ກອງປະຊຸມເຜີຍແຜ່ກົດໝາຍ, ບັນດານິຕິກໍາ, ລະບຽບການ ໃນການຄຸ້ມຄອງຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືກໍລະນີສຸກເສີນ ໃນລະຫວ່າງ ວັນທີ 28-30 ມິຖຸນາ 2023 Post author:mem admin Post published:04/07/2023 Post category:ການເຄື່ອນໄຫວຂອງບັນດາກົມ ແລະ ສະຖາບັນ / ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ລະຫວ່າງວັນທີ 28-30 ມິຖຸນາ 2023, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ແລະ ລະບຽບການ ໃນການຄຸ້ມຄອງຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືກໍລະນີສຸກເສີນຂື້ນ ທີ່ຫ້ອງປະຊຸ່ມໃຫຍ່ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫຼວງນ້ຳທາ, ໃຫ້ພະນັກງານວິຊາການທີ່ຮັບຜິດຊອບວຽກງານຄວາມປອດໄພຂອງເຂື່ອນຈາກ 5 ແຂວງ ພາກເໜືອຄື : ແຂວງ ຜົ້ງສາລີ, ແຂວງ ບໍ່ແກ້ວ, ແຂວງ ຫຼວງນ້ຳທາ, ແຂວງ ອຸດົມໄຊ ແລະ ແຂວງ ໄຊຍະບູລີ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວນີ້, ນອກຈາກຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຂື່ອນແລ້ວ ຍັງໄດ້ພ້ອມກັນ ປືກສາຫາລື, ຖອດຖອນບົດຮຽນ ແລະ ແລກປ່ຽນຄຳເຫັນ ໃນການຄຸ້ມຄອງວຽກງານຄວາມປອດໄພຂອງເຂື່ອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຕື່ມອີກ ເພື່ອກະກຽມຄວາມພ້ອມ ຮັບມືໃນລະດູຝົນນີ້ ເພື່ອໃຫ້ເຂື່ອນໄຟຟ້າແຕ່ລະແຫ່ງມີຄວາມໜັ້ນຄົງ-ປອດໄພ ຕາມມາດຕະຖານເຕັກນີກໄຟຟ້າສາກົນ ກໍຄືໄຟຟ້າ ສປປລາວ.ພາບ-ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ. You Might Also Like ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2022 10/05/2023 ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ສະໜອງງົບປະມານກໍ່ສ້າງຕາຂ່າຍໄຟຟ້າເຂົ້າ 2 ບ້ານຂອງເມືອງ ໄຊຍະບູລີ 07/02/2024 ທົບທວນວຽກງານຊົດເຊີຍຜົນກະທົບຈາກການກໍ່ສ້າງໄຟຟ້າພະລັງງານລົມ 27/08/2024
ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ສະໜອງງົບປະມານກໍ່ສ້າງຕາຂ່າຍໄຟຟ້າເຂົ້າ 2 ບ້ານຂອງເມືອງ ໄຊຍະບູລີ 07/02/2024