
ພິທີສະເຫຼີມສະຫຼອງເຂື່ອນໄຟຟ້ານໍ້າເທີນ2 ຄົບຮອບ 15 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 30 ເມສາ 2025 ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະຜູ້ລິຫານເຂື່ອນໄຟຟ້ານໍ້າເທີນ2 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.


ຂະບວນວິວັດແຫ່ງການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງເຂື່ອນໄຟຟ້ານໍ້າເທິນ 2 ໃນຕະຫຼອດໄລ ຍະເວລາ 15 ປີທີ່ຜ່ານມາ ໄດ້ຕິດພັນຢ່າງສະໜິດແໜ້ນກັບການນໍາພາຂອງພັກ, ຂອງຄະນະພັກຂັ້ນຕ່າງໆ, ຕິດແໜ້ນກັບ ຄວາມເອົາໃຈໃສ່ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຢ່າງໜັກແໜ້ນ ແລະ ບໍ່ພຽງແຕ່ໄດ້ຮັບການພັດທະນາ ແລະ ສາມາດເຮັດຫຼ້ອນບົດບາດ, ໜ້າທີ່ຂອງຕົນຢ່າງສົມກຽດເທົ່ານັ້ນ.ແຕ່, ຫາກຍັງເປັນຕົວແບບ, ເປັນແຫຼ່ງຮຽນຮູ້ກ່ຽວກັບການຜະລິດ, ການຄຸ້ມຄອງການພັດທະນາດ້ານພະລັງງານໄຟຟ້າ ແລະ ແມ່ນຜົນສໍາເລັດທີ່ເປັນໜໍ່ແໜງ ສໍາຄັນໃນການຈັດຕັ້ງປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະ ໄໝຂອງພັກຢູ່ ສປປ ລາວອີກດ້ວຍ.

