ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ພົບປະ, ໂອ້ລົມ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່

ຕອນເຊົ້າວັນທີ 7 ມັງກອນ 2022 ຢູ່ຫ້ອງປະຊຸມ 102 ໄດ້ມີກອງປະຊຸມພົບປະ ລະຫວ່າງ ສະຫາຍ ປອ ສີນາວາ ສຸພານຸວົງ ກຳມະການຄະນະປະຈຳພັກ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ພະລັງງານ ແລະ ບໍ່ແຮ່ ກັບ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງນຳພາໂດຍ ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີບັນດາ ສະຫາຍ ຮອງເລຂາ, ກຳມະການຄະນະປະຈຳ, ກຳມະການຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພ້ອມດ້ວຍຄະນະກຳມະການຮັບຜິດຊອບວຽກງານ 4 ບຸກ ແລະ ວຽກງານການຈັດຕັ້ງຜັນຂະຫຍາຍຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ແຕ່ປີ 2021-2030 ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ . ກອງປະຊຸມໄດ້ຈັດຂຶ້ນ 2 ຮູບແບບຄື: ແບບເຊິ່ງໜ້າ ແລະ ແບບອອນລາຍ.

ໃນໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນິີ້ ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ລາຍງານ 3 ເອກະສານສຳຄັນຕໍ່ ສະຫາຍ ຄະນະປະຈຳພັກກະຊວງຄື: ລາຍງານສະພາບການເຄື່ອນໄຫວທີ່ພົນເດັ່ນຂອງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະ 2 ປີທີ່ຜ່ານມາ; ລາຍງານການກະກຽມຄວາມພ້ອມການລົງຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2021 ພ້ອມທິດທາງແຜນການປະຈຳປີ 2022 ແລະ ລາຍງານແຜນການຈັດຕັ້ງປະຕິບັດການຜັນຂະຫຍາຍຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ແຕ່ປີ 2021-2030 ຂອງກະຊວງ ພະລັງງານ ແລະ ບໍ່ແຮ່.

ຕອນທ້າຍຂອງພິທີ ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ປອ ສີນາວາ ສຸພານຸວົງ ກຳມະການຄະນະປະຈຳພັກ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ພະລັງງານ ແລະ ບໍ່ແຮ່. ກ່ອນອື່ນ, ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ຍາດມາໄດ້ຕະຫຼອດໄລຍະຜ່ານມາ. ໂດຍສະເພາະແມ່ນໄດ້ຖືກຮັບຮອງເປັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ 5 ສະໄໝຄື : ປີ 2014-2015, 2016-2017, 20218, 2019 ແລະ ປີ 2020. ອັນພົນເດັ່ນກວ່າໝູ່ແມ່ນໄດ້ຮັບທຸງໄຊນຳໜ້າໃນຂະບວນການ 4 ບຸກ. ນອກຈາກນີ້, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຫ້າວຫັນ ໃນໄລຍະ 2 ປີຜ່ານມາ ເຊິ່ງມີມູນຄ່າການຊ່ວຍເຫຼືອສັງຄົມທັງໝົດ 100ກວ່າລ້ານກີບ. ພິເສດ ຊາວໜຸ່ມໄດ້ກາຍເປັນກຳລັງແຮງ ແລະ ເປັນເສນາທິການໃຫ້ການນຳກະຊວງ, ຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດ ໃນການປະຕິບັດວຽກງານໜ້າທີ່ການເມືອງຂອງຕົນຕາມພັກ-ລັດມອບໝາຍໃຫ້.

ພ້ອມກັນນີ້, ສະຫາຍ ຄະນະປະຈຳພັກ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ການນຳຊາວໜຸ່ມກະຊວງທຸກຂັ້ນ ຈົ່ງຮັກສາມູນເຊື້ອອັນດີງາມນີ້ໄວ້ ແລະ ເສີມຂະຫຍາຍໃຫ້ຍິ່ງໃຫຍ່, ແຂັມແຂງກວ່າເກົ່າ. ບຸກບືນ, ສູ້ຊົນ ກໍ່ສ້າງຊາວໜຸ່ມໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສິນທຳປະຕິວັດ, ມີແບບແຜນວີທິການເຮັດວຽກທີ່ດີ ເພື່ອສືບທອດພາລະກິດໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຕາມທິດກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.