ປະກາດການຈັດຕັ້ງແຕ່ງຕັ້ງບົ່ງ ຮອງເລຂາ, ຄະນະປະຈຳ ແລະ ກຳມະການ ຄະນະບໍລິຫານງານ ເພີ່ມເຕີມ

ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ ໂດຍສະເພາະແມ່ນວຽກງານຊາວໜຸ່ມຢູ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມເຕີບໃຫຍ່ທາງດ້ານການຈັດຕັ້ງ ແລະ ເຂັ້ມແຂງທາງດ້ານການນຳພາ. ດັ່ງນັ້ນ, ຕອນເຊົ້າວັນທີ 21 ທັນວາ 2021 ຢູ່ຫ້ອງປະຊຸມກົມແຜນການ ແລະ ການຮ່ວມມື ແລະ ກອງປະຊຸມທາງໄກ. ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດການຈັດຕັ້ງແຕ່ງຕັ້ງບົ່ງຕົວຮອງເລຂາ, ຄະນະປະຈຳ ແລະ ກຳມະການຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະບໍ່ແຮ່ ເພີ່ມເຕີມ ເພື່ອແທນຕຳແໜ່ງທີ່ຫວ່າງ ເນື່ອງຈາກວ່າ: ສະຫາຍ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ 1 ສະຫາຍ ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ກຳມະການ ສຊປລ, ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່. ມີສະຫາຍ ຮອງເລຂາ, ຄະນະປະຈຳ, ຄະນະບໍລິຫານງານ ແລະ ບັນດາ ເລຂາ-ຮອງເລຂາ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານ ຊປປລ ອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ມ້ອນ ເພັດພູໄທ ຮອງເລຂາ, ຫົວໜ້າຫ້ອງການ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ຜ່ານມະຕິຕົກລົງຂອງ ຄະນະບໍລິຫານງານສູນກາງ ຊປປລ ສະບັບເລກທີ 470/ລຂ, ລົງວັນທີ 2 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງເພີ່ມເຕີມ ຮອງເລຂາ, ຄະນະປະຈຳ ແລະ ກຳມະການຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ປອ ສຸກວິສັນ ຄິນສະໝອນ ຄະນະປະຈຳ ຂຶ້ນເປັນຮອງເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່, ແຕ່ງຕັ້ງ ສະຫາຍ ຄຳແສງ ແກ້ວປະເສີດ ກຳມະການຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂຶ້ນເປັນ ຄະນະປະຈຳ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ແຕ່ງຕັ້ງ ສະຫາຍ ສຸລິວັນ ພົມມະຈັນ ຮອງປະທານກວດກາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂຶ້ນເປັນກຳມະການ ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຜູ້ທີ່ຮັບການແຕ່ງຕັ້ງໜ້າທີ່ໃໝ່ ເຊິ່ງກ່ອນອື່ນ ສະຫາຍ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ເຮັດໃຫ້ຂັ້ນເທິງມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈມອບໝາຍໜ້າທີ່ອັນໃຫຍ່ຫຼວງ ທີ່ມີກຽດສະຫງ່ານີ້. ພ້ອມກັນນີ້, ສະຫາຍ ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໃຫ້ທິດຊີ້ນຳຕໍ່ບັນດາ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງບຸກບືນ, ສູ້ຊົນ ແລະ ເປັນແບບຢ່າງນຳໜ້າໃນທຸກຂະບວນການ ທັງໃນວຽກງານວິຊາສະເພາະ ແລະ ວຽກງານຂະບວນການ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຂອງມະຫາຊົນ ແລະ ການຈັດຕັ້ງຂັ້ນເທິງ. ຫຼັງຈາກນັ້ນ, ສະຫາຍ ປອ ສຸກວິສັນ ຄິນສະໝອນ ຮອງເລຂາ ຄຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ມີຄຳເຫັນ ແລະ ກ່າວຮັບຄຳໂອ້ລົມຊີ້ນຳ ບາງຕອນສະຫາຍກ່າວວ່າ: ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້, ພວກຂ້າພະເຈົ້າຈະຕັ້ງໜ້າ ນຳເອົາເນື້ອໃນຄຳເຫັນ ທີ່ ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ໂອ້ລົມຊີ້ນຳສຸດທີ່ມີຄວາມໝາຍເທື່ອນີ້. ພວກຂ້າພະເຈົ້າຈະນຳເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ການເຄື່ອນໄຫວວຽກງານຕົວຈິງໃຫ້ຖືກຕ້ອງ , ສອດຄ່ອງ ແລະ ໃຫ້ໄດ້ຮັບໝາກຜົນສູງ.

ພາຍຫຼັງພິທີປະກາດການຈັດຕັ້ງສຳເລັດ ກອງປະຊຸມໄດ້ສືບຕໍ່ປຶກສາຫາລື, ຄົ້ນຄວ້າ ແລະ ຕົກລົງຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນ : ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ແຕ່ປີ 2021-2030 ສຳລັບຢູ່ຂົງເຂດພະລັງງານ ແລະ ບໍ່ແຮ່; ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ 4 ບຸກ ປະຈຳປີ 2021; ຜ່ານກົດລະບຽບວ່າດ້ວຍການນຳໃຊ້ກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກົດລະບຽບວ່າກ້ວຍການຄຸ້ມຄອງການເງິນຂອງ ຄະນະບໍລິຫານງານ ຊປປລ ກະຊວງ; ປຶກສາຫາລື ແລະ ທົບທວນຄືນ ບັນດາຫົວຂໍ້ທີ່ຈະນຳມາສົນທະນາໃນງານເສວະນາກັບສູນກາງຊາວໜຸ່ມ ແລະ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ; ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ ສ້າງຕັ້ງຜະລິດຕະພັນຈຳນວນໜຶ່ງ ແລະ ຫໍມູນເຊື້ອຂອງຊາວໜຸ່ມ ກະຊວງ ກ່ອນນຳສະເໜີຂັ້ນເທິງພິຈາລະນາອະນຸມັດ; ລາຍງານສະພາບທີ່ພົ້ນເດັ່ນໃນໄລຍະ 1 ເດືອນຜ່ານມາ ພ້ອມທິດທາງແຜນການໃນຕໍ່ໜ້າ ແລະ ວຽກງານອື່ນໆອີກ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ເລຂາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານແລະ ບໍ່ແຮ່ ໄດ້ເນັ້ນໜັກບາງວຽກງານເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າດັ່ງນີ້ :
- ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຂອງຂະແໜງການ ທີ່ຕິດພັນກັບວຽກງານຊາວໜຸ່ມ ວ່າຈະເອົາອັນໃດມາເປັນໜ້າວຽກຕົ້ນຕໍໃນການປະກອບສ່ວນເຂົ້າໃນການຜັນຂະຫຍາຍ 2 ວາລະແຫ່ງຊາດດັ່ງກ່າວ ເຊັ່ນ: ການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການແກ້ໄຂບັນຫາດ້ານຢາເສບຕິດ.
- ມອບໃຫ້ຫ້ອງການ ຄຊປປລ ພບ ກະກຽມທາງດ້ານເນື້ອໃນ (ບົດສະຫຼຸບ), ສະຖານທີ່ ແລະ ພິທີການ ເພື່ອເຂົ້າພົບປະ ແລະ ລາຍງານວຽກງານຂອງຊາວໜຸ່ມຕໍ່ ສະຫາຍ ຄະນະປະຈຳພັກ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ຜູ້ໃໝ່. ກອງປະຊຸມຄັ້ງນີ້, ຄາດວ່າຈະຈັດໃນທ້າຍອາທິດທີ4 ຂອງເດືອນ ທັນວາ 2021 ນີ ແລະ ໃນກອງປະຊຸມຄັ້ງນີ້ຈະໄດ້ລາຍງານ ແລະ ຂໍທິດຊີ້ນຳ:
- ລາຍງານສະພາບທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານຂອງ ຄຊປປລ ພບ ໃນໄລຍະຜ່ານມາ, ໂດຍສະເພາະ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ III ຂອງຜູ້ແທນຊາວໜຸ່ມທົ່ວກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນຕົ້ນມາ; ລາຍງານການກະກຽມຈັດຕັ້ງປະຕິບັດການຜັນຂະຫຍາຍຍຸດທະສາດການພັດທະນາ ຊາວໜຸ່ມ-ເຍົາວະຊົນລາວ ແຕ່ປີ 2021-2030 ; ລາຍງານການກະກຽມລົງຊຸກຍູ້, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານ 4 ບຸກປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ແລະ ວຽກງານອື່ນໆ.
- ມອບໝາຍໃຫ້ ສະຫາຍ ຮອງເລຂາ, ຫົວໜ້າຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງ ຄຊປປລ ພບ ສືບຕໍ່ເກັບກຳຂໍ້ມູນ ແລະ ສັງລວມຕົວເລກ ແລະ ສະຖິຕິ ຊາວໜຸ່ມພາຍໃນກະຊວງ ຜູ້ຕິດເຊື້ອ ແລະ ຜູ້ທີ່ຢູ່ໃນກຸ່ມສ່ຽງ ເພື່ອເປັນຂໍ້ມູນໃນການລາຍງານຂັ້ນເທິງ;
- ມອບໃຫ້ຫ້ອງການ ຄຊປປລ ພບ ຄົ້ນຄວ້າ ແລະ ກະກຽມຈັດພິທີມອບໃບຍ້ອງຍໍຊາວໜຸ່ມຕະລຸມບອນ ທີ່ເຂົ້າຮ່ວມຂະບວນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງ ອັດຕະປື;
- ບັນດາ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານ ຊປປລ ອ້ອມຂ້າງໃຫ້ຮີບຮ້ອນສະຫຼຸບການຈັດຕັ້ງປະຕິບັດວຽກງານ 4 ບຸກປະຈຳປີ 2021 ແລະ ແຜນການປີ 2022 ແລ້ວສົ່ງໃຫ້ຫ້ອງການ ຄຊປປລ ພບ ໂດຍໄວ. ພ້ອມກັນນີ້, ໃຫ້ຄົ້ນຄວ້າບົດແນະນຳຂອງ ສຊປລ ກ່ຽວກັບການຄັດເລືອກຊາວໜຸ່ມຕົວແບບ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບມາດຖານ, ເງື່ອນໄຂທີ່ ສຊປລ ວາງອອກຢ່າງເຂັ້ມງວດ;
- ມອບໃຫ້ຫ້ອງການ ຄຊປປລ ພບ ສົມທົບກັບບັນດາ ຄຊປປລ ພບ ແລະ ໜ່ວຍຮາກຖານ ຊປປລ ອ້ອມຂ້າງ ກະກຽມບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈຳປີ 2021 ແລະ ຜ່ານທິດທາງແຜນການປະຈຳປີ ພ້ອມກັນນີ້, ກໍ່ຄົ້ນຄວ້າ, ກະກຽມຈັດກອງປະຊຸມດັ່ງກ່າວນີ້ ໃນໄລຍະຕົ້ນປີ 2022.
- ມອບໃຫ້ຫ້ອງການ ຄຊປປລ ພບ ປະສານສົມທົບກັບຫ້ອງການ ສຊປລ ຄືນກ່ຽວກັບບັນດາຫົວຂໍ້ທີ່ຈະສະເໜີໃນກອງປະຊຸມເສວະນາກັບ ສະມາຄົມນັກທຸລະກິດໜຸ່ມໃຫ້ມີຄວາມຊັດເຈນໂດຍໄວ. ພ້ອມກັນນີ້, ກໍ່ດຳເນີນການຮ່າງສັນຍາການຮ່ວມມືລະຫວ່າງ ຄຊປປລ ພບ ກັບ ສະມາຄົມນັກທຸລກິດໜຸ່ມ ເພື່ອລົງນາມໃນກອງປະຊຸມພົບປະລະຫວ່າງ 2 ພາກສ່ວນທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
- ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມທຸກ ສະຫາຍ ເອົາໃຈໃສ່ຄົ້ນຄວ້າບັນດາເອກະສານຕ່າງໆຂອງພັກ-ລັດ ວ່າເອກະສານໃດເປັນມະຕິ, ເອກະສານໃດເປັນຂໍ້ຕົກລົງ ແລະ ຜູ້ເຊັນລົງນາມຄວນຈະແມ່ນໃຜ ລວມເຖິງ ເອົາໃຈໃສ່່ເປັນພິເສດ ກ່ຽວກັບ ຫຼັກການຂີດຂຽນ, ເນື້ອໃນຂອງເອກະສານຕ່າງໆ ເພື່ອໃຫ້ໄດ້ໃຈຄວາມ ແລະ ສາມາດສື່ສານຢ່າງຖືກຕ້ອງ;
ໂດຍ : ຄຳແສງ ແກ້ວປະເສີດ