ກອງປະຊຸມສ່ອງແສງວຽກງານ ພະລັງງານ ແລະ ບໍ່ແຮ່ ຮ່ວມລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຂຶ້ນທຸກໆ 2 ທິດ

          ພາຍຫລັງກອງປະຊຸມໄດ້ເລື່ອນມາຫລາຍປີຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ19. ກອງປະຊຸມສ່ອງແສງວຽກງານພະລັງງານ ແລະ ບໍ່ແຮ່ ລະຫວ່າງຂັ້ນສູນກາງ ກັບ ຂັ້ນທ້ອງຖິ່ນ (ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫລວງ) ໄດ້ສືບຕໍ່ຈັດຂຶ້ນໃນວັນທີ 15 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີຄະນະຫ້ອງການ, ຄະນະກົມ, ຄະນະສະຖາບັນ, ຄະນະຜູ້ອຳນວຍການລັດວິສາຫະກິດອ້ອມຂ້າງ ພ້ອມດ້ວຍຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫລວງ ແລະ ພະນັກງານວິຊາການເຂົ້າຮ່ວມ

          ກອງປະຊຸມສ່ອງແສງວຽກງານພະລັງງານ ແລະ ບໍ່ແຮ່ ຈັດຂຶ້ນໂດຍມີຈຸດປະສົງເພື່ອຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງແຕ່ລະພາກສ່ວນ, ປຶກສາຫາລື ແລະ ຕົກລົງວຽກງານທີ່ສຳຄັນ ແລະ ເປັນພື້ນຖານຂອງຂະແໜງການ ໃນຮອບ 2 ອາທິດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການໃນແຕ່ລະໄລຍະໃຫ້ມີປະສິດທິພາບ, ມີປະສິດທິຜົນ ທັງຮັບປະກັນໃຫ້ການເຄື່ອນໄຫວວຽກງານວຽກງານໄດ້ຮັບຜົນສຳເລັດຕາມແຜນການທີ່ວາງອອກ, ສອດຄ່ອງ ແລະ ຖືກຕ້ອງຕາມນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ; ນຳເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ
ກອປງປະຊຸມສ່ອງແສງວຽກງານພະລັງງານ ແລະ ບໍ່ແຮ່ ຈະຈັດຂຶ້ນທຸກໆ 2 ອາທິດຂອງແຕ່ລະເດືອນ
ໂດຍ: ຄຳແສງ ແກ້ວປະເສີດ