ທ່ານ ປອ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລົງພົບປະຜູ້ມີສິດເລືອກຕ້ັ້ງ ຢູ່ ກຸ່ມພູຊວງ ແລະ ກຸ່ມເມືອງຂາຍ ນະຄອນຫລວງພະບາງ.

           ໂດຍປະຕິບັດຕາມ ຄຳສັ່ງແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ, ສະບັບເລກທີ 05/ຄປຈ, ລົງວັນທີ 28ກໍລະກົດ 2022 ແລະ ແຜນການເຄື່ອນໄຫວ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ.

          ລະຫວ່າງວັນທີ 25-26 ຕຸລາ 2022 ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມຜູ້ມີສິດເລືອກຕ້ັ້ງ, ເຜີຍແຜ່ຜົນສຳເລັດກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແແຫ່ງຊາດ ຊູດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ ບ້ານພິກນ້ອຍ ກຸ່ມພູຊວງ ແລະ ບ້ານປາກຊີ ກຸ່ມເມືອງຂາຍ ນະຄອນຫລວງພະບາງ, ໂດຍມີອຳນາດການປົກຄອງບ້ານອ້ອມຂ້າງຂອງສອງກຸ່ມເຂົ້າຮ່ວມ ມີ ບ້ານຊຽງລ້ອມ, ບ້ານນູນສະຫວາດ, ບ້ານອູ້, ບ້ານເມືອງຂາຍ ແລະ ບ້ານຄົກມັນ ລວມ ມີ7 ບ້ານ, ຜູ້ເຂົ້າຮ່ວມທັງຫມົດ 470 ຄົນ, ຍິງ 98 ຄົນ.

          ການລົງພົບປະໂອ້ລົມ ຜູ້ມີສິດເລືອກຕັ້ງໃນຄັ້ງນີ້ ແມ່ນນໍາເອົາຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ສຸມເຫື່ອແຮງ ແລະ ສະຕິປັນຍາ ຂອງຕົນ ເຂົ້າໃນການ ພິຈາລະນາຮັບຮອງເອົາບັນດາບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຂອງທ້ອງຖິ່ນ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ມາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ,

          ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ຮັບຮູ້ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ຖືກຕ້ອງຕາມເປົ້າໝາຍ ແນໃສ່ເຮັດໃຫ້ບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຂອງແຂວງ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮັບຮອງເອົາ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນ.
          ພ້ອມດຽວກັນນີ້ ຖືເອົາໂອກາດສໍາຄັນນີ້ ຮັບຟັງຄໍາຄິດຄໍາເຫັນ ແລະ ເກັບກໍາສະພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ຂັ້ນທ້ອງຖິ່ນ.
ພາບ ແລະ ແຫຼ່ງຂ່າວ: ສະພາປະຊາຊົນແຂວງ ຫຼວງພະບາງ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ