕາມດ້ານຜົນກະທົບສິ່ງແວດລ້ອມຂ້າມຊາຍແດນ ຂອງເຂື່ອນໄຟຟ້ານໍ້າຂອງໄຊຍະບູລິ ແລະ ດອນສະໂຮງ. ແລະ ການຊ່ວຍເຫຼືອລ້າຈາກ ສ.ເຢຍລະມັນ ເປັນໂຄງການຮ່ວມມືທາງດ້ານເຕັກນິກເພື່ອສະໜັບສະໜູນການພັດທະນາແບບຍືນຍົງໃນຂະແໜງບໍ່ແຮ່ ໂດຍສະເພາະ ໄດ້ສະໜັບສະໜູນການປັບປຸງຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມບໍ່ແຮ່ (Support for Improvement of Safety and Environmental Protection in Mining) ຈໍານວນເງິນທັງໝົດ 2,06 ລ້ານຢູໂຣ, ເຊິ່ງການຈັດຕັ້ງປະຕິບັດ ແມ່ນທາງຝ່າຍເຢຍລະມັນ (BGR) ໄດ້ສົ່ງທີມງານໂຄງການ (ຫົວໜ້າໂຄງການ ແລະ ຊ່ຽວຊານ) ມາປະຈຳຢູ່ກົມຄຸ້ມຄອງບໍ່ແຮ່ ເພື່ອຮ່ວມເຮັດວຽກກັບຄະນະວິຊາການທີ່ກ່ຽວຂ້ອງຂອງກົມ. ໂຄງການໄດ້ມີແຜນຈະເລີ່ມຈັດຕັ້ງປະຕິບັດ ແຕ່ຕົ້ນປີ 2020, ແຕ່ຍ້ອນສະພາບການລະບາດຂອງເຊື້ອພະຍາດ Covid 19 ຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້. ຢ່າງໃດກໍ່ຕາມ ມາຮອດທ້າຍປີ 2020 ໂຄງການຈຶ່ງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເພື່ອສະໜັບສະໜູນຄວາມເຂັ້ມແຂງດ້ານວິຊາ ຕິດພັນກັບການພັດທະນາບໍ່ແຮ່ແບບຍືນຍົງ, ຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ