ບໍລິສັດ ວັນເວພະລັງງານສາກົນ (ລາວ) ຈຳກັດຜູ້ດ່ຽວ ມອບອຸປະກອນໄຟຟ້າແສງຕາເວັນ ຈຳນວນ 50 ຊຸດໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2023 ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່ ລະຫວ່າງ ສະຫາຍ ຈູທົງຕາ ປະທານບໍລິສັດ ວັນເວ ພະລັງງານສາກົນ (ລາວ)ຈຳກັດຜູ້ດ່ຽວ ເປັນຜູ້ມອບ ແລະ ກ່າວຮັບຂອງ ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ, ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພະນັກງານຂອງບໍລິສັດເຂົ້າຮ່ວມ.

           ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະບໍລິຫານງານພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ໄດ້ລາຍງານໃຫ້ຮູ້ວ່າ: ການມອບ-ຮັບອຸປະກອນໄຟຟ້າແສງຕາເວັນ ຈຳນວນ 50 ຊຸດ, ລວມມູນຄ່າທັງໝົດ 25.000.000 ກີບ ຄັ້ງນີ້, ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການ ການຊົມໃຊ້ພະລັງງານໄຟຟ້າຂອງສັງຄົມ ໂດຍສະເພາະແມ່ນທະຫານຊາຍແດນ ແລະ ໂຮງຮຽນ ຢູ່ເມືອງບຸນເໜືອ, ແຂວງຜົ້ງສາລີ ເຊິ່ງເປັນເຂດຫ່າງໄກສອກຫຼີກ ບໍ່ທັນມີຕາຂ່າຍໄຟຟ້າເຂົ້າເຖິງ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນ ໂດຍສະເພາະແມ່ນໄຟຟ້າໃນຍາມຄໍ່າຄືນ. ສະນັ້ນ, ເພື່ອແກ້ໄຂ ແລະ ຊ່ວຍບັນເທົ່າຄວາມຫຍຸ້ງຍາກດັ່ງກ່າວ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ຄົ້ນຂວາຍ ແລະ ປຸກລະດົມການຊ່ວຍເຫຼືອຈາກບໍລິສັດ ວັນເວພະລັງງານສາກົນ (ລາວ) ຈຳກັດຜູ້ດ່ຽວ, ສປ.ຈີນ ເຊິ່ງເປັນບໍລິສັດທີ່ໄດ້ຮັບສິດສຳປະທານການສຳຫລວດ ແລະ ຊອກຄົ້ນຖ່ານຫີນ ຢູ່ແຂວງຜົ້ງສາລີ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ກໍ່ຄືຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການປະກອບສ່ວນຊ່ວຍເຫຼືອຂອງບໍລິສັດ ວັນເວພະລັງງານສາກົນ (ລາວ) ຈຳກັດຜູ້ດ່ຽວ ຄັ້ງນີ້ ສະແດງເຖິງຄວາມເອົາໃຈໃສ່ຂອງບໍລິສັດໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ເຊິ່ງເປັນນະໂຍບາຍຂອງລັດຖະບານ ທີ່ຊຸກຍູ້, ສົ່ງເສີມໃຫ້ຜູ້ລົງທຶນ ນອກຈາກຈະດຳເນີນທຸລະກິດແລ້ວ ຈະຕ້ອງປະກອບສ່ວນແກ້ໄຂຄວາມທຸກຫຍາກຂອງປະຊາຊົນ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ. ພ້ອມກັນນີ້, ສະຫາຍ ປອ ໂພໄຊ ໄຊຍະສອນ ຍັງໄດ້ຮຽກຮ້ອງໃຫ້ບໍລິສັດ ສືບຕໍ່ປະກອບສ່ວນດ້ານທຶນຮອນ, ວັດຖຸ ແລະ ປັດໄຈຕ່າງໆ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນຜູ້ທີ່ຢູ່ໃນຂອບເຂດພື້ນທີ່ຕັ້ງຂອງໂຄງການ.

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ