ການຮ່ວມມືດ້ານພະລັງງານ ນິວເຄຼຍ ເພື່ອສັນຕິ

ໃນຕອນເຊົ້າ  ວັນທີ 29 ເມສາ 2022 ທີ່ຜ່ານມາ, ໄດ້ຈັດກອງປະຊຸມ ສັງລວມຄວາມຄຶບໜ້າບັນດໜ້າວຽກກ່ຽວກັບການຮ່ວມມືດ້ານພະລັງງານ ນິວເຄຼຍ ເພື່ອສັນຕິ, ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ເເລະ ບໍ່ເເຮ່ ເເລະ ກົມສົ່ງເສີມ ແລະ ປະຢັດພະລັງງານ.

      ຈຸດປະສົງໃນກອງປະຊຸມຄັ້ງນີ້ເພື່ອສ້າງຄວາມອາດສາມາດດ້ານພະລັງງານນິວເຄຼຍ ລວມທັງການຄຸ້ມຄອງພະລັງງານນິວເຄຼຍ, ຄວາມປອດໄພດ້ານນິວເຄຼຍຂອງພົນລະເຮືອນ ແລະ ການກຽມຄວາມພ້ອມກັບພາວະສຸກເສີນ, ການສ້າງນະໂຍບາຍກ່ຽວກັບ ການສົ່ງເສີມທາງດ້ານບຸກຄະລາກອນ ຫຼື ວິຊາການ ໃຫ້ມີຄວາມຮູ້ກ່ຽວກັບ ພະລັງງານນິວເຄຼຍ; ສ້າງພື້ນຖານຄວາມຮູ້, ຄວາມເຂົ້າໃຈ ໃຫ້ກັບປະຊາຊົນ ໄດ້ເຂົ້າໃຈເຖິງຄວາມສຳຄັນ ກ່ຽວກັບພະລັງງານນິວເຄຼຍ ໃນພາກພື້ນອາຊຽນ; ສົ່ງເສີມຂະຫຍາຍການຮ່ວມມື ໃນລະດັບພາກພື້ນກ່ຽວກັບ ພະລັງງານນິວເຄຼຍ ແລະ ຄວາມປອດໄພ.

ໃນກອງປະຊຸມດັ່ງກ່າວ ທ່ານ ອານຸສັກ ພົງສະຫວັດ, ຮອງສະຖາບັນຄົ້ນຄວ້າພະລັງງານ ເເລະ ບໍ່ເເຮ່ ກະຊວງ ພະລັງງນ ເເລະ ບໍ່ເເຮ່ ໄດ້ກ່າວຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນວ່າ: ການລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການນຳໃຊ້ພະລັງງານ ນິວເຄຼຍ ເພື່ອສັນຕິ ແລະ ຮັບປະກັນຄວາມປອດໄພຕໍ່ ນີວເຄຼຍ ແລະ ກຳມັນຕະລັງສີ ໂດຍຕ່າງໜ້າໃຫ້ກັບ ສປປ ລາວ ແມ່ນກະຊວງ ພະລັງງານ ແລະ ບໍ່ແຮ່, ສຳລັບຝ່າຍ ສະຫາພັນ ຣັດເຊຍ ແມ່ນລັດວິສາຫາກິດ ໂລຊາຕອມ (Rosatom) ໃນວັນທີ 14 ເມສາ 2016, ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈແມ່ນຈະເນັ້ນໃສ່ການຮ່ວມມືທີ່ເປັນລັກສະນະທາງດ້ານວິຊາການ ແລະ ໃນວັນທີ 26 ກັນຍາ 2017, ໄດ້ມີການລົງນາມເອກະສານເພີ່ມອີກ  ໜື່ງສະບັບຄື: ເອກະສານ Road Map ເພື່ອຈຸດປະສົງສືກສາຄວາມເປັນໄປໄດ້ ກ່ຽວກັບ ການອອກແບບໂຮງຜະລິດພະລັງງານໄຟຟ້າ ຈາກນິວເຄຼຍ, ການສືກສາທາງດ້ານການນຳໄດ້ທາດກຳມັນຕະພາບລັງສີເຂົ້າຊ່ວຍທາງດ້ານການປີ່ນປົວດ້ານສາທາລະນະສຸກ, ຂະແໜງກະສິກຳໃຊ້ເຂົ້າໃນການປັບ ປຸງພັນພຶດທາງດ້ານການກະເສດ ແລະ ການສ້າງບຸກຄະລາກອນສະເພາະດ້ານ; ພາຍຫຼັງສຳເລັດລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນທັງສອງຝ່າຍກໍ່ໄດ້ມີການສ້າງຕັ້ງຄະນະ ໜ່ວຍງານວິຊາການຂື້ນເພື່ອເປັນຈຸດປະສານງານໃນການພົວພັນວຽກຮ່ວມກັນ. ສ່ວນສຳລັບຝ່າຍລາວກໍ່ໄດ້ມີຄະນະ    ໜ່ວຍງານຮ່ວມມື ລາວ-ຣັດເຊຍ ສະເພາະ (ຕາມຂໍ້ຕົກລົງສະບັບເລກທີ 1838/ພບ, ລົງວັນທີ 24 ພະຈິກ 2020, ເປັນສະບັບປັບປຸງລ້າສຸດ); ຄະນະໜ່ວຍງານວິຊາການຮ່ວມມື ລາວ-ຣັດເຊຍ ກໍ່ໄດ້ມີການຕົກລົງກັນກ່ຽວກັບຈັດກອງປະຊຸມຂອງຄະນະທັງສອງຝ່າຍ ປີລະຄັ້ງ ເພື່ອເປັນການພົບປະຫາລື ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດໜ້າວຽກທີ່ຜ່ານມາ ໂດຍກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນເປັນ 4 ຄັ້ງ, ສຳລັບຄັ້ງລ້າສຸດແມ່ນວັນທີ 19 ພະຈິກ 2021 ໂດຍໃນຮູບແບບກອງປະຊຸມທາງໄກ (Video Conference), ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເປັນການແລກປ່ຽນ, ປືກສາຫາລືກ່ຽວກັບ ຮ່າງຂອງສັນຍາການຮ່ວມມືການນຳໃຊ້ເຕັກໂນໂລຊີພະລັງງານ ນີວເຄຼຍ ບໍ່ແມ່ນໄຟຟ້າ ເພື່ອສັນຕິ; ເພື່ອເປັນການສຶບ ແລະ ຈັດຕັ້ງປະຕິບັດຜັນຂະຫຍາຍທາງດ້ານວຽກງານການຮ່ວມມືສອງຝ່າຍໃຫ້ມີການລົງເລີກທັງສອງຝ່າຍກໍ່ໄດ້ມີການຕົກລົງສ້າງບົດບັນທຶກຄວາມເຂົ້າໃຈສະບັບສະເພາະຂື້ນມາເພີ່ມອີກ 2 ສະບັບ ແລະ 1 ຮ່າງສັນຍາ ຄື: 1) ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືການສ້າງຄວາມເຂັ້ມແຂງທາງດ້ານວິຊາການຕໍໍ່ພື້ນຖານຂອງການພັດທະນາພະລັງງານ ນິວເຄຼຍ ເພື່ອສັນ​ຕິ (Cooperation in training and skills development in the field of nuclear energy in Lao PDR). 2) ບົດບັນທຶກຄວາມເຂົ້າໃຈ ດ້ານການປະຊາສຳພັນພະລັງງານ ນີວເຄຼຍ ເພື່ອໃຫ້ສັງຄົມຮັບຊາບ (In the field of shaping positive public opinion on nuclear energy in Lao PDR), ແມ່ນໄດ້ສຳເລັດໃນການລົງລາຍເຊັນໃນວັນທີ 09 ກໍລະກົດ 2019, ທີ່ນະ​ຄອນ​ຫຼວງ ມົດ​ສະກູ ປະເທດ ຣັດເຊຍ ແລະ ສ່ວນສຳລັບຮ່າງຂອງສັນຍາ ກ່ຽວກັບການຮ່ວມມືການນຳໃຊ້ເຕັກໂນໂລຊີພະລັງງານ ນີວເຄຼຍ ບໍ່ແມ່ນໄຟຟ້າ ເພື່ອສັນຕິ “Draft Agreement on Cooperation in the field of the non-power application of nuclear technologies for peaceful use” ປັດຈຸບັນແມ່ນທາງກະຊວງພະລັງງານ ແລະ ບໍ່ແຮ່ໄດ້ມີການລາຍງານໃຫ້ກັບກະຊວງການຕ່າງປະເທດເພື່ອຂໍທິດຊີ້ນຳ ແລະ ສຶບຕໍ່ໃນການຈັັດຕັ້ງປະຕິບັດຮ່າງສັນຍາດັ່ງກ່າວແລ້ວ ເອກະສານສະບັບເລກທີ 251/ພບ, ລົງວັນທີ 10 ກຸມພາ 2022.

     ການປຶກສາຫາລືໜ່ວຍ​ງານ NEC-SSN ໄດ້​ມີ​ກອງ​ປະ​ຊຸມ​ປະ​ຈຳ​ປີ ໄດ້ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ວຽ​ກ ແຕ່​ລະ​ໄລ​ຍະ (ໃນ​ໄລ​ຍະ​ປີ 2020-2021 ການ​ປະ​ຊຸມ​ແມ່ນ​ເປັນ​ແບບ ອອນ​ລາຍ ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ ໂຄວິດ 19) ເຊິ່ງ​ມີ​ ຜູ້ເຂົ້າຮ່ວມ ຈາກປະເທດສະມາຊິກໃນກຸ່ມອາຊຽນ; ນອກ​ຈາກນັ້ນ ມີເຂົ້າຮ່ວມ ຈາກອົງການຈັດຕັ້ງ ສາກົນປະກອບດ້ວຍ ຄູ່​ຮ່ວມ​ມື “Dialogue Partners (DPs)” ອົງການຈັດຕັ້ງສາກົນ “International Organizations (IOs) ທີ່​ໄດ້​ມີ​ການ​ຮ່ວມ​ມື​ກັນ ທາງ​ດ້ານ ນິວ​ເຄຼຍ, ປະ​ກອບ​ມີ ຄື: ສູນ​ສະ​ໜັບ​ສະ​ໝູນ ແບບ​ຄົບ​ວົງ​ຈອນ ສຳ​ລັບ ການ​ປ້ອງ​ກັນ​ການ​ກະ​ຈ່າຍ​ອາ​ວຸດ ນິວ​ເຄຼຍ ແລະ ​ຄວາມ    ປ​ອດ​ໄພ​ນີວ​ເຄຼຍ“Integrated Supported Support Center for Nuclear Nonproliferation Nuclear Security (ISCN)”; ສ​ະ​ຖາ​ບັນ​ຄົ້ນ​ຄ້​ວາ ນິວ​ເຄຼຍ ປະ​ເທ​ດ ​ຟີ​ລີ​ປິນ “Philippine Nuclear Research Institute (PNRI)”; ອົງ​ການ​ປະ​ລະ​ມະ​ນູ​ ຍີ​ປຸ່ນ “Japan Atomic Energy Agency (JAEA)”; ການ​ຮ່ວມ​ມື​ກັບ ສະ​ຫະ​ພາບ​ເອີ​ລົບ “European Union Chemical Biological Radiologogical and Nuclear Risk Mitigation Centre of Excellence Initiative (EU CBRN COE)”; ການ​ຮ່ວມ​ມື ອາ​ຊຽນ-ກາ​ນາ​ດາ “ASEAN-Canada Civilian Nuclear Energy Programme–Phase II”; ການ​ຮ່ວມ​ມື ລະ​ຫ່​ວາງ ອາ​ຊຽນ ແລະ ອົ​ງ​ການ​ປະ​ລະ​ມາ​ນູ​ສາ​ກົນ “ASEAN-IAEA” ຊຶງ​ແຜນ​ການ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດການ​ຮ່ວ​ມ​ມື (Practical Arrangement ລະ​ຫ່​ວາງ ASEAN ແລະ IAEA); ການ​ຮ່ວມມື ກັບເຄື່ອຂ່າຍດ້ານພະລັງງານນິວເຄຼຍຂອງອາຊຽນ (ASEANTOM).

ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ