ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂັ້ນຫົວໜ້າ-ຮອງຫົວຂະແໜງ ແລະ ວິຊາການ ປະຈຳປີ 2024

           ໃນວັນທີ 21 ຕຸລາ 2024 ຢູ່ທີ່ ຫ້ອງປະຊຸມຊັ້ນ 2 ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊສົມບູນ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂັ້ນຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ເຂົ້າຮ່ວມໃນຄັ້ງນີ້ມີ ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ມີພະນັກງານ-ລັດຖະກອນ ພາຍໃນພະແນກ ແລະ ຕາງໜ້າຈາກພາກສ່ວນທີກ່ຽວຂ້ອງ ລວມທັງໝົດ 25 ທ່ານ.

          ໃນກອງປະຊຸມ ທ່ານ ບຸນທຽມ ໄຊສົງຄາມ ກໍາມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ພ້ອມກັນນັ້ນຄະນະປະເມີນຂັ້ນແຂວງກໍໄດ້ແນະນໍາການປະເມີນ ແລະ ດຳເນີນການປະເມີນ ຕໍ່ຈາກນັ້ນຜູ້ຖືກປະເມີນພາຍໃນພະແນກ ກໍໄດ້ພ້ອມກັນຂື້ນຜ່ານໃບເກັບກ່ຽວຕົນເອງ ແລະ ໃຫ້ຄະແນນການປະເມີນ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ແລກປ່ຽນ, ປະກອບຄຳເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງການປະເມີນການປະຕິບັດວຽກງານຂອງພະນັກງານຂັ້ນຫົວໜ້າຂະແໜງລົງມາ ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງມີເນືອໃນຄົບຖ້ວນ ແລະ ຖືກຕ້ອງ. ຜ່ານການປະເມີນຕົວຈິງ ຈາກຄະນະຮັບຜິດຊອບຂັ້ນແຂວງ ສາມາດຕີລາຄາໄດ້ປະເພດດີທັງໝົດ 18 ທ່ານ.

         ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ບາງຕອນ ທ່ານໄດ້ກ່າວວ່າ: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂັ້ນຫົວໜ້າ-ຮອງຫົວຂະແໜງ ແລະ ວິຊາການ ປະຈຳປີ 2024 ນີ້ແມ່ນວຽກປົກກະຕິວຽກໜື່ງ ແມ່ນການຕີລາຄາການການຈັດຕັ້ງປະຕິບັດວຽກງານປະຈຳປີຂອງ ພະນັກງານ-ລັດຖະກອນ ໃນການຈັດຕັ້ງປະຕິບັດວຽກງານຜົນງານ 1 ປີຜ່ານມາ ເພື່ອຕີດຕາມ, ຊຸກຍູ້ ສົ່ງເສີມຈຸດດີແກ້ໄຂ້ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ຕາມຕຳແໜ່ງງານ ເພື່ອໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍທີວາງໄວ້ ແລະ ຈົ່ງສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ເຝິກຝົນ-ຫຼໍ່ຫຼອມ ເອົາໃຈໃສ່ ຊີ້ນຳ – ນໍາພາສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ດ້ວຍການຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ນະໂຍບາຍຕ່າງໆ ຂອງພັກ ແລະ ລັດຖະບານວາງອອກຢ່າງເປັນປົກກະຕິ ແລະ ກ່າວປິດກອງປະຊຸມຢ່າງສະງ່າງາມ.
 
 
ພາບ-ຂ່າວ: ກົງເມັງ ລີຕົ່ງປາວ
ຮຽບຮຽງ: ຜາເງີນ ວົງພະຈັນ
ກວດແກ້: ຄຳແສງ ແກ້ວປະເສີດ