
ໃນໂອກາດມາປະຕິບັດໜ້າທີ່ເປັນທູດຄົນໃໝ່ແຫ່ງປະເທດ ຢີ່ປຸ່ນ ປະຈຳ ສປປລາວ, ຕອນເຊົ້າວັນທີ 22 ທັນວາ2021 ຜ່ານມານີ້, ທ່ານ ໂຄບາຢາຊິ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງປະເທດ ຢີ່ປຸ່ນ ຄົນໃໝ່ ປະຈຳ ສປປລາວໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທູດ ທີ່ໄດ້ຮັບການແຕ່ງຕັ້ງປະຕິບັດໜ້າທີ່ເປັນເອກະອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງປະເທດຢີ່ປຸ່ນ ປະຈຳ ສປປລາວ ຄົນໃໝ່. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະເໜີສະພາບການພັດທະນາພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນໄລຍະຜ່ານມາ ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າໃຫ້ ທ່ານ ທູດໄດ້ຮັບຊາບ.

ຂະນະ ທີ່ ທ່ານ ທູດ ໂຄບາຢາຊິ ກໍ່ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິ່ງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດໜົມ ພ້ອມທັງສະເໜີສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ຂອງ ທ່ານ ລັດຖະມົນຕີ ເຊິ່ງເຫັນວ່າເປັນຂະແໜງການໜຶ່ງ ທີ່ມີການພັດທະນາຢ່າງໄວວ່າ ແລະ ມີບາງໄລຍະມີການພັດທະນາແບບກ້າວກະໂດດ.
ນອກຈາກນີ້ແລ້ວ, ທ່ານ ລັດຖະມົນຕີ ແລະ ທ່ານ ທູດ ຍັງໄດ້ພ້ອມກັນປຶກສາຫາລື, ແລກປ່ຽນທັດສະນະກ່ຽວກັບການຮ່ວມມື, ຊ່ວຍເຫຼືອ ແລະ ສົ່ງເສີມການລົງທຶນຮ່ວມກັນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນການສະໜັບສະໜູນທາງດ້ານການເງິນ, ເຕັກນິກ, ວິຊາການ ແລະ ສົ່ງເສີມດຶງດູດການລົງທຶນຈາກຢີ່ປຸ່ນໃຫ້ເຂົ້າມາລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ຢີ່ປຸ່ນ ເປັນປະເທດໜຶ່ງທີ່ມີການຊ່ວຍເຫຼືອ ແລະ ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ເຊິ່ງບັນດາໂຄງການເຫຼົ່ານັ້ນ ໄດ້ກາຍເປັນສັນຍາລັກທາງປະຫວັດສາດຂອງຊາດລາວ ກໍ່ຄືການຊ່ວຍເຫຼືອຕ່າງປະເທດຂອງ ປະຊາຊົນ ແລະ ລັດຖະບານຢີ່ປຸ່ນ ໃນນີ້ອັນພົ້ນເດັ່ນກວ່າໝູ່ແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ1 ທີ່ປະຈຸບັນ ຢີ່ປຸ່ນ ກໍ່ສືບຕໍ່ຊຸກຍູ້ສະໜັບສະໜູນໂຄງການພາກຂະຫຍາຍເຊິ່ງມີກຳລັງຕິດຕັ້ງ 40 ເມັກກາວັດ, ໂຄງການເຂື່ອນໄຟຟ້ານ້ຳງຽບ1 ທີ່ກໍ່ສ້າງສຳເລັດ ແລະ ຜະລິດໄຟຢ່າງເປັນທາງການໃນປີ 2019, ໂຄງການໄຟຟ້ານ້ຳເລິກ ເຊິ່ງເປັນໂຄງການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ທີ່ກໍ່ສຳເລັດ ແລະ ຜະລິດໄຟໃນປີ 2020 ແລະ ໂຄງການອື່ນໆອີກ ເຊິ່ງກຳລັງດຳເນີນໄປຢ່າງມີປະສິດທິພາບ ມີປະສິດທິຜົນສູງ. ນອກຈາກໂຄງການລົງທຶນແລ້ວ ລັດຖະບານ ແລະ ປະຊາຊົນຢີ່ປຸ່ນ ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການຕື່ມອີກເປັນຕົ້ນແມ່ນ: ໂຄງການຊ່ວຍເຫຼືອວິຊາການແຕ່ 2020-2023 ເຊິ່ງລວມມີ 3 ໜ້າວຽກຕົ້ນຕໍ່ຄື: ການປັບປຸງຄຸນນະພາບໄຟຟ້າ (Power Quality Improvement), Power Utility Management ແລະ Energy Policy Advisor ;ໂຄງການສຶກສາໃນການສ້າງແຜນແມ່ບົດລະບົບໄຟຟ້າ (Power Network System Master Plan); ໂຄງການTEPCO ຊ່ວຍເຫຼືອເພື່ອຊອກຫາສາເຫດຂອງອຸປະຕິເຫດໂຄງການເຊປ່ຽນ-ເຊນ້ຳນ້ອຍ ໂດຍນຳສົ່ງຄະນະຊ່ຽວຊານອາວຸໂສຈາກ ຄະນະກຳມະການເຂື່ອນໃຫຍ່ສາກົນ ສົມທົບກັບວິສາວະກອນຈາກພາກສ່ວນອື່ນ; ໂຄງການ JUMPP ລະຫວ່າງ ຢີ່ປຸ່ນ ແລະ ສະຫະລັດອາເມລິກາ ຊ່ວຍເຫຼືອບັນດາປະເທດລຸ່ມແມ່ນ້ຳຂອງໃນຈຳນວນເງິນ 29ລ້ານໂດລາສະຫະລັດ ໂດຍມີເປົ້າໝາຍເພື່ອຊຸກຍູ້ ສະໜັບສະໜູນການຮ່ວມມືດ້ານໄຟຟ້າ ແລະ ເຊື່ອມໂຍງປະເທດລຸ່ມແມ່ນ້ຳຂອງ ແລະ ອີກຫຼາຍໂຄງການທີ່ກຳລັງດຳເນີນການຈັດຕັ້ງປະຕິບັດ
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ