ທ່ານ ລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສຂອງບໍລິສັດ ຊີໂນໄຮໂດຣ ມາຍນິ້ງລາວ ຈໍາກັດ

          ໃນຕອນບ່າຍວັນທີ 19 ກໍລະກົດ 2023 ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນແຮ່ເກືອໂປຕາສ ຂອງບໍລິສັດ ຊີໂນໄຮໂດຣ ມາຍນິ້ງ ລາວ ຈໍາກັດ ຢູ່ເຂດບ້ານ ທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຫ້ອງການ, ຄະນະກົມ ແລະ ສະຖາບັນ ເຂົ້າຮ່ວມ.
          ຈຸດປະສົງໃນການລົງຕິດຕາມ ແລະ ຊຸກຍູ້ໂຄງການລົງທຶນການຂຸດຄົ້ນບໍ່ແຮ່ຂອງທ່ານລັດຖະມົນຕີໃນຄັ້ງນີ້, ກໍເພື່ອແນໃສ່ການຮັບປະກັນໃຫ້ໂຄງການດັງກ່າວດຳເນີນການເຄື່ອນໄຫວໄປຕາມຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບການ ທັງສາມາດສ້າງຜົນປະໂຫຍດຮ່ວມກັນ. ທາງບໍລິສັດ ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການ ພາຍຫຼັງທີ່ເຊັນສັນຍາກັບລັດຖະບານເປັນຕົ້ນມາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ນັບຕັ້ງແຕ່ຂັ້ນຕອນການກະກຽມ, ການຂຸດຄົ້ນ, ການຜະລິດ, ການແຍກຄຸນນະພາບຂອງແຮ່ທາດ, ກຳລັງການຜະລິດຂອງເຄື່ອງຈັກ ລວມທັງສະພາບອາກາດທີ່ບໍ່ເອື້ອຍອໍານວຍຄວາມສະດວກ, ການຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ, ຜົນຜະລິດທີ່ໄດ້ຮັບ, ການມອບພັນທະອາກອນໃຫ້ລັດ ແລະ ອື່ນໆອີກ.
ໂດຍ: ລຸ້ງພ້າ ອົບພະຈັນ