ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມີແຜນງານກວດສອບ-ບໍາລຸງຮັກສາໂຮງໄຟຟ້າໜ່ວຍຜະລິດທີ 3 ແລະ ໜ່ວຍຜະລິດທີ 1 ປະຈໍາປີ 2022

          ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ດໍາເນີນທຸລະກິດພະລັງງານໄຟຟ້າ ມີຜູ້ຖືຮຸ້ນ 3 ບໍລິສັດ ໄດ້ແກ່: ບໍລິສັດ ບ້ານປູ ພາວເວີ ຈໍາກັດ (ມະຫາຊົນ) ບໍລິສັດ ຣາດກຣຸບ ຈໍາກັດ (ມະຫາຊົນ) ໂດຍເປັນບໍລິສັດລູກຂອງບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເລຊັນ ຈໍາກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ມີກໍາລັງການຜະລິດທັງໝົດ 1.878 ເມກາວັດ ພາຍໃຕ້ຊື່ທີ່ເອີ້ນກັນທົ່ວໄປວ່າ “ໂຮງໄຟຟ້າຫົງສາ” ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູລີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ.) ລາຍລະອຽດສາມາດຕິດຕາມໄດ້ທາງເວັບໄຊ້ www.hongsapower.com.
          ປີ 2022 ນີ້ ບໍລິສັດມີແຜນງານກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາປະຈໍາປີ ຫຼື Yearly Maintenance (YM) ໃຫ້ກັບໂຮງໄຟຟ້າໜ່ວຍຜະລິດທີ 3 ໃນລະຫວ່າງວັນທີ 16 ຕຸລາ-6 ພະຈິກ 2022 ແລະ ໜ່ວຍຜະລິດທີ 1 ໃນລະຫວ່າງວັນທີ 20 ພະຈິກ-11 ທັນວາ 2022.

           ການດໍາເນີນງານຄັ້ງນີ້ ມີຜູ້ຊ່ຽວຊານຈາກປະເທດໄທ ເຂົ້າມາປະຕິບັດງານພາຍໃນໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ຈໍານວນຫຼາຍກວ່າ 1.000 ຄົນ ໃນນີ້ ບໍລິສັດຍັງຄົງຍຶດຖືປະຕິບັດມາດຕະການ “ບໍ່ປະໝາດ ປ້ອງກັນຢ່າບົກຜ່ອງ” ກ່ຽວກັບການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍເນັ້ນໃຫ້ພະນັກງານ ຫຼື ຜູ້ທີ່ເຂົ້າມາປະຕິບັດງານພາຍໃນໂຄງການທຸກຄົນ ຕ້ອງປະຕິບັດຕາມມາດຕະການ ແລະ ກົດລະບຽບຕ່າງໆກ່ຽວກັບການຄວບຄຸມການແຜ່ລະບາດຢ່າງເຄັ່ງຄັດ.

          ການກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້າ ເປັນງານທີ່ມີຂັ້ນຕອນລະອຽດອ່ອນ ເນື່ອງຈາກອຸປະກອນໃນການຜະລິດໄຟຟ້າແຕ່ລະອັນ ຈະມີຂະໜາດໃຫຍ່ ແລະ ຊັບຊ້ອນ ຈໍາເປັນຕ້ອງອາໄສບຸຄະລາກອນທີ່ມີຄວາມຊໍານານໃນການເຮັດວຽກ ສໍາລັບຈຸດປະສົງຫຼັກຂອງການກວດສອບ ແລະ ບໍາລຸງຮັກສາໂຮງໄຟຟ້ານັ້ນ ແມ່ນເພື່ອກວດສອບ ແລະ ເບີ່ງແຍງອຸປະກອນຕ່າງໆໃນໂຮງໄຟຟ້າໃຫ້ມີຄວາມພ້ອມໃນການຜະລິດກະແສໄຟຟ້າຢ່າງມີສະຖຽນລະພາບ.
          ທັງນີ້ ການບໍາລຸງຮັກສາໂຮງໄຟຟ້າ ປຽບເໝືອນການກວດສຸຂະພາບຂອງຄົນ ທີ່ຕ້ອງກວດກາເປັນປະຈໍາທຸກປີ ເພື່ອເບີ່ງແຍງຄວາມສົມບູນຂອງຮ່າງກາຍ ໃນຂະນະທີ່ການບໍາລຸງຮັກສາໂຮງໄຟຟ້າ ຄືການກວດສອບ ສ້ອມແປງ ປ່ຽນ ແລະ ປັບປຸງອຸປະກອນ ຕາມໄລຍະເວລາທີ່ຜູ້ຜະລິດໄດ້ກໍານົດໄວ້ ເພື່ອໃຫ້ໂຮງໄຟຟ້າມີຄວາມພ້ອມໃນການເດີນເຄື່ອງ ແລະ ມີປະສິດທິພາບໃນການຜະລິດກະແສໄຟຟ້າສູງສຸດ.
ແຫຼ່ງຂໍ້ມູນ: ປະຊາຊົນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ