ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ດຳເນີນກອງການປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈຳປີ 2022

          ກອງປະຊຸມດັ່ງກ່າວໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 28-29 ພະຈິກ 2022 ຜ່ານມານີ້, ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄໍາໄຊ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາສິງ ຊາຍພູວົງ ຮອງຫົວໜ້າພະແນກແຂວງ ແລະ ທ່ານ ມ້ອນ ເພັດພູໄທ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກພະແນກພາຍໃນ  ແຂວງ ຕະຫຼອດຮອດຄະນະພະແນກ, ຫົວໜ້າຂະແໜງ ແລະ ພະນັກງງານລັດຖະກອນພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.
          ໃນພິທີ ປະທານກອງປະຊຸມໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສໍາຄັນຂອງດໍາລັດ 300/ລບ ວ່າດ້ວຍການປະເມີນການປະຕິບັດວຽກງານຂອງລັດຖະກອນ ໃຫ້ກັບບັນດາຊະມາຊິກພັກ ແລະ ພະນັກງານທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ ໂດຍສະເພາະແມ່ນລະບຽບການ ແລະ ຫຼັກການ ການປະເມີນຜົນການປະຕິບັດວຽກງານຂອງລັດຖະກອນເພື່ອເຮັດໃຫ້ວຽກງານດັ່ງກ່າວດໍາເນີນຢ່າງເປັນລະບົບ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ,

ໂປ່ງໃສ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງ ທັງແນໃສ່ວຽກງງານການປະເມີນຜົນແລະຄຸ້ມຄອງຜົນຂອງການປະຕິບັດວຽກງານຂອງພະນັກງານລັດຖະກອນທີ່ສັງກັດອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ ການປະເມີນຜົນວຽກງານປະຕິບັດຂອງພະນັກງານລັດຖະກອນແມ່ນວິທີການຕີລາຄາແລະການປະເມີນຜົນ ຕາມການວັດແທກການປະເມີນຜົນແລະຜົນສໍາເລັດໃນການປະຕິບັດວຽກງານຂອງພະນັກງານລັດຖະກອນຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເຊິ່ງຫຼັກການຂອງການປະເມີນຜົນປະຕິບັດວຽກງງານພະນັກງານລັດຖະກອນແມ່ນປະຕິບັດຕາມ 4 ຫຼັກການຄື: ລວມສູນປະຊາທິປະໄຕ, ປຶກສາຫາລືຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂື້ນກັບການຈັດຕັ້ງ ແລະ ຂັ້ນລຸ່ມຂຶ້ນກັບຂັ້ນເທິງ; ປະເມີນຜົນຕາມເນື້ອໃນມາດຕະຖານລວມ ມາດຕະຖານ

ສະເພາະແຕ່ລະປະເພດພະນັກງານລັດຖະກອນ; ຮັບປະກັນຄວາມໂປ່ງໃສ, ພາວະວິໄສ, ສະເໝີພາບ, ຍຸດຕິທໍາ, ຊັດເຈນ, ມີຫຼັກຖານ ແລະ ຄວາມສາມັກຄີພາຍໃນ ແລະ ຮັບປະກັນການປະຕິບັດຕາມວິທີຂັ້ນຕອນຂອງການປະເມີນຜົນ ແລະ ເວລາທີ່ກໍານົດໄວ້.
ພ້ອມກັນນີ້ໃນພິທີ ທ່ານ ປະທານຍັງໄດ້ໃຫ້ກຽດເຜີຍແຜ່ດໍາລັດຂອງກະຊວງພາຍໃນ ເລກທີ 06/ພນ ລົງວັນທີ 2 ພຶດສະພາ 2018 ວ່າດ້ວຍການປະເມີນຜົນປະຕິບັດວຽກງານຂອງພະນັກງານລັດຖະກອນ ແລະ ນໍາສະເໜີໂປແກມການເມີນແບບເອເລັກໂຕນິກ ຜ່ານລະບົບອອນລາຍ ຕື່ມອີກ.
          ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ມີພະນັກງານ-ລັດຖະກອນທັງໝົດ 43 ທ່ານ ຍິງ 13 ທ່ານ ໃນນັ້ນເຂົ້າຮ່ວມປະເມີນຕົວຈິງ ຈໍານວນ 37 ທ່ານ ຍິງ 13 ທ່ານ; ບໍ່ໄດ້ເຂົ້າຮ່ວມປະເມີນ ມີ 6 ທ່ານ (ສືກສາ ປອ, ປທ , ສືກສາຕໍ່ພາຍໃນ 2 ທ່ານ ແລະ ພັກປິ່ນປົ່ວ 2 ທ່ານ). ການປະເມີນຜົນຈັດປະເພດໄດ້: ລະດັບດີຫຼາຍຈໍານວນ 26 ທ່ານ ຍິງ 06 ທ່ານ, ລະດັບດີ 10 ທ່ານ ຍິງ 07 ທ່ານ ລະດັບກາງ, ລະດັບອ່ອນ, ລະດັບອ່ອນຫຼາຍ, ບໍ່ມີເຫດຜົນ (ແມ່ນບໍ່ມີ)
ພາບ ແລະ ແຫຼ່ງຂໍ້ມູນ: ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ