ທ່ານ ຮອງລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 9 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ

          ກອງປະຊຸມໄດ້ຈັດຂຶ້ນ ລະຫວ່າງວັນທີ 21-23 ພະຈິກ 2023 ຜ່ານມານີ້, ຢູ່ທີ່ນະຄອນຫຼວງພະນົມເປັນ ຣາຊະອານຈັກ ກໍາປູເຈຍ ໂດຍການເປັນປະທານຂອງ ທ່ານ ທ່ານ Keo Rottanak ລັດຖະມົນຕີ ກະຊວງບໍ່ແຮ່ ແລະ ພະລັງງານ ຣາຊາອານາຈັກ ກຳປູເຈຍ ມີຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ (ASEAN Member States), ປະເທດຕີມໍເລສເຕ ເຂົ້າຮ່ວມໃນນາມປະເທດສັງເກດການ, ປະເທດຄູ່ຮ່ວມເຈລະຈາ (ຈີນ, ສ. ເກົ່າຫຼີ, ຍີ່ປຸ່ນ), ຄະນະກຳມະການເພື່ອເສດຖະກິດ ແລະ ສັງຄົມ ຂົງເຂດອາຊີປາຊີຟິກ (UNESCAP), ຄະນະກຳມະການປະສານງານດ້ານທໍລະນີວິທະຍາອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໄຕ້ (CCOP), ອົງການສາກົນເພື່ອການຮ່ວມມືດ້ານບໍ່ແຮ່, ແຮ່ທາດ, ໂລຫະ ແລະ ການພັດທະນາແບບຍືນຍົງ (IGF); ສຳລັບຄະນະຜູ້ແທນ ສປປລາວ ນຳໂດຍ ທ່ານ ປະລິຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ.

          ກອງປະຊຸມ ໄດ້ຈັດຂຶ້ນເປັນ 3 ວາລະຄື: ໃນວັນທີ 21 ພະຈິກ 2023 ແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຄັ້ງທີ 23 (23rd ASOMM), ເຊິ່ງກອງປະຊຸມໄດ້ປຶກສາຫາລື ແລະ ຮັບຟັງຄວາມຄືບໜ້າແຜນການຈັດຕັ້ງປະຕິບັດວຽກງານການຮ່ວມມືດ້ານແຮ່ທາດອາຊຽນ 3 ໄລຍະ 2 (AMCAP III, Phase 2) ຕິດພັນກັບ 4 ໜ້າວຽກຂອງການຮ່ວມມືດ້ານແຮ່ທາດອາຊຽນຄື: ວຽກງານການຄ້າ ແລະ ການລົງທຶນ, ວຽກງານການສ້າງຂີດຄວາມອາດສາມາດດ້ານແຮ່ທາດ, ວຽກງານດ້ານການພັດທະນາແຮ່ທາດແບບຍືນຍົງ ແລະ ວຽກງານດ້ານຖານຂໍ້ມູນແຮ່ທາດ. ພ້ອມກັນນັ້ນ, ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງແຕ່ລະໜ້າວຽກທີ່ແຕ່ລະປະເທດສະມາຊິກອາຊຽນໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດຕາມແຜນຮ່ວມມືດັ່ງກ່າວ, ປຶກສາຫາລືກ່ຽວກັບແຜນໜ້າວຽກບຸລິມະສິດຂອງຂະແໜງແຮ່ທາດ ປີ 2024, ປຶກສາຫາລື ແລະ ສະຫລຸບແຜນໜ້າວຽກກາງສະໄໝຂອງແຜນວຽກ AMCAP III, Phase 2 ແລະ ປຶກສາກ່ຽວກັບການພັດທະນາແຜນວຽກ AMCAP-IV, ການກະກຽມກອງປະຊຸມ ລມຕ ແຮ່ທາດອາຊຽນ ຄັ້ງທີ 9 ແລະ ພິທີການມອບລາງວັນແຮ່ທາດອາຊຽນຄັ້ງທີ 3, ການກະກຽມຄວາມພ້ອມການສົນທະນາລະດັບສຸງໃນກອງປະຊຸມ ລມຕ ອາຊຽນ (the 9th AMMin High Level Dialogue) ແລະ ປຶກສາກ່ຽວກັບຮ່າງຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີແຮ່ທາດອາຊຽນຄັ້ງທີ 9.
           ຕໍ່ມາໃນວັນທີ 22 ພະຈິກ 2023 ແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດບວກຄູ້ຮ່ວມເຈລະຈາ (ຈີນ, ສ. ເກົ່າຫຼີ, ຍີ່ປຸ່ນ) ຄັ້ງທີ 16 (16th ASOMM+3), ກອງປະຊຸມໄດ້ປຶກສາຫາລື ແລະ ໄດ້ຍົກໃຫ້ເຫັນເຖິງຄວາມຕ້ອງການຕ່າງໆຂອງຂະແໜງແຮ່ທາດອາຊຽນ, ແລກປ່ຽນທັດສະນະ ແລະ ນະໂຍບາຍຂອງອາຊຽນຕໍ່ການພັດທະນາຂະແໜງແຮ່ທາດ ແລະ ກິດຈະກຳຕ່າງໆກັບປະເທດຄູ່ຮ່ວມເຈລະຈາ, ປຶກສາຫາລື ແລະ ຮັບຟັງຄວາມຄືບໜ້າການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານແຮ່ທາດກັບປະເທດຄູ່ຮ່ວມເຈລະຈາແຕ່ປີ 2022-2025 ແລະ ອື່ນໆ.

           ແລະ ມື້ສຸດທ້າຍໃນວັນທີ 23 ພະຈິກ 2023 ແມ່ນກອງປະຊຸມລັດຖະມົນຕີລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 9, ກອງປະຊຸມໄດ້ຮັບຟັງກ່ຽວກັບນະໂຍບາຍຂອງອາຊຽນຕໍ່ການພັດທະນາແຮ່ທາດຍຸດທະສາດ, ແນວໂນ້ມຂອງແຮ່ທາດຍຸດທະສາດໃນຕະຫຼາດສາກົນ, ໂອກາດຂອງຂະແໜງອຸດສາຫະກຳແຮ່ທາດໃນການພັດທະນາແຮ່ທາດຍຸດທະສາດໃນອາຊຽນ. ນອກຈາກນັ້ນ, ຍັງໄດ້ມີການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນກ່ຽວກັບການລົງທຶນດ້ານແຮ່ທາດຕິດພັນກັບການພັດທະນາແຮ່ທາດແບບຍືນຍົງ ໃນ 2 ຫົວຂໍ້ເຊັ່ນ: 1/. ບົດບາດຂອງຂະແໜງແຮ່ທາດຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ 2/. ການອຳນວຍຄວາມສະດວກຂອງພາກສ່ວນທີ່ຮັບຜິດຊອບວຽກງານດ້ານການລົງທຶນດ້ານແຮ່ທາດ.

          ພ້ອມກັນນັ້ນ, ບໍລິສັດທີ່ລົງທຶນດ້ານບໍ່ແຮ່ ຂອງ ສປປ ລາວ ຈຳນວນ 03 ບໍລິສັດ ກໍ່ໄດ້ເຂົ້າຮ່ວມຮັບລາງວັນແຮ່ທາດດີເດັ່ນພາຍໃນອາຊຽນ ຄັ້ງທີ 3 ຈຳນວນທັງໝົດ 04 ລາງວັນ ໃນແຕ່ລະສາຂາດັ່ງນີ້:

1. ການຂົນສົ່ງແຮ່ທາດດີເດັ່ນ (Best practices in Mineral Distribution) ຈໍານວນ 02 ລາງວັນ.
– ລາງວັນຊະນະເລີດ (Metallic): ບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ
– ລາງວັນຮອງຊະນະເລີດອັນດັບ 1 (Non-metallic): ບໍລິສັດ ຊີໂນອາກຣີ ໂປຕາສ ຈຳກັດ

2. ການປຸງແຕ່ງແຮ່ທາດດີເດັ່ນ (Best practices in Mineral processing) ຈໍານວນ 02 ລາງວັນ.
– ລາງວັນຮອງຊະນະເລີດອັນດັບ 1 (Metallic): ບໍລິສັດ ລ້ານຊ້າງ ມິເນໂຣນ ຈໍາກັດ
– ລາງວັນຮອງຊະນະເລີດອັນດັບ 1 (Non-metallic): ບໍລິສັດ ຊີໂນອາກຣີ ໂປຕາສ ຈຳກັດ

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ