ໃນໂອກາດກ່າວເປີດກອງປະຊຸມ ທ່ານ ຮອງລັດຖະມົນຕີ ກ່າວວ່າ: ຜ່ານການລົງກວດກາບັນດາເຂື່ອນໄຟຟ້າຕົວຈິງ ແລະ ຈັດກອງປະຊຸມຖອດຖອນບົດຮຽນຄວາມປອດໄພຂອງເຂື່ອນຫຼາຍຄັ້ງທີ່ຜ່ານມາ, ສະຫຼຸບໄດ້ວ່າ ໄລຍະຜ່ານມາ ບັນດາກົດໝາຍ ແລະ ນິຕິກໍາທີ່ຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ປະເທດລາວເຮົາ ຍັງມີໜ້ອຍ ແລະ ບໍ່ທັນເໝາະສົມກັບສະພາບການຂອງໂລກປັດຈຸບັນທີ່ມີໄພທໍາມະຊາດເກີດຂຶ້ນຫຼາຍ ແລະ ຮ້າຍແຮງ, ນິຕິກໍາທີ່ມີຍັງມີລັກສະນະສົ່ງເສີມການລົງທຶນ ແຕ່ຍັງບໍ່ທັນເວົ້າເຖິງຄວາມປອດໄພຂອງເຂື່ອນເທົ່າທີ່ຄວນ, ການຈັດຕັ້ງປະຕິບັດ ແລະ ການບັງຄັບໃຊ້ກົດໝາຍ ຫຼື ນິຕິກໍາຍັງບໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບ ໃຫ້ກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນດ້ານຄວາມປອດໄພຂອງເຂື່ອນຍັງບໍ່ທັນຈະແຈ້ງ ແລະ ລະອຽດ, ຄວາມຮູ້, ຄວາມສາມາດ ແລະ ຄວາມເອົາໃຈໃສ່ຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ແຕ່ສູນກາງ ລົງຮອດທ້ອງຖິ່ນ ຍັງບໍ່ທັນເຮັດໄດ້ດີ, ການຈັດຕັ້ງ ແລະ ພະນັກງານຍັງບໍ່ທັນພຽງພໍ ຫຼື ເໝາະສົມ, ການສຶກສາ, ສໍາຫຼວດດ້ານທໍລະນີສາດ,ດ້ານອຸທົກກະສາດ ແລະ ສິ່ງແວດລ້ອມ, ການກໍ່ສ້າງ ແລະ ການດໍາເນີນງານ ຍັງບໍ່ທັນມີການຄຸ້ມຄອງທີ່ດີ.