ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມງານ ພະລັງງານສະອາດ ອາຊຽນ-ຈີນ ຄັ້ງທີ I

          ລະຫວ່າງວັນທີ 18-24 ກັນຍາ 2023 ນີ້, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ເຂົ້າຮ່ວມງານພົບປະ, ປຶກສາຫາລື ລະດັບລັດຖະມົນຕີ ຂອງບັນດາປະເທດໃນກຸ່ມອາຊີຕາເວັນສ່ຽງໃຕ້ ຫຼື ອາຊຽນ ແລະ ຈີນ ເຊິ່ງເປັນງານພົບປະ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ ໃນການພັດທະນາພະລັງງານສະອາດຢູ່ ອາຊຽນ ແລະ ຈີນ ຫຼື ເອີ້ນຢ່າງໜຶ່ງວ່າ ງານພະລັງງານສະອາດ ອາຊຽນ-ຈີນ ຄັ້ງທີ I ທີ່ໄດ້ຈັດຂຶ້ນຢູ່ ແຂວງ ໄຫໜານ ສປ ຈີນ.

ງານ ພະລັງງານສະອາດ ອາຊຽນ-ຈີນ ໄດ້ລິເລີ່ມໃນກອງປະຊຸມຮ່ວມມື ຜູ້ນຳອາຊີ-ມາເວັນອອກ (Meetings on East Asia Cooperation) ສປ ຈີນ ຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດສະມາຊິກອາຊີຕາເວັນອອກ (EAS) ກໍ່ໄດ້ສືບຕໍ່ ດຳເນີນການຮ່ວມມືຢ່າງກວ້າງຂວາງ ພາຍໃຕ້ການສະໜັບສະໜູນ ຈາກອົງການພະລັງງານແຫ່ງຊາດຈີນ (NEA). ໃນໄລຍະຜ່ານມາ, ງານດັ່ງກ່າວໄດ້ເລີ່ມຈັດຕັ້ງກອງປະຊຸມ “ ພະລັງງານສະອາດຂອງອາຊີຕາເວັນອອກ (East Asia Summit Clean Energy Forum)”, “ກອງປະຊຸມໂຕະມົນພະລັງງານສະອາດອາຊຽນ+3 (ASEAN+3 Clean Energy Roundtable Dialogue)” ແລະ “ ໂຄງການສ້າງຄວາມສາມາດພະລັງງານສະອາດຈີນ-ອາຊຽນ (China- ASEAN Clean Energy Capacity Building Program)” ພາຍໃຕ້ການຮ່ວມມືນັບແຕ່ປີ 2014 ເປັນຕົ້ນມາ.

          ສະນັ້ນ, ເພື່ອເປັນການຜັກດັນໃນການຮ່ວມມືພະລັງງານສະອາດຂອງພາກພື້ນ ພ້ອມທັງເປັນການຊຸກຍູ້ຍົກລະດັບ ການຮ່ວມມືຮອບດ້ານ, ໃນປີນີ້ຈະໄດ້ຈັດງານ “ພະລັງງານສະອາດຈີນ-ອາຊຽນ China-ASEAN Clean Energy Week” (CACEW) ” ເຊິ່ງໃນປີນີ້ເປັນຄັ້ງທຳອີດທີ່ ອົງການພະລັງງານແຫ່ງຊາດຈີນ (NEA) ຮ່ວມກັບ ແຂວງ ໄຫ ໜານ ສປ ຈີນ, ແລະ ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ ອິນໂດເນເຊຍ ພາຍໃຕ້ຫົວຂໍ້ວ່າ “For a Shared Future: Across the Ocean and Abreast into Prosperity”. ເຊິ່ງຈຸດປະສົງ ແມ່ນເພື່ອ ປຶກສາຫາລືກ່ຽວກັບ ວຽກງານ ການຫັນປ່ຽນພະລັງງານສະອາດ ແລະ ເປັນການແລກປ່ຽນທີ່ສຸມໃສ່ບັນດາຂົງເຂດສຳຄັນຂອງການຮ່ວມມືດ້ານ ພະລັງງານສະອາດໃນພາກພື້ນ ລວມທັງລະດົມຄວາມຄິດເຫັນຈາກບັນດາຂະແໜງການຕ່າງໆ.

ພາບ ແລະ ແຫຼ່ງຂໍ້ມູນ: ກອງເລຂາການນຳກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ