
ຂະນະທີ່ເສດຖະກິດລາວ ປະສົບຄວາມຫຍຸ້ງຍາກໃນການຟື້ນຕົວຄືນຈາກຜົນກະທົບຢ່າງໜັກຂອງການລະບາດຂອງພະຍາດໂຄວິດ-19 ຢູ່ນີ້ ນັກລົງທຶນເຊື້ອສາຍລາວຈາກສະຫະລັດ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຫລື MOU ກັບລັດຖະບານລາວ ໃນວັນທີ 18 ເມສາ ຜ່ານມາ ຊຶ່ງໃນນັ້ນ ມີ 6 ໂຄງການ ຄື ໂຮງງານຫລອມຄຳ, ທະນາຄານຄຳ, ໂຮງງານແຜງຜະລິດພະລັງງານ ຈາກແສງຕາເວັນ, ໂຮງງານຜະລິດນ້ຳມັນຖົ່ວເຫລືອງ ລວມທັງການປູກຖົ່ວເຫລືອງ, ການສຳຫລວດແຮ່ຄຳພ້ອມກັບແຮ່ທາດອື່ນໆ ແລະ ໂຮງງານຜະລິດເຈ້ຍຈາກເສດເຈຍ ທີ່ເອົາມາໝູນໃຊ້ໃໝ່. ທ່ານວຽງໄຊ ວິໄລກຸນ, ປະທານບໍລິສັດບໍ່ຄຳສາກົນວິໄລກຸນ ຫລື Wilaikul International Gold Mines Co. Ltd. ທີ່ເປັນຜູ້ເຊັນ MOU ເວົ້າສູ່ຟັງວ່າ ສອງໂຄງການທີ່ຈະເລີ່ມການສຶກສາຄວາມເປັນໄປໄດ້ໃນເວລານີ້ ກໍຄືໂຮງງານຫລອມຄຳ ແລະ ທະນາຄານຄຳ ທີ່ມີມູນຄ່າຫລາຍຮ້ອຍລ້ານໂດລາ ຊຶ່ງທ່ານເປີດເຜີຍລາຍລະອຽດຢູ່ໃນການສຳພາດກັບວີໂອວ່າ:

ບໍລິສັດບໍ່ຄຳສາກົນວິໄລກຸນ ສ້າງຕັ້ງຂຶ້ນຢູ່ລາວຕັ້ງແຕ່ປີ 2012 ແລະ ໄດ້ດຳເນີນການສຳຫລວດມາໄດ້ຫລາຍປີແລ້ວ. ປັດຈຸບັນກຳລັງຈະຍື່ນໃບສະເໜີຂໍຂຸດຄົ້ນຄຳ ຢູ່ທີ່ເມືອງຊະນະຄາມ, ແຂວງວຽງຈັນ ແລະໂຮງງານຫລອມຄຳ ກໍຈະຕັ້ງຢູ່ໃນເຂດດຽວກັນ. ສ່ວນອີກ 4 ໂຄງການທີ່ເຫລືອນັ້ນ ກໍຈະດຳເນີນການສຶກສາຄວາມເປັນໄປໄດ້ ໃນໄວໆນີ້ ແລະ ຈະນຳເອົານັກລົງທຶນຈາກສະຫະລັດໄປລົງທຶນ ຮ່ວມກັບບໍລິສັດຂອງທ່ານ ເຊັ່ນກັນ. ໂດຍມີຈິດໃຈຢາກສ້າງສາບ້ານເກີດເມືອງນອນ, ນັກທຸລະກິດອາເມຣິກັນ ເຊື້ອສາຍລາວທ່ານນີ້ເວົ້າວ່າ ທຸກໆໂຄງການແມ່ນຈະໃຫ້ລັດຖະບານລາວມີຫຸ້ນສ່ວນປະມານ 20 ເປີເຊັນ ແລະ ເສຍພາສີໃຫ້ລັດຖະບານຢ່າງເຕັມສ່ວນ.
ທ. ວຽງໄຊ ວິໄລກຸນ ປະທານບໍລິສັດບໍ່ຄຳວິໄລກຸນສາກົນ ເຊັນ MOU ກັບລັດຖະບານລາວ ໂດຍມີເຈົ້າ ໜ້າທີ່ຂັ້ນສູງຂອງລາວ ຈຳນວນນຶ່ງ ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນດັ່ງກ່າວ ທີ່ຈັດຂຶ້ນໃນນະຄອນຫລວງວຽງຈັນໃນວັນທີ 18 ເມສາ, 2022.
ແຫຼ່ງຂ່າວ: lao.voanews.com